8 ທ່າອອກກຳລັງປ້ອງກັນ “ຫຼອດເລືອດດຳອັດຕັນ”

684

ການເຮັດວຽກແບບ Work From Home ສົ່ງຜົນໃຫ້ກິດຈະກຳໃນຊີວິດປະຂຳວັນຕ້ອງຢູ່ກັບບ່ອນ ຫຼື ນັ່ງເຮັດວຽກເປັນເວລາດົນ ເຊິ່ງອາດສົ່ງຜົນເຮັດໃຫ້ເກີດອາການເສັ້ນເລືອດອັດຕັນຈາກລິ່ມເລືອດ (Deep Vein Thrombosis – DVT) ໄດ້ ລວມເຖິງການນັ່ງໃນຍົນ ຫຼື ເດີນທາງເປັນເວລາດົນ ແລະ ກິດຈະກຳທີ່ຮ່າງກາຍບໍ່ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ດັ່ງນັ້ນການເໜັງຮ່າງກາຍເລື້ອຍໆ ຈຶ່ງເປັນສິ່ງສຳຄັນທີ່ບໍ່ຄວນລະເລີຍ ເພາະຊ່ວຍໃຫ້ເລືອດໄຫຼວຽນ ຫຼຸດອາການປວດເມື່ອຍຂອງຮ່າງກາຍ

ສາເຫດຂອງພາວະຫຼອດເລືອດດຳອັດຕັນ

ພາວະຫຼອດເລືອດດຳອັດຕັນ (Deep Vein Thrombosis – DVT) ຫຼື ພາວະລິ່ມເລືອດໃນຫຼອດເລືອດດຳ ເປັນພາວະທີ່ເລືອດບໍ່ສາມາດໄຫຼວຽນໄດ້ຕາມປົກກະຕິ ເກີດຈາກລິ່ມເລືອດອັດຕັນພາຍໃນຫຼອດເລືອດດຳສ່ວນເລິກຢູ່ຂາ ເຮັດໃຫ້ມີອາການປວດຂາຫຼາຍ ຂາບວມແຂງຂ້າງດຽວ ມັກເປັນບໍລິເວນບີແຂ່ງ ຮ້ອນຢູ່ຂາ ເຈັບເວລາກົດຕາມແນວຫຼອດເລືອດດຳທີ່ອັດຕັນ ຜິວໜັງສີແດງ ຫຼື ສີຜິວຢູ່ຂາປ່ຽນແປງ ອາດສຳພັນກັບການນັ່ງເທິງຍົນ ຫຼື ນັ່ງລົດເປັນເວລາດົນ ນັ່ງຊື່ໆ ບໍ່ເໜັງຂາດົນເກີນ 4-8 ຊົ່ວໂມງ

ທີ່ອັນຕະລາຍທີ່ສຸດຄື ລິ່ມເລືອດອາດໄຫຼຂຶ້ນໄປຫາຫົວໃຈແລ້ວອັດຕັນເສັ້ນເລືອດຢູ່ປອດ ຖ້າລິ່ມເລືອດໃຫຍ່ຫຼາຍອາດສົ່ງຜົນໃຫ້ເລືອດບໍ່ສາມາດໄປລ້ຽງຢູ່ປອດ ແລະ ເສຍຊີວິດໄດ້ໃນທີ່ສຸດ

8 ທ່າອອກກຳລັງປ້ອງກັນ “ຫຼອດເລືອດດຳອັດຕັນ”

ການອອກກຳລັງກາຍ ແລະ ບໍລິຫານກ້າມຊີ້ນຈຶ່ງເປັນສິ່ງທີ່ປ້ອງກັນການເກີດພາວະຫຼອດເລືອດດຳອັດຕັນໄດ້ດີທີ່ສູດ ແລະ 8 ທ່າອອກກຳລັງກາຍຫ່າງໄກ DVT ເປັນທ່າທີ່ສາມາດເຮັດເອງຢູ່ບ້ານໄດ້ງ່າຍໆ ດ້ວຍຕົນເອງ

ທ່າທີ 1 ໝຸນຂໍ້ຕີນ ຍົກຕີນທັງສອງຂ້າງຂຶ້ນຈາກພື້ນເລັກໜ້ອຍ ໝຸນຂໍ້ຕີນເປັນວົງມົນໃຫ້ປາຍຕີນໝຸນເຂົ້າຫາກັນເຮັດຊ້າໆ 10 ຄັ້ງ ຈາກນັ້ນໝຸນຂໍ້ຕີນເປັນວົງມັນໃຫ້ປາຍຕີນໝຸນອອກຈາກກັນ ເຮັດຊ້າໆ 10 ຄັ້ງ

ທ່າທີ 2 ຍັ່ງຍີ້ຕີນ ວາງຕີນທັງສອງຂ້າງໄວ້ກັບພື້ນ ຍົກປາຍຕີນຂຶ້ນໂດຍໃຫ້ສົ້ນຕີນຕິດຢູ່ກັບພື້ນ ຄ້າງໄວ້ 5 ວິນາທີ ຈາກນັ້ນກໍເອົາປາຍຕີນລົງໃຫ້ນິ້ວຕີນແຕະພື້ນ ຍົກສົ້ນຕີນສູງຂຶ້ນ ຄ້້າງໄວ້ 5 ວິນາທີ ເຮັດແບບດຽວກັນ 10 ຄັ້ງ

ທ່າທີ 3 ຍົກເຂົ່າ ວາງຕີນທັງສອງຂ້າງໄວ້ກັບພື້ນ ຍົກເຂົ່າຂ້າງໜຶ່ງຂຶ້ນເລັກໜ້ອຍ ຄ້າງໄວ້ 5 ວິນາທີ ຈາກນັ້ນສະລັບໄປຍົກເຂົ່າອີກຂ້າງໜຶ່ງ ເຮັດຂ້າງລະ 10 ຄັ້ງ

ທ່າທີ 4 ໝຸນຄໍ ອ່ຽງຄໍໄປທາງຊ້າຍ ໝຸນຄໍຢ້ອນເຂັມໂມງຊ້າໆ 10 ຄັ້ງ ຈາກນັ້ນສະລັບໝຸນຄໍຕາມເຂັມໂມງຊ້າໆ ອີກ 10 ຄັ້ງ

ທ່າທີ 5 ໝຸນບ່າໄຫຼ່ ໝຸນບ່າໄຫຼ່ທັງສອງຂ້າງໄປດ້ານໜ້າ 10 ຄັ້ງ ໝຸນບ່າໄຫຼ່ທັ້ງສອງຂ້າງໄປດ້ານຫຼັງ 10 ຄັ້ງ

ທ່າທີ 6 ສະບັດມື ສະບັດມື ແລະ ນິ້ວທັງສອງຂ້າງ ຂ້າງລະ 10-20 ວິນາທີ

ທ່າທີ 7 ຢຽດແຂນ ຍົກມືຂຶ້ນມາປະສານນິ້ວ ຢຽດແຂນ ເປີດຝາມືໄປດ້ານໜ້າຕັ້ງໄວ້ 5 ວິນາທີ ຢຽດແຂນເປີດຝາມືໄປທາງເທິງຫົວ ຄ້າງໄວ້ 5 ວິນາທີ ເຮັດແບບນີ້ຊ້ຳ 10 ຄັ້ງ

ທ່າທີ 8 ລຸກຍ່າງ ບໍ່ຄວນຢູ່ກັບບ່ອນດົນເກີນໄປ ຄວນຫາລຸກເໜັງໂຕ ຢືດເສັ້ນ ຍ່າງໄປຈັບເຄື່ອງ ເຂົ້າຫ້ອງນ້ຳ ຫຼື ດື່ມນ້ຳເລື້ອຍໆ

ພາວະຫຼອດເລືອດດຳອັດຕັນເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ ເພາະມີຄວາມສ່ຽງ ແລະ ອັນຕະລາຍເຖິງຊີວິດໄດ້ ຫາກບໍ່ມີການປ້ອງກັນ ຮັກສາທີ່ຖືກວິທີ ດັ່ງນັ້ນ ຄວນເໜັງໂຕເພື່ອເຮັດກິດຈະກຳຕ່າງໆ ແລະ ອອກກຳລັງຢ່າງເປັນປະຈຳ ເພື່ອໃຫ້ຫ່າງໄກພະຍາດຈາກຫຼອດເລືອດດຳ ແລະ ມີສຸຂະພາບທີ່ແຂງແຮງ.