ຂົວຂ້າມນໍ້າຂອງກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາແຂວງບໍ່ແກ້ວ ຄືບໜ້າ 66,7%

539

ວັນທີ 17 ກັນຍາ ທ່ານ  ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ ການພັດທະນາພື້ນຖານໂຄງລາງ ໂດຍສະເພາະແມ່ນຂົວຂ້າມແມ່ນໍ້າຂອງກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ເຊິ່ງເປັນ ໂຄງການ ທີ່ນອນຢູ່ໃນເສັ້ນທາງຫຼວງຂອງແຂວງບໍ່ແກ້ວ ໝາຍເລກ 2243 ສ້າງຂຶ້ນ ເພື່ອເຊື່ອມຕໍ່ລະຫວ່າງບ້ານກ້ອນຕື່ນ – ຫ້ວຍແອ່ນ ແລະ ເຊື່ອມຈອດຕິດຊາຍແດນເມືອງຄອບ ແຂວງໄຊຍະບູລີ ເຊິ່ງເປັນເສັ້ນທາງທີ່ມີໄລຍະສັ້ນທີ່ສຸດຈາກແຂວງບໍ່ແກ້ວໄປສູ່ນະຄອນຫຼວງວຽງຈັນ ໂດຍຜ່ານແຂວງໄຊຍະບູລີ.

ທ່ານ ຄຳເພັດ ພົມມະສິງ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວລາຍງານວ່າ ໂຄງການດັ່ງກ່າວແມ່ນໄດ້ເລີມຕົ້ນປະຕິບັດມາ 3 ປີຄືນຫຼັງ. ມາຮອດປັບຈຸບັນ ແມ່ນໄດ້ສຳເລັດພຽງແຕ່ 66,7 %  ເຊິ່ງມີຄວາມຍາວຂອງຂົວທັງໝົດ 503 ແມັດ, ຄວາມກວ້າງທາງລົດແລ່ນປະມານ 8 ແມັດ, ທາງຄົນຍ່າງກວ້າງເບື້ອງລະ 1,8 ແມັດ.

ພາກສ່ວນເທິງເປັນໂຄງສ້າງນ່າງເຫຼັກລວມມີ 7 ຊ່ວງ, ຊ່ວງໜຶ່ງມີຄວາມຍາວ 65 ແມັດ, ສ່ວນຊ່ວງກາງນໍ້າມີຄວາມຍາວ 110 ແມັດ, ມີໂຄງສ້າງເຊິ່ງອອກແບບເປັນຂົວປະສົມພາກສ່ວນລຸ່ມເປັນເບຕົງເສີມເຫຼັກ; ມີ 8 ເສົາ ໃນນີ້ ເສົາກາງນໍ້າມີ 6 ເສົາ ແລະ ຂົວປູດ້ວຍເບຕົງເສີມເຫຼັກ ແລະປູທັບດ້ວຍຢາງຂົວອັດສະຟານໜາ 5 ຊັງຕີແມັດ.

ຜ່ານການປະຕິບັດການກໍ່ສ້າງມາຮອດປັດຈຸບັນແມ່ນພວມໄດ້ສຳເລັດການກໍ່ສ້າງເສົາ p1, p2, p3, p4, p5, p6 , p7, p8 ແລະ ປັດຈຸບັນແມ່ນພວມປະກອບໂຄງຄານຂົວຢູ່ພາກສ່ວນເທິງ.

ທ່ານໃຫ້ຮູ້ຕື່ມວ່າ: ການກໍ່ສ້າງແມ່ນບໍ່ໄດ້ບັນລຸຕາມແຜນທີ່ໄດ້ກຳນົດໄວ້ ສາເຫດຫຼັກກໍ່ຍ້ອນໂຄງ ການຕັ້ງຢູ່ຫ່າງໄກຊອກຫຼີກ, ການຂົນສົ່ງວັດສະດຸກໍ່ສ້າງກໍ່ຫຍຸ້ງຫຍາກ, ລະດັບແມ່ນນ້ຳຂອງບໍ່ປົກກະຕິ ແລະ ດ້ານງົບປະ ມານການກໍ່ສ້າງ ຍັງບໍ່ທັນຕອບສະໜອງໄດ້ດີເທົ່າທີຄວນ, ສຳລັບມູນຄ່າການກໍ່ສ້າງຂົວທັງໝົດ 180 ກວ່າຕື້ກີບ ໂດຍແມ່ນການລົງທຶນຂອງລັດຖະບານ ແລະ ຮັບເໝົາກໍ່ສ້າງ ໂດຍລັດວິສາຫະກິດກໍ່ສ້າງຄົມມະນາຄົມ.

ຂ່າວ: ຄຳພັນ ແກ້ວມະນີ