ພົບຜູ້ຕິດເຊື້ອໂຄວິດໃໝ່ມື້ນີ້ 214 ຄົນ, ຕິດເຊື້ອໃນຊຸມຊົນ ນະຄອນຫຼວງວຽງຈັນ 77 ຄົນ

512

ສະຖານະການໂຄວິດ ຢູ່ ສ ປປ ລາວ ມື້ນີ້ 20 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ 214 ຄົນ ຊຸມຊົນ 162 ຄົນ, ຫຼາຍກວ່າໝູ່ຜູ້ຕິດເຊື້ອໃນຊຸມຊົນ ແມ່ນ ນະຄອນຫຼວງວຽງຈັນ 77 ຄົນ, ຮອງລົງມາແມ່ນ ແຂວງ ຈໍາປາສັກ 33 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ ວ່າ
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 20 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5.117 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 214 ຄົນ

ກໍລະນີນໍາເຂົ້າ ມີ 52 ຄົນ ຈາກ ແຂວງ ສະຫວັນນະເຂດ 32 ຄົນ, ສາລະວັນ 12 ຄົນ, ຈໍາປາສັກ 4 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 162 ຄົນ, ນະຄອນຫຼວງ 77 ຄົນ, ຈໍາປາສັກ 33 ຄົນ, ຄໍາມ່ວນ 28 ຄົນ, ບໍ່ແກ້ວ 12 ຄົນ, ສະຫວັນນະເຂດ 9 ຄົນ, ຊຽງຂວາງ 2 ຄົນ
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19.399 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.255 ຄົນ.

ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ ສອງຈຸດ 1) ຈຸດເກັບຕົວຢ່າງ ເດີ່ນກິລາໃນຮົ່ມ ບຶງຂະຫຍອງ, 2) ຈຸດເກັບຕົວຢ່າງ ໂຮງຮຽນມໍປາຍສີໂຄດ.
ເຊິ່ງທັງສອງບ່ອນເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.

ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.