ສະຖານທີ່ສ່ຽງ ແລະ ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ ນະຄອນຫຼວງວຽງຈັນ 225 ຄົນ

808

ສະຖານະການໂຄວິດ 19 ມື້ນີ້ ວັນທີ 19 ກັນຍາ 2021 ພົບຜູ້ຕິດເຊື້ອໃໝ່ທັງໝົດ 371 ຄົນ ຊຸມຊົນ 303 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 225 ຄົນ, ຮອງລົງມາແມ່ນ 27 ຄົນ
ມາຮອດວັນທີ 19 ກັນຍາ 2021 ລາວເຮົາໄດ້ກວດວິເຄາະເຊື້ອທັງໝົດ 5.318 ຄົນ ພົບຜູ້ຕິດເຊື້ອໃໝ່ 371 ຄົນ, ນໍາເຂົ້າ 68, ຕິດເຊື້ອໃນຊຸມຊົນ ມີ 303 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້


ນະຄອນຫຼວງ 225 ຄົນ
1 ກຸ່ມ ໂຮງງານ ອານ ລາວ (ເກັບຕົວຢ່າງໃນໂຮງງານ) ໃຫ້ຜົນບວກ 179, positive rate 31% (179/560).
2 ໂຄງການສຶກສາ LACOVISS ມີ 07 ຄົນ
ຈາກ ບ້ານ ຫນອງທາເຫນືອ, ເມືອງ ຈັນທະບູລີ 03 ຄົນ ຊຶ່ງ ເປັນສະມາຊິກຄອບຄົວ
ດຽວກັນ ທີ່ຕິດເຊື້ອຊຶ່ງໄດ້ລາຍງານ ວານນີ້.
ຈາກບ້ານ ຫນອງຈັນ, ເມືອງ ສີສັດຕະນາກ 03 ຄົນເປັນສະມາຊິກຄອບຄົວດຽວກັນ
ທີ່ຕິດເຊື້ອ ຊື່ງໄດ້ລາຍງານ ວານນີ.
ບ້ານ ຫນອງແຕ່ງ 01 ຄົນ (ພະນັກງານ)


3 ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ ໃຫ້ຜົນບວກ 15 ຄົນ
ອານພີ ລາວ 04 ຄົນ, ກົມແຜນທີ່ທະຫານ 01 ຄົນ, ຄະນະ ພົວພັນຕ່າງປະເທດ 01 ຄົນ, ໂຮງງານ ຊີເຄແອວ 02 ຄົນ, ຕະຫລາດ ດົງຫມາກຄາຍ 02, ຕະຫລາດ ສີ ເກີດ 01 ແລະ ລັດວິສະຫະກິດ ການບິນລາວ 01
4 ກຸ່ມໄປກວດຢູ່ ໂຮງຫມໍເສດຖາ ມີ 07 ກໍລະນີ ເຊື່ງມາຈາກ
ບ້ານ ໂນນຄໍ້ 04 ຄົນ (ເປັນຄອບຄົວດຽວກັນ), ບ້ານ ທາດຫລວງໃຕ້ 04 ຄົນ, ບ້ານ ດົງຄໍາຊ້າງ 01 ຄົນ
5 ກຸ່ມໄປກວດຢູ່ໂຮງຫມໍ 103 ມີ 03 ຄົນ (ຈາກດອນຫນູນ 01 ແລະ ຫນອງດ້ວງ 02)
ຈາກຂໍ້ມູນ ຂ້າງເທີງ ຂອງການລາຍມື້ນີ້ ມີຜູ້ຕິດເຊື້ອຈາກ ໂຮງງານຕັດຫຍິບ ອານ
ວີລາວ ທັງຫມົດ 182,


ມາຮອດປະຈຸບັນ ຕົວເລກສະສົມຜູ້ຕິດເຊື້ອທັງຫມົດ 436 ຄົນ (ໃນຈໍານວນຕົວຢ່າງ 1275 ຕົວຢ່າງ ທີ່ເກັບ.
ຄໍາມວນ 27 ຄົນ, ຈໍາປາສັກ 26 ຄົນ, ຫຼວງພະບາງ 14 ຄົນ, ບໍ່ແກ້ວ 8 ຄົນ ແລະສະຫວັນນະເຂດ 3 ຄົນ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້. ມາຮອດມື້ນີ້ ທົ່ວປະເທດມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19.185 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.184 ຄົນ.


ສຳລັບການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດວັນທີ 18 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1.522 ຄົນ. ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 122 ສູນ ແລະ 55 ໂຮງແຮມ, ມີຜູ້ຈໍາກັດບໍລິເວນ 7.111 ຄົນ.