ດ່ວນ! ການຄ້າແຈ້ງປິດຮ້ານຄ້າຊຸບເປີມາກ-ມີນິມາກ, ຕະຫຼາດກາງຄືນ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍທົ່ວໄປ

1379

ພະແນກອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ (ອຄ.ນວ) ອອກແຈ້ງການແນະນຳ ສະບັບເລກທີ 1323/ອຄ.ນວ, ຄພນ, ລົງວັນທີ 19 ກັນຍາ 2021 ເລື່ອງປະຕິບັດ ບັນດາມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂດວິດ-19 ແລະ ການບໍລິການ ຊື້-ຂາຍ ສິນຄ້າອຸປະໂພກ, ບໍລິໂພກ ແລະ ເຄື່ອງໃຊ້ສອຍປະຈໍາວັນທີ່ຈຳເປັນໃນໄລຍະ ແຕ່ວັນທີ 20-30 ກັນຍາ 2021 ໂດຍ ພະແນກ ອຄ.ນວ ອອກແຈ້ງການແນະນຳໃຫ້ປະຕິບັດດັ່ງນີ້:


1 ເລີ່ມແຕ່ວັນທີ 20 – 30 ກັນຍາ 2021 ໃຫ້ບັນດາຫົວໜ່ວຍວິສາຫະກິດ ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານຄ້າຊຸບເປີມາກ-ມີນີ້ມາກ, ຕະຫຼາດກາງຄືນ ແລະ ບັນດາຫ້າງຮ້ານດັ່ງນີ້: ຮ້ານຈໍາໜ່າຍເຄື່ອງນຸ່ງຫົ່ມ, ຮ້ານຈໍາໜ່າຍເຄື່ອງກໍ່ສ້າງ, ຮ້ານຈຳໜ່າຍເຄື່ອງໃຊ້ຄົວເຮືອນ, ຮ້ານຈຳໜ່າຍເຄື່ອງສໍາອາງ, ຮ້ານຈຳໜ່າຍເຄື່ອງໃຊ້ໄຟຟ້າ, ຮ້ານຈຳໜ່າຍໂທລະສັບ ແລະ ຮ້ານຄ້າຂາຍຍົກ-ຂາຍຍ່ອຍທົ່ວໄປ ຢູ່ນະຄອນຫຼວງວຽງຈັນ ແມ່ນໃຫ້ປິດການໃຫ້ບໍລິການ ຊົ່ວຄາວຕາມກໍານົດໄລຍະເວລາຂ້າງເທິງນີ້.

.
ຕະຫຼາດ ແມ່ນໃຫ້ເປີດຂາຍສະເພາະແຕ່ຮ້ານຄ້າທີ່ຂາຍສິນຄ້າ ປະເພດ: ສິນຄ້າກະສິກຳ, ອາຫານສົດ, ອາຫານແຫ້ງ, ເຄື່ອງປຸງແຕ່ງອາຫານ ແລະ ອາຫານຊື້ກັບບ້ານ ກໍານົດເວລາເປີດ-ປິດແຕ່ 6:00 ໂມງ – 18:00 ໂມງ ແຕ່ໃຫ້ປະຕິບັດມາດຕະການໄລຍະຫ່າງ ແຕ່ 01 ແມັດ ຂື້ນໄປ. ສ່ວນການບໍລິການ ຫຼື ຮ້ານຂາຍສິນຄ້າປະເພດອື່ນໆຢູ່ໃນຕະຫຼາດ ທີ່ບໍ່ຈໍາເປັນແມ່ນໃຫ້ປິດຊົ່ວຄາວ. ປ້ຳນໍ້າມັນເຊື້ອໄຟ ແມ່ນໃຫ້ເປີດບໍລິການຕາມປົກກະຕິ ແຕ່ໃຫ້ເຂັ້ມງວດການປະຕິບັດມາດຕະການປ້ອງກັນເຊື້ອພະຍາດໂດວິດ-19 ກຳນົດເວລາເປີດ-ປິດແຕ່ 6:00 ໂມງ – 18:00 ໂມງ.

2 ທຸກຫົວໜ່ວຍວິສາຫະກິດ ທີ່ດຳເນີນທຸລະກິດການຈຳໜ່າຍສິນຄ້າ ໃຫ້ປະຕິບັດມາດຕະການປ້ອງກັນ ຢ່າງເຂັ້ມງວດ, ຜູ້ໃຫ້ບໍລິການຕ້ອງໄດ້ຮັບວັກຊິນຄົບໂດສ ແລະ ຕ້ອງໄດ້ຂໍອະນຸຍາດການເຂົ້າ-ອອກ ນຳອໍານາດການປົກຄອງບ້ານ.
3 ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ຕາມລຳພັງໃຈ, ກັກຕຸນສິນຄ້າ ທີ່ເປັນການເອົາປຽບຜູ້ບໍລິໂພກໂດຍບໍ່ຊອບທໍາ ແລະ ຈໍາໜ່າຍສິນຄ້າທີ່ບໍ່ປອດໄພທາງດ້ານຄຸນນະພາບເປັນອັນຂາດ, ການຈໍາໜ່າຍສິນຄ້າໃຫ້ຜູ້ຊົມໃຊ້ໃນແຕ່ລະຄັ້ງແມ່ນໃຫ້ຕອບສະໜອງໃນປະລິມານທີ່ເໝາະສົມ, ບໍ່ໃຫ້ຜູ້ຊົມໃຊ້ຊື້ສິນຄ້າເປັນຈຳນວນຫຼາຍ ເພື່ອໄປກັກຕຸນ. ຫ້າມຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ແລະ ຫ້າມຊື້-ຂາຍ ຊະຊາຍຕາມແຄມທາງ ແລະ ກາງຖະໜົນ, ເສັ້ນທາງ, ຂາຍນອກສະຖານທີ່ ທີ່ອະນຸຍາດ ຢ່າງເດັດຂາດ.

4 ສຳລັບຫົວໜ່ວຍວິສາຫະກິດໃດ ທີ່ໄດ້ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19, ໂດຍບໍ່ມີການຕັ້ງຈຸດກວດກາຢູ່ບໍລິເວນທາງເຂົ້າ, ບໍ່ມີການວັດແທກອຸນນະພູມ, ບໍ່ມີນ້ຳຢາລ້າງມືແບບລ້າງແຫ້ງ ຫຼື ລ້າງມືແບບປຽກ ຫຼື ບໍ່ແນະນຳໃຫ້ໃສ່ຜ້າປິດປາກ-ດັງ ແມ່ນຈະຖືກປັບໃໝ 10.000.000 ກີບ/ຄັ້ງ ຫຼື ມອບໃຫ້ເຈົ້າໜ້າທີ່ ເພື່ອລົງໂທດຕາມລະບຽບກົດໝາຍທີ່ກ່ຽວຂ້ອງແລ້ວແຕ່ກໍລະນີ, ກ້າວໄປເຖິງການຖອນໃບອະນຸຍາດດໍາເນີນທຸລະກິດ ແລະ ໃຫ້ປິດກິດຈະການດັ່ງກ່າວຢ່າງຖາວອນ. ຖ້າບຸກຄົນໃດ ບໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ເຊັ່ນ ຢູ່ທາງເຂົ້າຕະຫຼາດ: ການວັດແທກອຸນຫະພູມ, ລ້າງມືແບບລ້າງແຫ້ງ ຫຼື ລ້າງມືແບບປຽກ, ໃສ່ຜ້າປິດປາກ-ຕັ້ງ ແລະ ການປະຕິບັດໄລຍະຫ່າງກັນແຕ່ 01 ແມັດຂຶ້ນໄປ) ແມ່ນຈະຖືກປັບໃໝ 3.000.000 ກີບ/ຄົນ/ຄັ້ງ.

5 ບໍ່ຕິດປ້າຍລາຄາສິນຄ້າ, ແຈ້ງຂໍ້ມູນບໍ່ຖືກຕ້ອງກັບຄວາມຈິງກ່ຽວກັບໂຄງປະກອບລາຄາ ຫຼື ດັງແຮສໍາຮອງ, ບໍ່ແຈ້ງໂຄງປະກອບລາຄາ, ນຳເອົາສິນຄ້າໃນຄັ້ງແຮອອກຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະຄຸ້ມຄອງລາຄາ, ຢຸດ-ປະຕິເສດ ຫຼື ແກ່ຍາວເວລາການຈໍາໜ່າຍສິນຄ້າ ຫຼື ການບໍລິການ ໂດຍບໍ່ມີເຫດຜົນ, ນຳໃຊ້ໂຄງປະກອບລາຄາໂດຍບໍ່ໄດ້ຮັບອະນຸຍາດ ແລະ ບັນດາຂໍ້ຫ້າມອື່ນໆທີ່ກຳນົດໄວ້ໃນຂໍ້ 4 ຂອງແຈ້ງການແນະນໍາສະບັບນີ້ ໃຫ້ປັບໃໝແຕ່: 500.000- 5.000.000 ກິບ/ຄັ້ງ/ລາຍການ.