ແຂວງຄຳມ່ວນ ຫ້າງຫາກະກຽມເຄື່ອງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບໃນຊ່ວງໄລຍະປິດເມືອງ

375

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2021 ການນຳແຂວງຄຳມ່ວນນຳໂດຍ ທ່ານ  ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ແລະ ທ່ານ  ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ທັງເປັນຮອງຫົວໜ້າຄະນະສະເພາະກິດແຂວງ, ມີຄະນະສະເພາະກິດຂອງແຂວງ, ຄະນະສະເພາະກິດຂອງເມືອງ ແລະ ກຳລັງຊາວໜຸ່ມຕະລຸມບອນ ໄດ້ກະກຽມເຂົ້າສານອາຫານແຫ້ງ ເພື່ອລົງຊຸກຍູ້ປະຊາຊົນທີ່ໄດ້ຮັບຜົນກະທົບ.


ທ່ານ  ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນໄດ້ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນວ່າ: ຂ້າພະເຈົ້າຂໍກ່າວສະບາຍດີຜ່ານທາງສື່ມວນຊົນມາຍັງສັງຄົມທຸກທົ່ວໜ້າ ໃນສະພາບທີ່ປິດເມືອງນີ້ເຊິ່ງການນຳແຂວງກໍບໍ່ໄດ້ນິ້ງນອນໃຈຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍໄດ້ມອບໃຫ້ສະເພາະກິດຂອງແຂວງ, ເມືອງ, ສົມທົບກັບອຳນາດການປົກຄອງບ້ານສັງລວມຄອບຄົວທີ່ໄດ້ຮັບຜົນກະທົບ.

ໃນນັ້ນມີຈຳນວນໜຶ່ງທີ່ໄດ້ຮັບຜົນກະທົບໜ້ອຍ ແລະ ຈຳນວນໜຶ່ງແມ່ນໄດ້ຮັບຜົນກະທົບຫລາຍ. ຕໍ່ສະພາບການດັ່ງກ່າວການນຳແຂວງເຫັນໄດ້ເຖິງຄວາມຈຳເປັນ ແລະ ເພື່ອປະຕິບັດນະໂຍບາຍກໍ່ໄດ້ມີການກະກຽມເຄື່ອງຊ່ວຍເຫລືອປະເພດເຂົ້າສານ, ໜີ່ ແລະ ປາກະປອງ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ ເພື່ອເຮັດແນວໃດໃຫ້ເຂົາເຈົ້າມີຂວັນກຳລັງໃຈ ແລະ ສາມາດຜ່ານຜ່າວິກິດນີ້ໄປໄດ້ດ້ວຍດີ.

.


ທ່ານ ສົມສະອາດ ອຸ່ນສີດາ ຍັງໄດ້ກ່າວຕື່ມອີກວ່າ: ໂອກາດນີ້ຕາງໜ້າການນຳຂອງແຂວງ ຄຳມ່ວນ ຂໍສະແດງຄວາມຊົມເຊີຍມາຍັງພໍ່ແມ່ປະຊາຊົນທີ່ໄດ້ໃຫ້ຄວາມຮ່ວມມືກັບອຳນາດການປົກຄອງ ແລະ ເຫັນໄດ້ຄວາມສຳຄັນ ເຫັນໄດ້ຄວາມອັນຕະລາຍຂອງພະຍາດນີ້ໂດຍບໍ່ອອກຈາກບ້ານ, ຈາກເຮືອນ ປະຕິບັດມາດຕະການຂອງຂັ້ນເທິງວາງອອກໄດ້ຢ່າງເຂັ້ມງວດ ແລະ ເຄື່ອງທີ່ຈະນຳໄປແຈກຢາຍນີ້ແມ່ນຈະໄດ້ແຈກ ທຸກບ້ານໂດຍສະເພາະຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບໜັກພາຍຫລັງສຳເລັດການຫ້າງຫາກະກຽມ.

.