ສາມາດໄປສັກວັກຊິນໄດ້ແລ້ວ ສໍາລັບແມ່ຍິງຖືພາ 12 ອາທິດ ແລະ ຜູ້ມີອາຍຸ 17 ປີ

380

ໃນວັນທີ 18 ກັນຍາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຖະແຫຼງປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກ່າວວ່າ: ມາຮອດປະຈຸບັນ ສປປລາວ ເຮົາສາມາດສັກວັກຊີນໄດ້ຄືແນວໃດ ດັ່ງທີ່ທ່ານຮູ້ດີແລ້ວວ່າຢູ່ໃນສປປລາວ ມີວັກຊີນທີ່ໄດ້ນຳເຂົ້າມາສັກໃນປະຈຸບັນມີຢູ່ 5 ຊະນິດ ເຊິ່ງປະກອບມີ: ຊີໂນຟາມ, ອັດສະຕາຊີນີ້ກາ, ສະປູນິກ, ຟາຍເຊີ, ຈອນສັນ ແອນ ຈອນສັນ.

ລວມມີທັງໝົດ 5.567,490 ໂດສ, ເຊິ່ງຢາດັ່ງກ່າວກໍ່ໄດ້ມີການແຈກຈ່າຍໄປໃຫ້ກັບແຕ່ລະແຂວງ ໃນຂອບເຂດທົ່ວປະເທດ ເພື່ອສັກໃຫ້ກັບກຸ່ມປະຊາກອນເຊິ່ງມີອາຍຸ ແຕ່ 18 ປີຂື້ນໄປ ມາຮອດປະຈຸບັນ ເຂັ້ມທີ1 ສັກໄດ້ 2.788,830 ໂດສ ກວມເອົາ 38,01% ຂອງປະຊາກອນ ແລະ ເຂັມທີ 2 ສັກໄດ້ 1.007,657 ໂດສ ກວມເອົາ 26% ຂອງປະຊາກອນ, ໃນນັ້ນແຂວງທີ່ສັກກາຍ 50% ຂຶ້ນໄປແລ້ວກໍມີ ນະຄອນຫຼວງ ແລະບໍ່ແກ້ວ ແລະ ແຂວງອື່ນໆກໍແມ່ນສະເລ່ຍຢູ່ໃນ 38% ຂອງເຂັ້ມທີ1. ສະນັ້ນປະຈຸບັນຢູ່ໃນແຕ່ລະແຂວງກໍພວມຕະລຸມບອນໃສ່ກັບການສັກເຂັມທີສອງ ຂອງ ຊີໂນຟາມ ແລະ ອັດສະຕາຊີນິກາ ກໍຂໍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງໄດ້ຮີບຮ້ອນເຂົ້າໄປບໍລິການ ເພື່ອສ້າງພູມຕ້ານທານໃຫ້ກັບຕົນເອງ.


ທ່ານກ່າວຕື່ມວ່າ ຕາມແຜນການຈັດສັນວັກຊີນໃນໄຕມາດທີ 4 ນີ້ ຍັງຈະມີວັກຊີນເຂົ້າມາຕື່ມ 2.434,580 ໂດສ ໃນນັ້ນຈະໄດ້ຮັບຈາກລັດຖະບານ ສປຈີນ, ອົດສະຕາລີ, ກາແດງຈີນ ແລະການລະດົມທືນຈັດຊື້ຈາກພາກສ່ວນເອກະຊົນ. ສະນັ້ນວັກຊີນດັ່ງກ່າວໄດ້ມາກໍຈະໄດ້ມີການຈັດສັນໄປໃສ່ພື້ນທີ່ ທີ່ມີການລະບາດໃນບັນດາແຂວງພາກໃຕ້ ເປັນບູລິມະສິດ ເພື່ອຍົກລະດັບອັດຕາພູມຄຸ້ມກັນໃນໝູ່ປະຊາກອນໃຫ້ສູງຂື້ນເລື້ອຍເຮົາຈຶ່ງຈະຢັບຢັ້ງການລະບາດໄດ້


ເຊິ່ງບົດຮຽນຂອງຫຼາຍປະເທດເພີ່ນສາມາດສັກວັກຊີນໃຫ້ກັບປະຊາກອນກວມຫຼາຍກວ່າ 50% ຂອງປະຊາກອນ ເພີ່ນກໍສາມາດຢັບຢັ້ງເຮັດໃຫ້ການລະບາດນັບມື້ນັບຖອຍລົງ. ສະນັ້ນປະເທດເຮົາກໍເຊັ່ນດຽວກັນ ໃນທ້າຍປີນີ້ທາງລັດຖະບານກໍມີແຜນທີ່ຈະເປີດເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ມາດຕະການສັກຢາວັກຊີນຄົບ 2 ເຂັມຈະເປັນເງື່ອນໄຂໜຶ່ງທີ່ຈະຕ້ອງໄດ້ມີການກວດສອບ ຄືກັນກັບການ


ເດີນທາງຢູ່ພາຍໃນປະເທດຂອງເຮົາ ສະນັ້ນບັນດາທ່ານກໍຈະຕ້ອງມີການກຽມພ້ອມໃຫ້ໄດ້ສັກວັກຊີນໃຫ້ຄົບ2ເຂັມເຊັ່ນດຽວກັນ.
ພ້ອມນີ້ໃນໄຕມາດ 4 ນີ້ ທາງລັດຖະມົນຕີກະຊວງສາທາລະນະສຸກ ກໍໄດ້ອອກແຈ້ງ
ການສະບັບເລກທີ 1079 ສະບັບລົງວັນທີ 16 ກັນຍາ 2021 ວ່າດ້ວຍການໃຫ້ບໍລິການ ວັກຊີນໂຄວິດ-19 ແລະ ຫ້າມການໃຫ້ບໍລິການວັກຊີນໂຄວິດ-19 ເຂັມ3.


ສະນັ້ນຂໍແຈ້ງໃຫ້ກັບນ້ອງທີ່ຈົບມໍປາຍປີນີ້ ທີ່ມີອາຍຸ 17 ປີ ຈົ່ງໄດ້ໄປສັກວັກຊີນກັນພະຍາດໂຄວິດ-19 ເພື່ອຈະໄດ້ມີຄວາມສະດວກໃນການເດີນທາງແລະເຂົ້າຫ້ອງສອບເສັງເຂົ້າມະຫາວິທະຍາໄລ, ພ້ອມນັ້ນແມ່ຍິງທີ່ຖືພາ ທີ່ມີອາຍຸຂອງການຕັ້ງຄັນ 12 ອາທິດຂື້ນໄປກໍແມ່ນສາມາດສັກໄດ້ ເພາະກອງປະຊຸມທາງດ້ານວິຊາການຂອງອົງການອະນາໄມໂລກ ປະຈຳລາວ ແລະ ຄະນະກຳມະການແຫ່ງຊາດ ທາງດ້ານວິຊາການກ່ຽວກັບການສ້າງພູມຄຸ້ມກັນ NITAC ໄດ້ມີການຄົ້ນຄົ້ວແລະເຫັນດີເປັນເອກະພາບ ແລະຍັງບໍ່ອະນຸຍາດໃຫ້ມີການສັກເຂັມທີ 3 ເຊິ່ງເອີ້ນວ່າ ບຸດສະເຕີ, ເຫດຜົນກໍຍ້ອນຍັງບໍ່ມີການວິໄຈທີ່ມາອ້າງອີງໄດ້ເທື່ອ ແລະ ຢາຢູ່ປະເທດເຮົາກໍຍັງມີຢູ່ໃນຂອບເຂດຈໍາກັດສະນັ້ນຂໍໃຫ້ທຸກຄົນໄດ້ເຂົ້າເຖິງຢ່າງທົ່ວເຖິງເສຍກ່ອນ.