‘’ທຸກໆຄວາມສໍາເລັດຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມ ‘’ ເຊຍ ມິນລີ້ ປານຕາວັນ MTL12

590

ສາວນ້ອຍ ຫນ້າຫວານ ກັບການປະກວດເວທີ Miss Teen Laos 2021 ເປັ່ງປະກາຍດວງດາວແຫ່ງຍຸກສະໄຫມ ແລະ ເປັນຜູ້ຜ່ານເຂົ້າຮອບ 25ຄົນ ປານຕາວັນ ວົງຈັນດີ ຫລື ມິນລີ້ MTL12 ປັດຈຸບັນອາຍຸ 19ປີ ສ່ວນສູງ 160 ຊັງຕີແມັດ , ສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ຄະນະນິຕິສາດ ແລະ ລັດຖະສາດ, ສາຂາພົວພັນສາກົນ (ຮຽນກ່ຽວກັບກົດໝາຍ) ຈາກນະຄອນຫລວງວຽງຈັນນີ້ເອງ.

ທໍາຄວາມຮູ້ຈາກກັບນ້ອງມິນລີ້ໃຫ້ຫລາຍຂຶ້ນໂດຍຜ່ານບົດສໍາພາດນີ້: ຈຸດເລີ່ມຕົ້ນທີ່ເຮັດໃຫ້ຢາກເປັນນາງງາມ ຫລືນາງແບບຄື ຜ່ານມາໄດ້ເຄີຍເຂົ້າຮ່ວມປະກວດນາງສັງຂານນ້ອຍລະດັບປະຖົມ ເຊິ່ງນັ້ນເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ລີ້ສົນໃຈໃນການປະກວດ ຈົນໄດ້ມາຮູ້ຈັກເວທີ Miss Teen Laos ຊຶ່ງເປັນເວທີທີ່ໃຫຍ່ ແລະ ຫນ້າສົນໃຈ ຈຶ່ງໄດ້ຕັດສິນໃຈສະໝັກເຂົ້າປະກວດ ແລະ ມີຄວາມຄາດຫວັງວ່າຈະໄດ້ເປັນ Miss Teen Laos ຄົນຕໍ່ໄປ ແລະ ເປັນແຮງບັນດານໃຈໃຫ້ແກ່ໄວໜຸ່ມລາວທີ່ຢາກຈະກ້າວເດີນຕາມທາງສາຍນີ້.

ຄະຕິປະຈໍາໃຈຂອງລີ້ແມ່ນ ” ທຸກໆຄວາມສໍາເລັດຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມ “ ເຊິ່ງລີ້ມັກຈະໃຊ້ຢໍ້າເຕືອນ ແລະ ສ້າງກໍງລັງໃຈໃຫ້ໂຕເອງຢູ່ສະເໝີ ເພາະລີ້ເຊື່ອວ່າບໍ່ມີຄວາມສໍາເລັດໃດໄດ້ມາງ່າຍໆ ສະນັ້ນເຮົາອາດຕ້ອງພະຍາຍາມ ແລະ ບືນຕົວໃຫ້ຫລາຍກວ່າຄົນອື່ນສະເຫມີ.

ສໍາລັບຄວາມສາມາດທີ່ຢາກຈະໂຊໃຫ້ທຸກຄົນໄດ້ເຫັນຄື ຢາກຈະໂຊທັກສະໃນການເຕັ້ນ ເຊິ່ງລີ້ບໍ່ເຄີຍສະແດງເທິງເວທີ ຫຼື ເຂົ້າຮ່ວມແຂ່ງຂັນຢູ່ໃສມາກ່ອນ ແລະ ນີ້ຈະເປັນເວທີທໍາອິດທີ່ຈະໄດ້ໂຊຄວາມສາມາດໃນດ້ານນີ້ ເຊິ່ງຈະເປັນແນວໃດນັ້ນ ຕ້ອງຖ້າຕິດຕາມໄປພ້ອມໆກັນ.

ຈຸດເດັ່ນຂອງລີ້ແມ່ນເປັນຄົນທີ່ຕັ້ງໃຈ ແລະ ມີຄວາມພະຍາມສູງ ເຖິງຈະລົ້ມກໍລຸກຂຶ້ນມາໃໝ່ ແລະ ກ້າວຕໍ່ໄປ ພ້ອມດຽວກັນກໍຄືການໃສ່ໃຈກັບທຸກໆກິດຈະກໍາທີ່ໄດ້ເຮັດ, ການເປັນໂຕຂອງຕົນເອງ ແລະ ການສະແດງເທິງເວທີ ລີ້ເຊື່ອວ່າຈະສາມາດຊະນະໃຈກໍມະການຢ່າງແນ່ນອນ.

ກ່ອນເຂົ້າຮ່ວມປະກວດ ລີ້ໄດ້ກຽມໂຕໃນຫຼາຍໆດ້ານບໍ່ວ່າຈະເປັນທາງດ້ານສຸຂະພາບ, ການເບິ່ງແຍງຮູບຮ່າງໂດຍການອອກກໍາລັງກາຍ ແລະ ການບໍາລຸງຜິວຢ່າງສະໜໍ່າສະເໝີ ແຕ່ທີ່ສໍາຄັນເລີຍແມ່ນການເຝິກຊ້ອມຍ່າງ, ບຸກຄະລິກກະພາບ ແລະ ກະກຽມຂໍ້ມູນຄວາມຮູ້ໃນການຕອບຄໍາຖາມເຊິ່ງເຮົາບໍ່ຮູ້ເລີຍວ່າຈະຖືກຄໍາຖາມໃດແດ່ ດັ່ງນັ້ນເຮົາຕ້ອງພ້ອມຢູ່ສະເໝີ.

ຖ້າຄວາມຝັນເປັນຈິງ ໄດ້ຮັບຕໍາແໜ່ງລີ້ຢາກສົ່ງເສີມສິດທິຂອງຄົນພິການ ລີ້ເຄີຍມີໂອກາດເຂົ້າຮ່ວມງານວັນຄົນພິການ ເຊິ່ງເຮັດໃຫ້ລີ້ໄດ້ເຫັນອີກມຸມໜຶ່ງຂອງສັງຄົມມະນຸດ ຈຶ່ງຢາກມີສ່ວນຮ່ວມໃນການຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາໃຫ້ຫຼາຍທີ່ສຸດ ບໍ່ວ່າຈະເປັນດ້ານຄວາມຮູ້ ແລະ ຄວາມເທົ່າທຽມໃນການໃຊ້ຊີວິດຮ່ວມໃນສັງຄົມ.

ກິດຈະກໍາຍາມຫວ່າງຂອງລີ້ແມ່ນການອ່ານນະວະນິຍາຍ, ອອກກໍາລັງກາຍ, ເຕັ້ນ ແລະ ເຮັດກິດຈະກໍານໍາຄອບຄົວ ສໍາລັບ style ການແຕ່ງໂຕແມ່ນຈະອອກແນວຫວານໆ, ສ່ວນຫຼາຍລີ້ມັກຈະໃສ່ກະໂປ່ງຍາວໆ,  ຮູ້ສຶກວ່າມັນເຂົ້າກັບບຸກຄະລິກເຮົາຫຼາຍກວ່າ  ສຸດທ້າຍນີ້ ກໍຢາກຝາກທຸກໆຄົນເຊຍ ແລະ ຮ່ວມເປັນກໍາລັງໃຈໃຫ້ມິນລີ້ ກັບການປະກວດ Miss Teen Laos 2021 ແລະ ຝາກຕິດຕາມຜົນງານໃນອານາຄົດແດ່ເດີ້ ເຟສບຸກ Minlee Parntavanh.

ຮູບ: Minlee Parntavanh