ບາຈາສ ( Bajaj ) ອີກໜຶ່ງຄ້າຍລົດທີ່ຈໍາໜ່າຍໃນລາວ

798

ຕະຫຼາດລົດໃນ ສປປ ລາວ ປັດຈຸບັນມີການແຂ່ງຂັນສູງບໍ່ວ່າຈະເປັນຄ້າຍລົດໃໝ່, ຄ້າຍລົດເກົ່າ, ທັງຄ້າຍລົດທີ່ຍັງໃຊ້ລະບົບເຄື່ອງຈັກສັນດາບ ແລະ ກໍມີຄ້າຍລົດທີ່ເລີ່ມຫັນເປັນລະບົບຂັບເຄື່ອນໄຟຟ້າ. ແຕ່ແນວໃດກໍຕາມຄ່ານິຍົມຂອງຜູ້ຊົມໃຊ້ລົດກໍຍັງນິຍົມລົດທີ່ໃຊ້ພະລັງງານເຊື້ອໄຟຢູ່ ໂດຍເນັ້ນຄວາມປະຢັດພະລັງງານ ຄໍລໍາລົດມື້ນີ້ ຈະນໍາສະເໜີອີກໜຶ່ງຄ້າຍລົດນ້ອງໃໝ່ທີ່ເຂົ້າມາຕີຕະຫຼາດລົດພາຍໃນ ຮອດປັດຈຸບັນພໍດີຄົບຮອບ 1 ປີ ນັ້ນຄືຄ້າຍລົດ Bajaj ຈາກປະເທດອິນເດຍ.


ທ່ານ ອິນແກ້ວ ຈັນທະປັນຍາ ຜູ້ບໍລິຫານຄ້າຍລົດ Bajaj ໄດ້ກ່າວວ່າ: ການເຂົ້າມາໃນຕະຫຼາດລົດລາວຂອງ Bajaj ເພື່ອຕອບໂຈດຄວາມຕ້ອງການຂອງລູກຄ້າໃນການໃຊ້ລົດໃຫຍ່ທີ່ປະຢັດນໍ້າມັນ ຕອບໂຈດໃຫ້ການບໍລິການດ້ານຂົນສົ່ງ, ການບໍລິການລົດສາທາລະນະ ແລະ ການດໍາເນີນທຸລະກິດຂົນສົ່ງດ່ວນທີ່ຕ້ອງການກໍາໄລສູງສຸດ ເຊິ່ງກ່ອນໜ້ານັ້ນ ບໍລິສັດ Bajaj ໄດ້ເຂົ້າມາສຶກສາຕະຫຼາດລົດຢູ່ລາວໃນປີ 2015 ເຊິ່ງໃນປີ 2019 ນັກລົງທຶນກໍ່ເຂົ້າມາ ສຶກສາຕະຫຼາດລົດໃນປະເທດລາວອີກຄັ້ງ ແລະ ໄດ້ນໍາລົດ Bajaj ເຂົ້າມາ.

ລົດບາຈາສ Bajaj ໃຊ້ຈັກ 1 ສູບ 4 ຈັງຫວະ ຄວາມແຮງຂອງຈັກ 216 cc, ລະບາຍຄວາມຮ້ອນດ້ວຍໝໍ້ນ້ຳ, ແຮງມ້າ 20 HP, ສາມາດບັນຈຸຜູ້ໂດຍສານ 4 ຄົນ, ລະບົບເກຍມີ 5 ເກຍ, ລະບົບຫົວສີດນ້ຳມັນເຊື້ອໄຟ, ໃຊ້ 2 ຫົວທຽນຈູດລະເບີດ, ຖັງນ້ຳມັນບັນຈຸ 8 ລິດ ອັດຕາບໍລິໂພກນໍ້າມັນ 35 ກິໂລແມັດຕໍ່ລິດ ລາຄາເລີ່ມຕົ້ນ 5.300 – 5.800 ໂດລາສະຫະລັດ
ທ່ານກ່າວວ່າ: ລົດບາຈາສ ສາມາດຕອບໂຈດລູກຄ້າໄດ້ເປັນຢ່າງດີ ໂດຍສະເພາະຜູ້ທີ່ມີເງິນໜ້ອຍໃນການດໍາເນີນທຸລະກິດ, ຂົນສົ່ງ, ຮັບໃຊ້ໃນຄົວເຮືອນ, ໃຊ້ທຽວວຽກໄດ້ ເຊິ່ງອັດຕາບໍລິໂພກນໍ້າມັນມີຄວາມປະຢັດເທົ່າທຽມກັບລົດຈັກ ແຕ່ໄດ້ຄວາມສະດວກ, ປອດໄພໃນການເດີນທາງຂອງຜູ້ຊົມໃຊ້ໄດ້ເປັນຢ່າງດີ, ທີ່ສໍາຄັນ ແມ່ນລົດຂະນາດນ້ອຍ ຕ້ອງການພື້ນທີ່ບໍ່ຫຼາຍ.

ລົດບາຈາສ ສາມາດໃຊ້ພະລັງງານຈາກນໍ້າມັນ ແລະ ຍັງສາມາດປັບມາໃຊ້ພະລັງງານຈາກແກັສໄດ້ ເຊິ່ງປັດຈຸບັນແມ່ນມີແຕ່ລະບົບນໍ້າມັນ ເຊິ່ງລູກຄ້າໃຫ້ ຄວາມສົນໃຈຫຼາຍ ໂດຍສະເພາະແມ່ນຜູ້ເຮັດທຸລະກິດໃນການຂົນສົ່ງ, ຮ້ານອາຫານ, ຮັບໃຊ້ໃນຄອບຄົວ ເຊິ່ງໃນປັດຈຸບັນ ບໍລິສັດໂລກ້າ ກໍນໍາໃຊ້ລົດ Bajaj QUTE ເຂົ້າໃນບໍລິການແທັກຊີອອນລາຍ ເຊິ່ງໄດ້ຮັບຄວາມນິຍົມສູງຈາກຜູ້ຊົມໃຊ້ພາຍໃນ.

ລົດບາຈາສ ມີລຸ້ນ 4 ລໍ້ແມ່ນ Bajaj QUTE, ສ່ວນລຸ້ນ 3 ລໍ້ມີ Bajaj RE ແລະ Bajaj Maxima Z ມີຄວາມຍາວ 2 ແມັດ, ກວ້າງ 1,3 ແມັດ ເຊິ່ງມີຄວາມຄ່ອງແຄ້ວໃນການນໍາໃຊ້ ແລະ ໄປໄດ້ທຸກບ່ອນທຸກສະຖານທີ່ ບໍ່ວ່າຈະເປັນທາງພູ, ທາງຄ້ອຍຊັນ ແລະ ສະພາບທາງທົ່ວໄປ.


ສ່ວນແຜນປີ 2022 ຍັງບໍ່ໄດ້ເພີ່ມຜະລິດຕະພັນໃໝ່ ແຕ່ຈະຂະຫຍາຍສາຂາ ແລະ ການບໍລິການໃຫ້ຄວບຄຸມທົ່ວປະເທດ ເຊິ່ງປັດຈຸບັນມີຢູ່ນະຄອນຫຼວງ ວຽງຈັນ, ແຂວງຈໍາປາສັກ ແລະ ຈະຂະຫຍາຍໃນແຂວງສະຫວັນນະເຂດ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະ ແຂວງ ອື່ນໆ.