ບ້ານຫ້ວຍຖ້ຳ ໄດ້ຮັບເຄື່ອງຊ່ວຍເຫຼືອໃນຊ່ວງໂຄວິດລະບາດ

215

ປັດຈຸບັນຫຼາຍເຂດຫຼາຍແຂວງໃນທົ່ວປະເທດລ້ວນແຕ່ພົບກັບຄວາມຫຍຸ້ງຍາກ ຍ້ອນມີການແຜ່ລະບາດຂອງໂຄວິດ19 ຫຼາຍບ້ານຖືກກຳນົດເປັນບ້ານແດງຕ້ອງຈຳກັດບໍລິເວນຢ່າງເຂັ້ມງວດ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນມີຄວາມຂາດເຂີນ ໂດຍສະເພາະເຄື່ອງອຸປະໂພກ ແລະ ບໍລິໂພກ ໃນນັ້ນກໍ່ລວມມື ບ້ານຫ້ວຍຖ້ຳ ເມືອງຈອມເພັດແຂວງຫຼວງພະບາງນຳ.

ວັນທີ 18 ກັນຍາ 2021 ນີ້ ຄະນະນຳອົງການກາແດງລາວ ປະຈຳແຂວງຫຼວງພະບາງ ນໍາໂດຍ ດຣ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງລາວ ປະຈຳແຂວງຫຼວງພະບາງ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ 19 ຢູ່ບ້ານຫ້ວຍຖໍ້າ ເມືອງຈອມເພັດ.

ປະຈຸບັນບ້ານຫ້ວຍຖໍ້າ ຖືກກຳນົດເປັນບ້ານເຂດແດງ ຫຼື ບ້ານທີ່ເປັນພື້ນທີ່ສ່ຽງຕໍ່ການລະບາດຂອງພະຍາດໂຄວິດ 19 ເຊີ່ງຄະນະສະເພາະກິດຂັ້ນເມືອງ ໄດ້ມີການອອກຄຳສັ່ງປິດການເດີນທາງເຂົ້າ-ອອກຂອງປະຊາຊົນ ເພື່ອຈຳກັດການລະບາດຂອງເຊື້ອ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ກ່າວມອບເຄື່ອງຊ່ວຍເຫຼືອ ໂດຍແມ່ນ ດຣ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງລາວ ປະຈຳແຂວງຫຼວງພະບາງ, ກ່າວຮັບໂດຍແມ່ນ ທ່ານ ສົມສັກ ສີລິວົງ ຮອງເຈົ້າເມືອງຈອມເພັດ ແລະມອບຕໍ່ໃຫ້ອົງການປົກຄອງບ້ານຫ້ວຍຖໍ້າ ເພື່ອນໍາໄປແຈກຍາຍໃຫ້ທົ່ວເຖິງ

ເຄື່ອງທີ່ນຳປະຊ່ວຍເຫຼືອໃນຄັ້ງນີ້ປະກອບມີເຂົ້າສານ, ໄຂ່ໄກ່, ໝີ່ເຄີ່ງສຳເລັດຮູບ, ປ໋ອງປາ, ສະບູ, ແຟັບຊັກເຄື່ອງ ແລະຜ້າປີດປາກ-ດັງ ໂດຍຈັດເປັນຖົງມອບໃຫ້ທຸກຄອບຄົວ ລວມທັງໝົດ 112 ຄອບຄົວ, ມູນຄ່າທັງໝົດ 12.330.000 ກີບ.