“ ເຂົ້າໜ້າໄກ່ ” ອາຫານຈານດຽວ ແຊບໜ້າລອງ

635

“ ເຂົ້າໜ້າໄກ່ ” ອາຫານຈານດຽວທີ່ຫາກິນບໍ່ໄດ້ງ່າຍໆແລ້ວ ເພາະຫຼາຍໆຮ້ານໄດ້ຮັບຜົນກະທົບຈາກໂຄວິດ – 19 ຈຶ່ງເຮັດໃຫ້ຊອກຫາກິນອາຫານເມນູນີ້ຂ້ອນຂ້າງຍາກຫຼາຍ. ສະນັ້ນ, ຜູ້ຂຽນກໍເລີຍໄປຫາສູດການເຮັດເມນູນີ້ມາໃຫ້ທຸກຄົນໄດ້ເຮັດກິນແບບແຊບໆ ແຖມປາສະຈາກພະຍາດໂຄວິດ – 19 ນຳອີກ ພ້ອມແລ້ວເຮົາໄປເຮັດກິນນຳກັນເລີຍ:

May be an image of food and indoor

ວັດຖຸດິບ ແລະ ສ່ວນປະສົມ

ຊີ້ນເອິກໄກ່ 500 ກຣາມ

ຮາກຜັກຫອມປ້ອມທຸບ 5 – 6 ຮາກ

ເຫຼົ້າຈີນ 2 ບ່ວງແກງ

ສະອິວຂາວ 2 ບ່ວງແກງ

ສະອິວດຳ 2 ບ່ວງແກງ

ນ້ຳມັນງາ 1 ບ່ວງແກງພິກໄທປົ່ນເລັກໜ້ອຍ

ກະທຽມທຸບ 5 – 6 ກີບ

ຂີງແກ່ຊອຍ

ນ້ຳມັນພືດ

ນ້ຳຕານ 2 ບ່ວງແກງ

ແປ້ງມັນ 1 ບ່ວງແກງ

ເຂົ້າຈ້າວຫູງສຸກ

ວິທີເຮັດເຂົ້າໜ້າໄກ່

May be an image of food

ຊອຍຊີ້ນເອິກໄກ່ເປັນຕ່ອນຂະໜາດພໍດີຄຳ ໃສ່ລົງໃນພາຊະນະປະສົມ.

ເລີ່ມເອືອບໄກ່ ໂດຍໃສ່ຮາກຜັກຫອມປ້ອມທຸບລົງໄປໃນຊີ້ນເອິກໄກ່.

ຕາມດ້ວຍເຫຼົ້າຈີນ, ສະອິວຂາວ, ສະອິວດຳ, ນ້ຳມັນງາ ແລະ ພິກໄທປົ່ນ.

ເອືອບປະສົມໃຫ້ເຂົ້າກັນ ໝັກປະໄວ້ປະມານ 1 ຊົ່ວໂມງ.

ຄ້າງໝໍ້ກະທະໃສ່ນ້ຳມັນລົງໄປ ໝໍ້ຮ້ອນໃສ່ກະທຽມ ແລະ ຂີງລົງໄປຜັດຈົນມີກິ່ນຫອມ ແລ້ວໃສ່ຊີ້ນໄກ່ທີ່ເອືອບໄວ້ນັ້ນລົງໄປຂົ້ດຈົນສຸກທົ່ວກັນ.

ຈາກນັ້ນຕື່ມນ້ຳສະອາດລົງໄປພໍຖ້ວມຊີ້ນໄກ່ ປຸງລົດຊາດດ້ວຍນ້ຳຕານ ແລະ ສະອິວຂາວ, ລະລາຍແປ້ງມັນໃສ່ກັບນ້ຳໃຫ້ລະລາຍ ຄ່ອຍໆເທສ່ວນປະສົມແປ້ງລົງໄປໃນໝໍ້ ແລ້ວຄົນໄປເລື້ອຍໆຈົນເລີ່ມໜຽວຂຸ້ນຕາມຄວາມຕ້ອງການ.

ຈາກນັ້ນກໍກຽມຕັກລາດເຂົ້າທີ່ກຽມໄວ້ ພ້ອມຈັດເສີບໄດ້ເລີຍ ບອກໄດ້ເລີຍວ່າແຊບເກີນຄຳບັນຍາຍ.

ທີ່ມາ: https://cooking.kapook.com/view126690.html