ອ່ານດ່ວນ! ແຂວງຫົວພັນ 1 ດຽວປອດໂຄວິດຕອນນີ້ອອກແຈ້ງການໃໝ່

905

ຫົວພັນ ແຂວງວິລະຊົນຕອນນີ້ເປັນພຽງ 1 ດຽວໃນລາວທີ່ບໍ່ມີຜູ້ຕິດເຊື້ອໂຄວິດນັບແຕ່ມີການລະບາດຂອງພະຍາດດັ່ງກ່າວເຂົ້າມາໃນປະເທດລາວ ແຕ່ແຂວງກໍ່ຕ້ອງມີການພົວພັນກັບແຂວງຕ່າງໆ ຕາມປົກກະຕິ ດັ່ງນັ້ນ, ເພື່ອເປັນການປ້ອງກັນແຕ່ຕົ້ນ ທາງເຈົ້າແຂວງຫົວພັນໄດ້ອອກແຈ້ງການກ່ຽວກັບຜູ້ຈະເດີນທາງເຂົ້າໄປ ພ້ອມບັນດາມາດຕະການປ້ອງກັນແຕ່ເບື້ອງຕົ້ນຕໍ່ຫົວໜ່ວຍທຸລະກິດຕ່າງໆພາຍໃນແຂວງ.

ຕາມແຈ້ງການຂອງແຂວງຫົວພັນ ສະບັບຫຼ້າສຸດ ເລກທີ 289/ຈຂ.ຫພ ລົງວັນທີ 19 ກັນຍາ 2021 ໄດ້ລະບຸໄວ້ດັ່ງນີ້:
1. ປິດການຂົນສົ່ງໂດຍສານ ແລະ ສາຍການບິນໂດຍສານ ເຂົ້າແຂວງຫົວພັນ
2. ສຳລັບພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບໍລິສັດ, ອົງການຕ່າງໆ ທີ່ມີຄວາມຈຳເປັນແທ້ໆທີ່ຈະເດີນທາງເຂົ້າອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດຕະການເຊັ່ນວ່າ: ສຳລັບບຸກຄົນທີ່ຮັບວັກຊິນຄົບ 2 ໂດສ ແລະ ເດີນທາງມາຈາກເຂດບ້ານສີຂຽວແມ່ນຕ້ອງໄດ້ກັກຕົວເປັນເວລາ 14 ວັນ, ສຳລັບຄົນທີ່ຮັບວັກຊິນຍັງບໍ່ຄົບໂດສ ຫຼື ຍັງບໍ່ທັນໄດ້ຮັບເລີຍ ທີ່ເດີນທາງມາຈາກເຂດບ້ານສີແດງແມ່ນຕ້ອງໄດ້ກັກຕົວ 21 ວັນ

3. ລັດບັນທຸກສິນຄ້າ ທີ່ມີຈຸດປະສົງເດີນທາງເຂົ້າມາທີ່ແຂວງຫົວພັນ ແມ່ນຕ້ອງປະຕິບັດຕາມ ມາດຕະການທີ່ວາງອອກເຊັ່ນ: ໃຫ້ຄ່ຽນຖ່າຍສິນຄ້າ ຫຼື ປ່ຽນໂຊເຟີລົດຢູ່ຈຸດກວດກາກ່ອນເຂົ້າແຂວງຫົວພັນ
4. ເຈົ້າຂອງພາຫະນະທີ່ນຳເອົາຜູ້ໂດຍສານ ຕິດຕາມມານຳພາຫະນະຂອງຕົນແມ່ນຕ້ອງໄດ້ຮັບຜິດຊອບຄ່າສິ້ນເປືອງຕ່າງໆໃນການຕິດຕາມ ແລະ ນຳສົ່ງຜູ້ໂດຍສານໄປເຖິງປາຍທາງເຊັ່ນ: ອັດຕາກິນ 50.000 ກີບ ຈຳນວນ 3 ຄົນຕໍ່ 1 ວັນ, ຄ່ານ້ຳມັນລົດ ຕາມໄລຍະທາງຕົວຈິງ ອັດຕາຄິດໄລ່ແມ່ນ 7 ກິໂລແມັດ ຕໍ່ 1 ລິດ

5. ການເດີນທາງອອກໄປຕ່າງແຂວງຂອງພົນລະເມືອງ ແຂວງຫົວພັນ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດກ່ອນ
6. ຫ້າມຈັດງານບຸນປະເພນີ, ງານລ້ຽງ, ງານດອງ ງານສັງສັນຕ່າງໆ ແລະ ກອງປະຊຸມເກີນຈຳນວນ 50 ຄົນ
7. ປິດກິດຈະກຳການຫຼິ້ນກິລາໃນຮົ່ມ ແລະ ກິລາທີ່ມີຜູ້ເຂົ້າຮ່ວມ, ຜູ້ຊົມຈຳນວນຫຼາຍ
8. ປິດຮ້ານບັນເທີງ ແລະ ຮ້ານຄາລາໂອເກະຕ່າງໆ

9. ຜູ້ທີ່ລະເມີດຈະປະຕິບັດມາດຕະການເຊັ່ນ: ຄັ້ງທີ1 ຖືກກ່າວເຕືອນ ພ້ອມຂຽນບົດບັນທຶກ, ຄັ້ງທີ 2 ປັບໃໝ 1.000.000 ກີບຕໍ່ຄົນ ພ້ອມຂຽນບົດບັນທອກ, ຄັ້ງທີ 3 ປັບໃໝ 3.000.000 ກີບຕໍ່ຄົນ ພ້ອມຂຽນບົດບັນທຶກ ແລະ ຖ້າມີຄັ້ງ 4 ແມ່ນຈະຖືກຖອນໃບທະບຽນດຳເນີນທຸລະກິດ ແລະ ດຳເນີນຄະດີຕາມກົດໝາຍ
ສຳລັບຜູ້ປະກອບການ ບັນດາຮ້ານ, ບໍລິສັດ ຄັ້ງທີ1 ຖືກກ່າວເຕືອນ ພ້ອມຂຽນບົດບັນທຶກ, ຄັ້ງທີ 2 ປັບໃໝ 1.000.000 ກີບ ພ້ອມຂຽນບົດບັນທຶກ, ຄັ້ງທີ 3 ປັບໃໝ 3.000.000 ກີບ ພ້ອມຖອນໃບທະບຽນດຳເນີນທຸລະກິດ ແລະ ຖ້າມີຄັ້ງ 4 ດຳເນີນຄະດີຕາມກົດໝາຍອາຍາ.