ເຕືອນອາກາດຮ້ອນ ແລະ ທ້າຍອາທິດຝົນຕົກຈະຫຼຸດລົງໃນແຕ່ລະພາກ

476

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 20 ຫາ 26 ກັນຍາ 2021 ວ່າ: ໃນໄລຍະວັນທີ 20 ຫາ 24 ກັນຍານີ້ ຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນລະພາກ.


ຈາກນັ້ນວັນທີ 25 ຫາ 26 ກັນຍາ 2021 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະອ່ອນກຳລັງລົງພັດປົກຄຸມ, ຊື່ງຈະເຮັດໃຫ້ຍັງມີຝົນຕົກຫຼຸດລົງ ໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 20 – 24 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ສູງສຸດ 29 – 31 ອົງສາ. ຈາກນັ້ນໃນໄລຍະວັນທີ 24 – 26 ກັນຍາ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 20 – 26 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອຖິ່ນ. ອຸນຫະພູມສູງສຸດ 32 – 34 ອົງສາ.
ພາກກາງ: ໃນໄລຍະວັນທີ 20 – 26 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມ ສູງສຸດ 32 – 34 ອົງສາ.

ພາກໃຕ້: ໃນໄລຍະວັນທີ 20 – 26 ກັນຍາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມສູງສຸດ 31-33 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 20 – 24 ກັນຍາ ອາກາດຮ້ອນຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມ ສູງສຸດ 31 – 34 ອົງສາ. ຈາກນັ້ນໃນໄລຍະວັນທີ 25 – 26 ກັນຍາ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ.