ທີ່ດັງຂ້າມຄືນເພາະວ່າ ເດ ເຄອາ ປ້ອງກັນຈຸດໂທດຄັ້ງທໍາອິດໃນລີກຮອບເກືອບ 7 ປີ

358

ເປັນອີກກະແສທີ່ດັງໄປຂ້າມຄືນກັບ ຈັງຫວະທີ່ ດາບິດ ເດ ເຄອາ ຜູ້ຮັກສາປະຕູຂອງແມນເຊັສເຕີ ຢູໄນເຕັດ ກາຍເປັນຮີໂຣປ້ອງກັນຈຸດໂທດຊ່ວຍໃຫ້ທີມເອົາຊະນະ ເວສແຮມ ຢູໄນເຕັດ 2-1 ໃນການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ເມື່ອວັນທີ 19 ກັນຍາ 2021.

ເຊິ່ງເຫດການດັ່ງກ່າວ ແມນເຊັສເຕີ ຢູໄນເຕັດ ໄດ້ປະຕູຂຶ້ນນໍາ 2-1 ຈາກການຍິງຂອງ ເຈສຊີ ລິນກາດ ນາທີໆ 89, ແຕ່ໃນໄລຍະຕໍ່ເວລາບາດເຈັບ ເວສແຮມ ໄດ້ຈຸດໂທດ ແລະ ເປັນ ມາກ ໂນເບິລ ຮັບໜ້າທີ່ຍິງແຕ່ຜ່ານມືຂອງ ເດ ເຄອາ ເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ເອົາຊະນະໄປຫວຸດຫວິດ 2-1.

ຈາກຜົນດັ່ງກ່າວເຮັດໃຫ້ ກະແສດັ່ງກ່າວດັງໄປຂ້າມຄືນ ແລະ ມີການຕັດຕໍ່ພາບ ເດ ເຄອາ ມີຂອງດີ, ແຕ່ມາເບິ່ງສະຖິຕິຂອງ ເດ ເຄອາ ໃນການປ້ອງກັນຈຸດໂທດໄດ້ເປັນຄັ້ງທໍາອິດໃນຮອບ 41 ນັດ ແລະ ປ້ອງກັນໃນໄລຍະເວລາສໍາຄັນ ເຮັດໃຫ້ເຫດການດັ່ງກ່າວດັງໄປຊົ່ວຂ້າມຄືນ.

ກ່ອນໜ້ານີ້ ເດ ເຄອາ ບໍ່ສາມາດປ້ອງກັນຈຸດໂທດໄດ້ເລີຍເຖິງ 40 ນັດຈາກການລົງແຂ່ງຂັນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ແລະ ທີມຊາດແອັດສະປາຍ ເຊິ່ງປ້ອງກັນຄັ້ງສຸດທ້າຍໄດ້ໃນນັດນັດທີ່ພົບກັບ ເອັຟເວີຕັນ ໃນການແຂ່ງຂັນບານເຕະ ເອັຟເອ ຄັບ ຮອບຮອງຊະນະເລີດ ເມື່ອວັນທີ 23 ເມສາ 2016 ຈາກການຍິງຂອງ ໂຣເມລູ ລູກາກູ.

ຂະນະທີ່ ໃນລີກແມ່ນປ້ອງກັນຈຸດໂທດໄດ້ຄັ້ງທໍາອິດຮອບເກືອບ 7 ປີ ໂດຍກ່ອນໜ້ານີ້ປ້ອງກັນໄດ້ໃນນັດທີ່ ພົບກັບ ເອັຟເວີຕັນ ຈາກການຍິງຂອງ ເລຕັນ ເບນສ໌ ເມື່ອເດືອນຕຸລາ 2014.