
ແມນນີ ປາກຽວ ນັກມວຍຊາວຟິລິບປິນ ຂວັນໃຈຊາວອາຊີ ສົ່ງສັນຍານຢຸດຕິບົດບານນັກມວຍອາຊີບ ຫຼັງຈາກທີ່ປະກາດລົງສະໝັກຕໍາແໜ່ງປະທານາທິບໍດີຂອງປະເທດຟິລິບປິນ ຢ່າງເປັນທາງການ ທີ່ຈະມີການເລືອກຕັ້ງໃນປີ 2022.
ໄຟທ໌ຫຼ້າສຸດ ປາກຽວ ເສຍຄະແນນໃຫ້ກັບ ຢໍເດນິສ ອູກາສ ນັກມວຍຊາວກຸຍບາ ເມື່ອເດືອນສິງຫາ 2021 ແຕ່ມາຮອດປັດຈບຸັນຍັງບໍ່ຍອມປະກາດວ່າຈະອໍາລາວົງການມວຍ ຈົນຫຼ້າສຸດ ປາກຽວ ອາຍຸ 42 ປະກາດຢ່າງເປັນທາງການວ່າ: ຕົວເອງຈະລົງສະໝັກຕໍາແໜ່ງປະທານາທິບໍດີ ຟິລິບປິນ ໃນຖານະຕົວແທນຂອງພັກ ພີດີພີ-ລາບານ ໂດຍຫວັງໃຊ້ປະສົບການຈາກທີ່ເຄີຍເຮັດວຽກເປັນສະມາຊິກວຸດທິສະພາມາກ່ອນ ມາເປັນຮ່າງນະໂຍບາຍຊ່ວຍເຫຼືອປະຊາຊົນ.
ສໍາລັບ ປະທານາທິບໍດີຄົນປັດຈຸບັນຂອງ ຟິລິບປິນ ແມ່ນ ທ່ານ ໂຣດຣິໂກ ດູເຕີເຕ ຈະອໍາລາຕໍາແໜ່ງຫຼັງໝົດວາລະໃນປີ 2022 ຕາມລັດຖະທໍາມະນູນຂອງຟິລິບປິນ ລະບຸວ່າ: ຜູ້ນໍາປະເທດຈະຄອງຕໍາແໜ່ງພຽງ 1 ສະໄໝ ກ່ອນເປີດທາງໃຫ້ຜູ້ແທນຄົນໃໝ່ທີ່ໄດ້ຮັບເລືອກຈາກສຽງໂຫວດຂອງປະຊາຊົນ ຂຶ້ນທາເຮັດໜ້າທີ່ແທນໃນປີຕໍ່ໄປ.
ແນ່ນອນເຖິງວ່າບໍ່ມີການຢືນຢັນເລື່ອງການອໍາລາອາຊີບນັກມວຍຈາກ ປາກຽວ ແຕ່ການຕັດສິນໃຈລົງຊີງຕໍາແໜ່ງຄັ້ງນີ້ເຮັດໃຫ້ ປາກຽວ ມີໂອກາດສູງທີ່ຈະຕ້ອງອໍາລາການຊົກມວຍແບບຖາວອນ ເພາະຕ້ອງໃຊ້ເວລາໃນການທຸ້ມເທວາງແຜນ ແລະ ເດີນສານຫາສຽງ.