ນະຄອນຫຼວງອອກຄໍາສັ່ງເຂັ້ມງວດ 19 ຂໍ້ ໃຜລະເມີດປັບໃໝສູງເຖິງ 10 ລ້ານກີບ

527

ສະຖານະການໜ້າຫ່ວງຂຶ້ນນັບມື້ ຫຼ້າສຸດ ນະຄອນຫຼວງວຽງຈັນ ອອກຄໍາສັ່ງລ໊ອກດາວນະຄອນຫຼວງວຽງຈັນແລ້ວ ເລີ່ມ ວັນທີ 19-30 ກັນຍາ ຕາມຄໍາສັ່ງສະບັບນີ້ 19 ຂໍ້ ດັ່ງນີ້


ຄໍາສັ່ງລ໊ອກດາວ ຂອງນະຄອນຫຼວງວຽງຈັນ ຫ້າມປະຊາຊົນອອກຈາກເຮືອນ ຫລື ທີ່ພັກອາໄສ ເດີນທາງໄປ ມາ ຢູ່ພາຍໃນນະຄອນຫຼວງວຽງຈັນ ຍົກເວັ້ນກໍລະນີທີ່ຈໍາເປັນ; ຫ້າມບຸກຄົນຢູ່ແຂວງ ທີ່ມີການແຜ່ລະບາດໃນຊຸມຊົນ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຖ້າຈໍາເປັນຕ້ອງເຂົ້າມາ ຕ້ອງຈໍາກັດບໍລິເວນໃຫ້ຄົບ 14 ວັນ.


ໂດຍນັບແຕ່ວັນທີ 20 ກັນຍາເປັນຕົ້ນໄປໃຫ້ພະນັກງານ – ລັດຖະກອນ, ວິສາຫະກິດ, ອົງການຈັດຕັ້ງສາກົນ ຢຸດການມາເຮັດວຽກຢູ່ຫ້ອງການ ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າຫນ້າທີ່ດັບເພີງ, ແພດຫມໍ, ພະນັກງານ, ອາສາສະຫມັກ ຮັບຜິດຊອບລະບົບການບໍລິການໄຟຟ້າ,, ນ້ໍາປະປາ, ການສື່ສານ


ແລະ ເຮັດວຽກສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ.
ໃຫ້ບັນດາ ສໍານັກງານ, ອົງການ ພະແນກການ, ເມືອງ ແລະ ບ້ານ ທົ່ວນະຄອນຫຼວງວຽງຈັນ ຈັດຕັ້ງ ແລະ ແນະ ນໍາພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຮັດວຽກທາງລັດຖະການ ຢູ່ເຮືອນ ຫຼື ທີ່ພັກອາໄສ ຜ່ານລະບົບການສື່ສານ ອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ, ສື່ສັງຄົມ ອອນລາຍ ແລະ ລະບົບກອງປະຊມທາງໄກ

ຕ້ອງຈັດຕັ້ງແບ່ງຜູ້ມາປະຈໍາການ ເພື່ອແກ້ໄຂວຽກງານ, ຕ້ອງມີເວນປ້ອງກັນຍາມສໍານັກງານ, ອົງການ ຢ່າງເປັນປົກກະຕິ ໃຫ້ສາມາດປະສານໄດ້ໃນກໍລະນີມີ ວຽກຈໍາເປັນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຮ້າຍສ້າງຄວາມເສຍຫາຍຕ່າງໆ ຢ່າງເດັດຂາດ.

 

ພ້ອມດຽວກັນນີ້ໄລຍະລັອກດາວແຕ່ນີ້ຮອດວັນທີ 30 ກັນຍາ 2021 ແມ່ນໃຫ້ທຸກພາກສ່ວນຮ່ວມເປັນເຈົ້າການປະຕິບັດບັນດາຂໍ້ຫ້າມເຫຼົ່ານີ້ຢ່າງເຄັ່ງຄັດ ລາຍລະອຽດເຮົາມາຟັງການຖະແຫຼງຂອງ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ
ບັນດາຂໍ້ຫ້າມທັງໝົດ ແມ່ນເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດໂຄວິດ-19 ແຜ່ລາມໄປເປັນບໍລິເວນກວ້າງ ແລະໃຫ້ ສາມາດຄວບຄຸມສະຖານະການໄດ້ໂດຍໄວ ອັນສຳຄັນແມ່ນໃຫ້ພວກເຮົາທຸກຄົນໄດ້ກັບມາໃຊ້ຊີວິດປົກກະຕິແບບໃໝ່ໂດຍໄວ ຖ້າຜູ້ໃດຫາກລະເມີດບັນດາມາດຕະການເຫຼົ່ານີ້ ຈະຖືກປັບໃຫມ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້:

.


ບຸກຄົນລະເມີດ: ໃຫ້ປັບໄຫມ 3.000.000 ກີບ/ຄົນ/ຄັ້ງ
ນິຕິບຸກຄົນລະເມີດ: ໃຫ້ປັບໄຫມ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ.