8 ບ້ານແດງໃໝ່ ໃນນະຄອນຫຼວງວຽງຈັນ ແລະ ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ 162 ຄົນ

865

ສະຖານະການໂຄວິດ ຢູ່ ສ ປປ ລາວ ມື້ນີ້ 20 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ 214 ຄົນ ຊຸມຊົນ 162 ຄົນ
ເຊິ່ງມີລາຍລະອຽດດັ່ງນີ້

ນະຄອນຫຼວງວຫຼງຈັນ 77 ຄົນ
1 ກຸ່ມໂຮງງານ ອານພີ ລາວ 42 ຄົນ, ເກັບຕົວຢ່າງ ຢູ່ສູນດົງໂດກ ໃຫ້ຜົນບວກ 40 ຄົນ
ເກັບຢູ່ໂຮງງານ 2 ຄົນ
2 ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ ໃຫ້ຜົນບວກ 29 ຄົນ


ຈໍາປາສັກ 33 ຄົນ ເມືອງບາຈຽງ 3 ຄົນ ແລະ ນະຄອນປາກເຊ 30 ຄົນ
ຄຳມ່ວນ 28 ຄົນ ທ່າແຂກ 11 ບ້ານ, ບົວລະພາ 1 ບ້ານ, ຫີນບູນ 1 ບ້ານ
ບໍ່ແກ້ວ 12 ຄົນ ທັງ 12 ຄົນ ແມ່ນຢູ່ ເຂດພິເສດຂອງເມືອງຕົ້ນເຜື້ອງ (ລາວ 01 ຄົນ, ພະມ້າ 06 ຄົນ ແລະ ຈີນ 05 ຄົນ).


ສະຫວັນນະເຂດ 9 ຄົນ ນັກສຶກສາແພດ ມີ 02 ຄົນ
ບ້ານໂນນສະຫວາດ, ບ້ານບ້ານສະໜາມໄຊ, ບ້ານໄຊຍະພູມ ແລະ ບ້ານນາເຕີ້ຍ, ບ້ານລະ 01 ຄົນ
ບ້ານທ່າເດື່ອ, ເມືອງສອງຄອນ ມີ 01 ຄົນ
ຄົນຫວຽດ ມີ 02 ຄົນ, ແຕ່ບໍ່ຮູ້ແຫລ່ງທີ່ມາ ຂອງການຕິດເຊື້ອ


ຊຽງຂວາງ 2 ຄົນ ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ, ອາຍຸ 42 ປີ ອາຊິບ ກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ, ອາຍຸ 34 ປີ, ອາຊີບ ຄ້າຂາຍ) ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ, ເມືອງຜາໄຊ.
ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫລວງວຽງຈັນ ໄປຮອດແຂວງຊຽງຂວາງ
ງານສົບຈັດແຕ່ວັນທີ 14-17 ກັນຍາ 2021
ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່
ທາງແຂວງຊຽງຂວາງ ໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນ
ບໍລິຄໍາໄຊ 1 ຄົນ ເປັນຄົນທີ່ມີອາການທາງລະບົບຫາຍໃຈ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ສໍາລັບບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 08 ບ້ານ
ເມືອງ ສີໂຄດຕະບອງມີ ບ້ານ ທົ່ງປົ່ງ, ບ້ານວຽງຄໍາ, ບ້ານໜອງແຕ່ງ, ບ້ານໜອງດ້ວງ, ບ້ານດົງນາທອງ
ເມືອງ ໄຊເສດຖາ ບ້ານ ໂພນທັນ
ເມືອງນາຊາຍທອງ ບ້ານ ນາສ້ຽວ
ເມືອງໄຊ ຖານີ ບ້ານ ສະພັງມຶກ


ເຊິ່ງ 8 ບ້ານນີ້ຈະສິ້ນສຸດບ້ານເຂດແດງໃນວັນທີ 3 ຕຸລາ ຫສາກບໍ່ພົບຄົນໃນບ້ານຕິດເຊື້ອໂຄວິດໃໝ່ອີກ, ຫາກຕິດໃໝ່ອີກກໍຈະນັບເຕີ່ມໄປອີກ 14 ວັນ
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19.399 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.255 ຄົນ.