ອາເມຣິກາ ເຈລະຈາກັບຟາຍເຊີ ຊື້ວັກແຊັງ 500 ລ້ານໂດສ ແຈກທົ່ວໂລກ

326

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານສະຫະລັດອາເມຣິກາ ໄດ້ເຈລະຈາ ກັບບໍລິສັດຟາຍເຊີ Pfizer ຜູ້ພັດທະນາ ແລະ ຜະລິດວັກແຊັງປ້ອງກັນໂຄວິດ-19 ຍີ່ຫໍ້ ຟາຍເຊີ/ໄບອອນທັກ ເພື່ອຊື້ວັກແຊັງເພີ່ມອີກຈຳນວນ 500 ລ້ານໂດສ ຈາກຢາຍໃຫ້ບັນດາປະເທດທົ່ວໂລກ ເຊິ່ງຈະເຮັດໃຫ້ປະລິມານວັກແຊັງປ້ອງກັນໂຄວິດ-19 ທີ່ອາເມຣິກາໃຫ້ຄຳໝັ້ນສັນຍາວ່າ ຈະບໍລິຈາກໃຫ້ປະເທດທຸກຍາກນັ້ນ ເພີ່ມຂຶ້ນເທົ່າຕົວ.


ລາຍງານລະບຸວ່າ ຂໍ້ຕົກລົງດັ່ງກ່າວນັ້ນ ຄາດວ່າ ຈະປະກາດຢ່າງເປັນທາງການກ່ອນກອງປະຊຸມນານາຊາດ ວ່າດ້ວຍພະຍາດໂຄວິດ-19 ຕາມທີ່ປະທານາທິບໍດີ ໂຈ ໄບເດັນ ຮຽກຮ້ອງໃຫ້ຈັດຂຶ້ນນອກກອບໃນກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA).


ກ່ອນໜ້ານີ້ ອາເມຣິກາໄດ້ບັນລຸຂໍ້ຕົກລົງທີ່ຄ້າຍຄືກັນນີ້ ກັບບໍລິສັດຟາຍເຊີເມື່ອເດືອນສິງຫາຜ່ານມາ ໂດຍ ຟາຍເຊີ ໄດ້ສົ່ງວັກແຊັງເຫຼົ່ານັ້ນໃຫ້ແກ່ໂຄງການໂຄແວັກ ທີ່ນຳໂດຍອົງການອະນາໄມໂລກ (WHO), ຂະນະທີ່ການຮັບວັກແຊັງ ນຳໄປແຈກຢາຍໃຫ້ບັນດາປະເທດທີ່ເຂົ້າຮ່ວມໂຄງການ ຍັງເປັນໄປຢ່າງຫຼ້າຊ້າ ເຮັດໃຫ້ອັດຕາການສັກວັກແຊັງໃຫ້ປະຊາຊົນ ໂດຍສະເພາະປະເທດທຸກຍາກ ຍັງກວມເອົາສ່ວນໜ້ອຍ.