ສປ ຈີນກຳນົດໃຫ້ເດັກນ້ອຍ 14 ປີລົງມາຫຼິ້ນໂຊຊ້ຽວບໍ່ເກີນວັນລະ 40 ນາທີ

1528

ປັດຈຸບັນເຫັນໄດ້ວ່າ ໂຊຊ້ຽວແມ່ນເຂົ້າມາເປັນສ່ວນໜຶ່ງຂອງການດຳລົງຊີວິດໄປແລ້ວ ແຕ່ທີ່ໜ້າຫ່ວງແມ່ນ ສຳລັບໄວລຸ້ນ ຫຼື ເຍົາວະຊົນ ທີ່ມີຄວາມໃກ້ຊິດຕິດພັນກັບໂຊຊ້ຽວຫຼາຍເກີນໄປ ເຊິ່ງເກີດຜົນດີເລີຍ ຜົນເສຍຫຼາຍກວ່າຢ່າງຫຼີກລ່ຽງບໍໄດ້ ສປ ຈີນຈິ່ງມີມາດຕະການບັງຄັບໃຫ້ເດັກນ້ອຍອາຍຸຕ່ຳກວ່າ 14 ປີຕ້ອງໃຊ້ໂຊຊ້ຽວບໍ່ເກີນມື້ລະ 40 ນາທີເທົ່ານັ້ນ.

ເພື່ອເປັນການຫຼຸດຜ່ອນການເສບຕິດໂຊຊ້ຽວ ຕິກຕັອກ ByteDance  ບໍລິສັດແມ່ຂອງ TikTok ເພີ່ມ youth mode ຈຳກັດເວລາຫຼິ້ນຕິກຕັອກ  ຫຼື ເວີຊັ່ນໃນຈີນເອີ້ນວ່າ: Douyin ໂດຍເດັກນ້ອຍທີ່ມີອາຍຸຕ່ຳກວ່າ 14 ປີ ສາມາດຫຼິ້ນ Douyin ໄດ້ພຽງວັນລະ 40 ນາທີເທົ່ານັ້ນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງລັດຖະບານຈີນ ໃນການພະຍາຍາມຄວບຄຸມ ເຍົາວະຊົນບໍ່ໃຫ້ເສບຕິດກັບການຫຼິ້ນເກມ ແລະ ໂຊຊ້ຽວຫຼາຍເກີນໄປ.

ໄວລຸ້ນທີ່ມີອາຍຸຕ່ຳກວ່າ 14 ປີ ສາມາດຫຼິ້ນ Douyin  ໃນລະຫວ່າງເວລາ 6:00 ໂມງໄປຈົນເຖິງ 22:00 ໂມງ ແຕ່ຖ້ານອກເໜືອ ຫຼື ເກີນເວລານີ້  ຈະບໍ່ສາມາດເຂົ້າຫຼີ້ນທາງ ByteDance  ແລະຈະມີການບັງຄັບໃຊ້ກົດໃນການຢືນຍັນຕົວຕົນ ແລະ ອາຍຸຢ່າງເຄັ່ງຄັດ ລວມທັງມອບໃຫ້ຜູ້ປົກຄອງຊ່ວຍເບິ່ງ ໃນການຢືນຍັນຂອງແອັບອີກພ້ອມ.

ໃນເດືອນສິງຫາທີ່ຜ່ານມານີ້  ສຳນັກບໍລິຫານສື່ ແລະ ສິ່ງພິມແຫ່ງຊາດຂອງຈີນເຜີຍກົດໃໝ່ ກຳນົດໃຫ້ພົນລະເມືອງຈີນອາຍຸຕ່ຳກວ່າ 18 ປີ ສາມາດຫຼິ້ນເກມອອນລາຍໄດ້ສະເພາະໃນວັນສຸກ, ວັນພັກທ້າຍອາທິດ ແລະ ວັນຍຸດສຳລັບທາງລັດຖະການ ລະຫວ່າງເວລາ 20:00 ໂມງໄປຈົນເຖິງ 21:00 ໂມງ ແລະບັງຄັບໃຫ້ແພັດຟອມເກມ ແລະ ໂຊຊ້ຽວ ໂດຍສະເພາະ Douyin ໃຫ້ມີການຢືນຍັນຕົວຕົນດ້ວຍຊື່ແທ້, ເບີໂທລະສັບ ຫຼື ຂໍ້ມູນຢືນຍັນຕົວຕົນອື່ນໆ  ກ່ອນຈຶ່ງຈະໃຫ້ເຍົາລະຊົນເຂົ້າເຖິງການໃຊ້ງານໄດ້.

ແຫຼ່ງທີ່ມາ: Blognone