ການນຳແຂວງຄຳມ່ວນ ລົງຊຸກຍູ້ອ້າຍນ້ອງ ປກຊ, ປກສ 8 ຈຸດໃນເທດສະບານເມືອງທ່າແຂກ

325

ໜັງສືພິມແຂວງຄຳມ່ວນອອນລາຍ ລາຍງານວ່າ: ໃນຕອນບ່າຍຂອງວັນທີ່ 18 ກັນຍາ 2021 ນີ້ຕາງໜ້າການນຳແຂວງຄຳມ່ວນນຳໂດຍ ທ່ານ  ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງ ຄຳມ່ວນ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງໄດ້ລົງຢ້ຽມຢາມ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ກຳລັງ ປກຊ, ປກສ.

ທີ່ໄດ້ປະຕິບັດໜ້າທີ່ປ້ອງກັນເວນຍາມຕາມຈຸດຕ່າງໆ ໃນເທດສະບານເມືອງທ່າແຂກ ເພືື່ອຮັກສາຄວາມສະຫງົບປອດໄພຂອງປະຊາຊົນ ໃນໄລຍະແຂວງຄຳມ່ວນພວມປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ໃນການລົງຢ້ຽມຢາມໃນຄັ້ງນີ້ປະກອບມີ 8 ຈຸດ ໂອກາດນີ້ຍັງໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກຈໍານວນໜຶ່ງມາມອບໃຫ້ເຈົ້າໜ້າທີ່ໂດຍໃນແຕ່ລະຈຸດປະກອບມີ : ນໍ້າດື່ມ 5 ແພັກ, ໜີ່ສຳເລັດຮູບ 2 ແກັດ, ສະເປລ້າງມື 4 ກ່ອງ ແລະ ຜ້າອັດປາກຈຳນວນໜຶ່ງ ທັງນີ້ກໍເພື່ອເປັນກຳລັງໃຈໃຫ້ອ້າຍນ້ອງທີ່ປະຕິບັດໜ້າທີ່ໃນການປ້ອງກັນເວນຍາມໃນຄັ້ງນີ້ໃຫ້ຜ່ານຜ່າວິກິດນີ້ໄປໄດ້ດ້ວຍດີ.