ຫຼວງພະບາງສັ່ງຫ້າມໂຮງຊຸມນຸມ ວັນບຸນຫໍ່ເຂົ້າສະຫຼາກ ບຸກຄົນໃດຫາກຍັງຝ່າຝືນ ຈະຖືກປັບໃໝ ແລະ ດຳເນີນຄະດີ

296

ຈະວຸນວຽນມາອີກຮອບສໍາລັບສໍາລັບບຸນຫໍ່ເຂ້າສະຫຼາກ ຫຼື ບຸນເດືອນ 10 ເພັງ ເຊິ່ງປີນີ້ກົງກັບວັນອັງຄານ ວັນທີ 21 ກັນຍາ 2021 ຂຶ້ນ 15 ຄ່ຳ ເດືອນ 10 ລາວ ໃນທ່າມກາງສະຖານະການໂຄວິດຍັງແຜ່ລະບາດ
ທາງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະບາດ ໂຄວິດ-19 ຂັ້ນນະຄອນ ຫຼວງພະບາງ ຈຶ່ງແຈ້ງເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມນີ້ ໃນວັນບຸນປະເພນີດັ່ງກ່າວ

1 ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ມີຈິດໃຈເຫຼືອມໃສສັດທາທີ່ຈະໄປໃສ່ບາດໃນທຸກໆຕອນເຊົ້າຕ້ອງໃສ່ຜ້າປິດປາກ-ປິດດັງທຸກຄັ້ງ, ກ່ອນຈະຈັບເຂົ້າ ຫຼື ເຄື່ອງໃສ່ບາດ ຕ້ອງລ້າງມືໃຫ້ສະອາດ ແລະ ໃສ່ເຈວລ້າງມື.

2 ການຈັດງານບຸນຫໍ່ເຂົ້າສະຫຼາກທີ່ຈະມາເຖິງນີ້ ແມ່ນບໍ່ໃຫ້ມີການເຕົ້າໂຮມປະຊາຊົນຢູ່ວັດເປັນຈຳນວນຫຼາຍຄື ທຸກປີທີ່ຜ່ານມາ. ສຳລັບຜູ້ທີ່ມີຈິດໃຈເຫຼືອມໃສໃນສັດທາຈະທານເຂົ້າສະຫຼາກແມ່ນໃຫ້ຫ້າງຫາກະກຽມ ແລະ ອ່ານເຂົ້າສະຫຼາກຢູ່ເຮືອນຂອງໃຜລາວ ຫຼັງຈາກນັ້ນແມ່ນໃຫ້ເອົາໄປເຄນຢູ່ວັດເລີຍ ໂດຍມອບໃຫ້ພະສົງ-ສາມະເນນ ແລະ ການຈັດຕັ້ງບ້ານ ເປັນຜູ້ດຳເນີນພິທີທາງສາສະໜາ ແບ່ງປັນຕາມຄວາມເໝາະສົມ(ຫ້າມບໍ່ໃຫ້ເຕົ້າໂຮມປະຊາຊົນຢູ່ວັດຢ່າງເດັດຂາດ).

ໝາຍເຫດ ຖ້າຫາກບຸກຄົນໃດຫາກຍັງຝ່າຝືນເຊິ່ງເປັນເຫດທີ່ພາໃຫ້ເກີດການແຜ່ເຊື້ອເປັນວົງກ້ວາງແມ່ນຈະຖືກປັບໃໝ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ດັ່ງນັ້ນ, ເພື່ອເຮັດໃຫ້ພະສົງ-ສາມະເນນ, ພໍ່ແມ່ປະຊາຊົນ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວີດ, ສຸຂະພາບ ຈິ່ງຂໍແຈ້ງມາຍັງທຸກພາກສ່ວນຈົ່ງໃຫ້ການຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ.