ມື້ອື່ນແລ້ວເດີຈັບສະຫຼາກແບ່ງສາຍ Suzuki cup 2020 ລຸ້ນທີມຊາດລາວ ຈະຢູ່ສາຍໃດ

343

ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນ ຫຼື Suzuki cup 2020 ກຽມລະເບີດຄວາມມັນ ຫຼ້າສຸດ ສະຫະພັນບານເຕະອາຊຽນ ( AFF ) ປະກາດຢ່າງເປັນທາງການວ່າ: ຈະມີການຈັບສະຫຼາກແບ່ງກຸ່ມ ການແຂ່ງຂັນບານເຕະຊາຍລາຍການ Aff Suzuki cup 2020 ທີ່ເລື່ອນມາແຂ່ງຂັນໃນປີນີ້ ເຊິ່ງພິທີຈັບສະຫຼາກແບ່ງສາຍຈະມີຂຶ້ນໃນວັນທີ 21 ກັນຍາ 2021 ທີ່ປະເທດສິງກະໂປ ເວລາ 14:00 ໂມງຕາມເວລາໃນບ້ານເຮົາ.

ສະຫະພັນບານເຕະອາຊຽນ ໄດ້ຈັດໂຖຈັບສະຫຼາກແບ່ງສາຍດັ່ງນີ້:
-ໂຖ 1: ໄທ ແລະ ຫວຽດນາມ
-ໂຖ 2: ມາເລເຊຍ ແລະ ມຽນມາ
-ໂຖ 3: ຟິລິບປິນ ແລະ ອິນໂດເນເຊຍ

-ໂຖ 4: ສິງກະໂປ ແລະ ກໍາປູເຈຍ
-ໂຖ 5: ລາວ ແລະ ທີມຊະນະຈາກຮອບຄັດເລືອກ ( ບຣູໄນ ຫຼື ຕີມໍ )
ສໍາລັບ ທີມຊາດລາວ ໄດ້ສິດເຂົ້າຮອບແບ່ງກຸ່ມອັດຕະໂນມັດ ເນື່ອງຈາກມີອັນດັບໂລກ ( ຟີຟາ ແຣງກິງ ) ຂອງ ທີມຊາດລາວ ຢູ່ທີ 186 ເໜືອກວ່າ ບຣູໄນ ຢູ່ທີ 190 ແລະ ຕີມໍ ເລສເຕ ຢູ່ທີ 194 ຂອງໂລກ, ສ່ວນກຳນົດການແຂ່ງຂັນລະຫວ່າງ 5 ທັນວາ 2021 ຫາວັນທີ 1 ມັງກອນ 2022