ສ່ອງເບິ່ງວຽກງານໂດຍລວມຂອງເມືອງງາໃນ 6 ເດືອນຕົ້ນປີ

228

ໃນໄລຍະ 6 ເດືອນຕົ້ນປີ ພາຍໃຕ້ການຊີ້ນຳ – ນໍາພາ ຂອງຄະນະບໍລິຫານງານພັກ
ເມືອງງາ, ແຂວງອຸດົມໄຊ ເຫັນວ່າ: ມີວຽກງານຫລາຍດ້ານທີ່ພົ້ນເດັ່ນ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ ແລະ ຍັງຈະສືບຕໍ່ໃນການແກ້ໄຂໃນທຸກດ້ານໃຫ້ດີກວ່າເກົ່າ ພ້ອມຈະແກ້ໄຂຂໍ້ບົກພ່ອງຕ່າງໆທີ່ເປັນຈຸດອ່ອນ ທັງໝົດແມ່ນເພື່ອເຮັດໃຫ້ເມືອງງາເຮັດວຽກຢ່າງມີຜົນສຳເລັດໃນຕະຫຼອດປີ 2021.

ສະຫາຍ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆງາ ໃຫ້ສໍາພາດວ່າ: ເມືອງງາ ເປັນເມືອງຫນຶ່ງ ໃນຈຳນວນ 7 ເມືອງ ຂອງແຂວງອຸດົມໄຊ, ມີ 9 ກຸ່ມບ້ານ, ມີ 60 ບ້ານ, ມີປະຊາກອນທັງຫມົດ 33.543 ຄົນ, ຍິງ 16.223 ຄົນ. ເຊິ່ງຕະຫຼອດໄລຍະ 6 ເດືອນຜ່ານມາ ຄະນະພັກ, ຄະນະນຳເມືອງງາ ໄດ້ເອົາໃຈໃສ່ ຊີ້ນຳ-ນໍາພາ ສະມາຊິກພັກ, ພະນັກງານ-ລັດຖະກອນ ຕະຫຼອດຮອດ ປະຊາຊົນບັນດາເຜົ່າ ພາຍໃນເມືອງຢ່າງຕັ້ງຫນ້າ ແລະ ສາມາດຍາດໄດ້ ຜົນສຳເລັດຫລາຍດ້ານ ໂດຍສະເພາະແມ່ນດ້ານການເມືອງ-ແນວຄິດ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານວຽກງານວັດທະນະທໍາ-ສັງຄົມ ແລະ ອື່ນໆ.

ສະຫາຍ ນາງ ມະນີຈັນ ວິໄລຈິດ ກ່າວຕື່ມວ່າ: ຜົນສຳເລັດອັນພົ້ນເດັ່ນຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຕ່ລະດ້ານໄລຍະ 6 ເດືອຕົ້ນປີ 2021 ນີ້ ຖ້າທຽບໃສ່ສະພາບລວມ, ຄວາມຮຽກຮ້ອງຕ້ອງການ ແລະ ພາລະບົດບາດ, ສິດ ແລະ ຫນ້າທີ່ ຍັງມີບາງດ້ານທີ່ຍັງເປັນ ຈຸດອ່ອນ ຂໍ້ຄົງຄ້າງ ຈະໄດ້ສືບຕໍ່ໃນການປັບປຸງ ແກ້ໄຂ ໂດຍສະເພາະ ແມ່ນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດຫມາຍຍັງບໍ່ທັນເຂັ້ມງວດ, ທຶນທີ່ຈະພັດທະນາພື້ນຖານໂຄງລ່າງຍັງມີຫນ້ອຍ, ການຜະລິດເປັນສິນຄ້າຂອງປະຊາຊົນ ສ່ວນໃຫຍ່ຍັງອີງໃສ່ແຕ່ທຳມະຊາດ, ການຈັດເກັບລາຍຮັບພາຍໃນເມືອງຍັງບໍ່ທັນບັນລຸຕາມຕົວເລກເປົ້າຫມາຍ, ການຄຸ້ມຄອງລາຄາສິນຄ້ານຳເຂົ້າຍັງເຮັດບໍ່ທັນໄດ້ດີ ລວມທັງ ຄຸນນະພາບ ການຮຽນ-ການສອນ ຂອງຄູ-ອາຈານ ແລະ ນັກຮຽນ ຍັງບັນລຸໝາກຜົນບໍ່ທັນສູງ.

ເພື່ອສືບຕໍ່ເຮັດໃຫ້ການເຄື່ອນໄຫວວຽກງານຮອບດ້ານ ມີຜົນສໍາເລັດຕາມລະດັບຄາດຫມາຍທີ່ວາງໄວ້ ພາຍໃຕ້ການ ຊີ້ນໍາ – ນໍາພາ ຂອງຄະນະບໍລິຫານງານພັກເມືອງໆງານັ້ນ ຄະນະພັກ, ຄະນະນໍາຂອງເມືອງ ກໍໄດ້ກຳນົດທິດທາງແຜນການ ແລະ ວຽກງານຈຸດສຸມ 6 ເດືອນທ້າຍປີ 2021 ຢ່າງລະອຽດ ໂດຍສະເພາະແມ່ນ ສືບຕໍ່ຟື້ນຟູເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັບປຸງແບບແຜນ ການຊີ້ນຳ – ນໍາພາ ຂອງຄະນະພັກ ແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ ແລະ ອື່ນໆ.

ຂ່າວຈາກ: ສະຖານີ ວິທະຍຸ ໂທລະພາບ ແຂວງອຸດົມໄຊ