ຈະເລີ່ມລົງມືກໍ່ສ້າງລະບົບນໍ້າປະປາ ຈຸດສຸມໂພນສະຫວາດ (516) ເມືອງລ້ອງຊານ ແຂວງໄຊສົມບູນ

500

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2021 ຜ່ານມານີ້ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ຈັດພິທີເຊັນສັນຍາ ໂຄງການກໍ່ສ້າງລະບົບນໍ້າປະປາ ລະຫວ່າງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ກັບບໍລິສັດ ສີວິໄລ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຂຶ້ນທີ່ສະໜາມກໍ່ສ້າງ ບ້ານສັນປາຕອງ ຈຸດສຸມໂພນສະຫວາດ (516) ເມືອງລ້ອງຊານ.

ໂດຍການເຂົ້າຮ່ວມຂອງທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ໄຊສົມພັນ ລີເຕັງເບຼຍຈື່ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ທ່ານ ບຸນລັບ ສີວິໄ, ປະທານບໍລິສັດ ສີວິໄລ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ແລະ ທ່ານ ສົມຄິດ ເພຍວົງ ຮອງເຈົ້າເມືອງ-ເມືອງລ້ອງຊານ ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດນາຍບ້ານທັງ 6 ບ້ານ ພາຍໃນຈຸດສຸມໂພນສະຫວາດ (516) ເຂົ້າຮ່ວມ.


ໃນພິທີ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການ ຈາກຄະນະຈັດຕັ້ງພິທີ ຊຶ່ງໂຄງການດັ່ງກ່າວ ມີມູນຄ່າລວມທັງໝົດ 32,3ຕື້ກວ່າກີບ ໂດຍຈະຕ້ອງຊຳລະພາຍຫຼັງໄດ້ມີການລົງມືຈັດຕັ້ງປະຕິບັດວຽກສຳເລັດ 25% ຂຶ້ນໄປ ແລະ ຊຳລະຕາມແຕ່ລະສົກງົບປະມານ ຜ່ານການກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງ ຈາກຄະນະກໍາມະການຂອງພາກສ່ວນກ່ຽວຂ້ອງ ໂດຍໃຊ້ເວລາໃນການກໍ່ສ້າງ 24 ເດືອນ (2 ປີ) ພາຍຫຼັງລົງນາມເຊັນສັນຍາເປັນຕົ້ນໄປ.

ໂອກາດດັ່ງກ່າວ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້ງແຂວງໄຊສົມບູນ ໄດ້ມີຄໍາເຫັນຊີ້ນຳຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຄະນະກຳມະການຮັບຜິດຊອບໂຄງການ ກໍຄືພະແນກການທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ຕິດຕາມ, ກວດກາບັນດາໜ້າວຽກຕ່າງໆ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ແລະຮັບປະກັນທາງດ້ານຄຸນນະພາບ ພ້ອມກັບປະສານສົມທົບກັບບໍລິສັດ ຢ່າງກົມກຽວ ເພື່ອຮັບປະກັນບໍ່ໃຫ້ເກີດບັນຫາພາຍຫຼັງ ທັງນີ້ຜູ້ຮັບເໝົາຕ້ອງເຄື່ອນໄຫວຕາມໜ້າທີ່ີ່ຮັບຜິດຊອບ, ຕ້ອງມີຄວາມຈິງອົກຈິງໃຈໃນການລາຍງານ ໃຫ້ເຈົ້າຂອງໂຄງການ ຮັບຊາບ ຢ່າງເປັນປະຈຳ ແລະ ຕໍ່ເນື່ອງ ສຸມທຸກເຫື່ອແຮງ ທັງງົບປະມານໃນການຈັດຕັ້ງປະຕິບັດຕາມສັນຍາ ທີ່ໄດ້ລົງນາມກັນໃຫ້ໄດ້ຮັບຜົນສຳເລັດ ຕາມໄລຍະເວລາທີ່ກຳນົດໄວ້.

ຈາກນັ້ນ ກໍໄດ້ມີການລົງນາມເຊັນສັນຍາໂຄງການດັ່ງກ່າວ ຢ່າງເປັນທາງການ ຊຶ່ງຕາງໜ້າອົງການປົກຄອງແຂວງ ໂດຍທ່ານ ໄຊສົມພັນ ລີເຕັງເບຼຍຈື່ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ແຂວງ (ເຈົ້າຂອງໂຄງການ) ແລະ ທ່ານ ບຸນລັບ ສີວິໄລ ປະທານບໍລິສັດ ສີວິໄລ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ພ້ອມດ້ວຍທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ມີໄຊ ຂຸນພົມ ຮອງຫົວໜ້າພະແນກການເງິນ ແຂວງ ໂດຍມີທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາແຂວງ, ການນຳເມືອງລ້ອງຊານ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ: ທະວີ ວິໄລພອນ