ເຄັດບໍ່ລັບກັບການເປັນແມ່ຄ້າຂາຍເຄື່ອງອອນລາຍ ໂອກາດຫາລາຍໄດ້ຍຸກໂຄວິດ

1508

ໃນສະຖານະການລະບາດຂອງພະຍາດໂຄວິດ-19 ການເຮັດອາຊີບຄ້າຂາຍກໍ່ຫຍຸ້ງຍາກ ແຕ່ທ່ານຮູ້ບໍ່ວ່າການຂາຍຜ່ານສື່ສັງຄົມອອນລາຍ ກໍ່ສາມາດສ້າງລາຍຮັບໄດ້ເປັນຢ່າງດີ. ມື້ນີ້ຄໍລຳຊື້ໄດ້ຂາຍໝານ, ຈະນໍາພາທ່ານມາຮູ້ຈັກກັບແມ່ຄ້າອອນລາຍທ່ານໜຶ່ງ ພ້ອມທັງບອກເຄັດບໍ່ລັບສຳລັບການເປັນແມ່ຄ້າອອນລາຍຕອນເຮັດແນວໃດ.

ນາງ ທິບພາພອນ ຈັນທະວົງ ເຈົ້າຂອງຮ້ານຂາຍສິ້ນ ແລະ ເສື້ອຜ້າມືສອງ ເປັນແມ່ຄ້າຂາຍເຄື່ອງອອນລາຍຜູ້ໜຶ່ງຢູ່ໃນນະຄອນຫຼວງວຽງຈັນ ໄດ້ເລົ່າເຖິງກົນລະຍຸດໃນການຂາຍເຄື່ອງຜ່ານທາງສື່ສັງຄົມອອນລາຍວ່າ: ປັດຈຸບັນຕົນເອງ ກໍຍັງເປັນນັກສຶກສາຢູ່ ແຕ່ຍ້ອນມີຄວາມຮັກມັກໃນດ້ານການຄ້າຂາຍຢູ່ແລ້ວ. ສະນັ້ນ, ຈຶ່ງໄດ້ເລີ່ມທົດລອງເອົາສິ້ນຈາກຮ້ານຂອງປ້າມາຂາຍ ແລະ ກໍໄດ້ລອງຜິດ, ລອງຖືກ ຂາຍໃນລາຄາທີ່ຖືກແດ່ ແພງແດ່ຈົນສາມາດຫາຈຸດທີ່ວ່າສາມາດຂາຍໄດ້ ແລະ ພໍມີກໍາໄລ, ການເຄື່ອງອອນລາຍ ເຮົາຕ້ອງເບິ່ງວ່າສິນຄ້າປະເພດໃດທີ່ຄົນນິຍົມ ແລະ ລາຄາໃດທີ່ທຸກຄົນສາມາດເຂົ້າເຖິງໄດ້ ຖ້າເຮັດແບບນີ້ຈະສາມາດຂາຍເຄື່ອງໄດ້.

ທ່ານ ທິບພາພອນ ຈັນທະວົງ ໃຫ້ສຳພາດກ່ອນໜ້ານີ້ວ່າ: ການໃຊ້ສື່ສັງຄົມອອນລາຍໃນການເຂົ້າມາຊ່ວຍການຂາຍ ແມ່ນສາມາດສ້າງຍອດຂາຍໄດ້ອີກທາງ ເຊິ່ງຕົນເອງໄດ້ເລີ່ມສ້າງຕັ້ງເຟສບຸກເພຈ໌ເປັນຂອງຕົນເອງ ແລ້ວກໍໄດ້ເລີ່ມຖ່າຍຮູບສິນຄ້າ ແລະ ໂພສລົງໄປ ໂດຍອາໄສການແຊຣ໌ຈາກໝູ່ເພື່ອນເພື່ອເຮັດໃຫ້ຫຼາຍໆຄົນໄດ້ເຫັນສິນຄ້າ ແລະ ຮູ້ຈັກຮ້ານເຮົານຳ, ເມື່ອມີຄົນຮູ້ຈັກແລ້ວເຂົາເຈົ້າກໍຈະເຂົ້າມາເບິ່ງມາເລືອກຊື້ເຄື່ອງນໍາຮ້ານ ຖືໄດ້ວ່າມີປະໂຫຍດຫຼາຍເວົ້າງ່າຍໆກໍຄືການສ້າງຖານລູກຄ້າ. ນອກຈາກຂາຍສິ້ນແລ້ວ ຂ້າພະເຈົ້າກໍຍັງໄດ້ຂາຍເຄື່ອງເສື້ອຜ້າຜູ້ຍິງມືສອງນຳອີກ.

ນອກຈາກນີ້, ການຂາຍໃນອອນລາຍ ທິບພາພອນ ຍັງໃຊ້ວິທີຂາຍແບບຖ່າຍທອດສົດ ຫຼື live ໃຫ້ລູກຄ້າໄດ້ເຫັນສິນຄ້າໂຕຈິງ ແລະ ບາງຄັ້ງກໍໃສ່ໃຫ້ລູກຄ້າເບິ່ງ ເພື່ອຈະງ່າຍໃນການຕັດສິນໃຈຊື້ ໂດຍອຸປະກອນທີ່ໃຊ້ໃນການເຮັດຖ່າຍທອດສົດ ແມ່ນຕ້ອງມີລະບົບອິນເຕີເນັດທີ່ໄວ, ມີໂທລະສັບສອງໜ່ວຍ ກໍຄືໜ່ວຍໜຶ່ງເອົາໄວ້ຖ່າຍທອດສົດ ແລະ ອີກໜ່ວຍໜຶ່ງເອົາໄວ້ແຊ ແລະ ອ່ານຄອມເມັນຕອບລູກຄ້າ ແລະ ທີ່ຂາດບໍ່ໄດ້ກໍຄືດອກໄຟທີ່ເອົາໄວ້ສ່ອງໃສ່ສິນຄ້າ ຫຼື ໂຕຂອງແມ່ຄ້າ ເພື່ອເຮັດໃຫ້ເຫັນແຈ້ງຂຶ້ນ ແລະ ເປັນທີ່ສົນໃຈຂອງລູກຄ້າ.

ດ້ານເຕັກນິກໃນເວລາຖ່າຍທອດສົດ ແມ່ຄ້າຕ້ອງເປັນຄົນທີ່ເວົ້າເກັ່ງ ແລະ ຕ້ອງກ້າທີ່ຈະເວົ້າຖ້າເປັນຄົນຕະລົກຍິ່ງເປັນການດີ ເພື່ອດຶງດູດໃຫ້ຄົນຢາກເຂົ້າມາເບິ່ງ, ຊື້ເຄື່ອງນໍາ ແລະ ເບິ່ງເຮົາຈົນຈົບການຖ່າຍທອດສົດ, ບາງຄັ້ງການຖ່າຍທອດສົດເຮົາກໍມີການແຈກຂອງລາງວັນ ແລະ ແຖມສິນຄ້ານໍາອີກ ໂດຍຈະຕັ້ງກະຕິກາວ່າ ຖ້າລູກຄ້າເຂົ້າມາເບິ່ງ ແລະ ແຊຣ໌ຊ່ວຍແມ່ຄ້າແມ່ຄ້າຈະແຈກບັດເຕີມເງິນໃຫ້ ເຊິ່ງເປັນວິທີທີ່ເພິ່ນໃຊ້ໃນການຂາຍເຄື່ອງ ແລະ ປັດຈຸບັນມັນຊ່ວຍໃຫ້ການຂາຍເຄື່ອງໄດ້ດີມີກໍາໄລ 1.000.000 ຫາ 2.000.000 ກີບຕໍ່ເດືອນ ຫຼື ບາງເດືອນກໍໄດ້ຫຼາຍກວ່ານັ້ນ.

ພ້ອມດຽວກັນນີ້, ນາງ ທິບພາພອນ ຈັນທະວົງ ໄດ້ຝາກເຖິງທ່ານໃດທີ່ຢາກຈະເລີ່ມຕົ້ນຂາຍເຄື່ອງອອນລາຍ ແມ່ນໃຫ້ອົດທົນເລີ່ມເຮັດຈາກສິ່ງນ້ອຍໆໄປກ່ອນ ເມື່ອເລີ່ມມີປະສົບການແລ້ວ ກໍຈຶ່ງຂະຫຍາຍຂຶ້ນຕາມຄວາມສາມາດທີ່ເຮັດໄດ້ ແລະ ເຊື່ອວ່າຖ້າມີຄວາມຕັ້ງໃຈ, ອົດທົນແລ້ວ ກໍຈະປະສົບຜົນສຳເລັດໄດ້ ແຕ່ອາດຈະໃຊ້ເວລາດົນແຕ່ມັນກໍຄຸ້ມຄ່າ.