ກະຊວງການເງິນ-ທະນາຄານໂລກທົບທວນການຮ່ວມມືການພັດທະນາຂະແໜງການເງິນ

631

ໃນວັນທີ 16 ກັນຍາ ຜ່ານມາ ທີ່ກະຊວງການເງິນ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ໃຫ້ການຕ້ອນຮັບທ່ານ ອາເລັກຊານເດີ ເຄຼເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ເຂົ້າຢ້ຽມຄຳນັບເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືໃນການພັດທະນາຂະແໜງການເງິນໃນບັນດາຂົງເຂດໜ້າວຽກທີ່ເປັນບຸລິມະສິດຂອງກະຊວງການເງິນ, ການຮ່ວມມືໃນການປະຕິຮູບການຄຸ້ມຄອງການເງິນພາກລັດ, ການກະກຽມທົບທວນແຜນລາຍຈ່າຍພາກລັດ (Public Expenditure Review: PER).

ໂອກາດນີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ແຈງກ່ຽວກັບສະພາບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ ແລະ ການເງິນຂອງ ສປປ ລາວ ໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງການເງິນໄດ້ຄົ້ນຄວ້າມາດຕະການເພື່ອຕອບໂຕ ແລະ ແກ້ໄຂບັນຫາດັ່ງກ່າວໂດຍກຳນົດເປັນວຽກຈຸດສຸມທີ່ຕ້ອງຮີບຮ້ອນຈັດຕັ້ງປະຕິບັດໂດຍສະເພາະແມ່ນວຽກງານຄົ້ນຄວ້າປັບປຸງບັນດານະໂຍບາຍ ແລະມາດຕະການຕ່າງໆທີ່ກ່ຽວຂ້ອງກັບວຽກງານການເກັບລາຍຮັບງົບປະມານໃຫ້ໄດ້ເພີ່ມຂຶ້ນ ແລະ ຄຸ້ມຄອງຈັດສັນລາຍຈ່າຍງົບປະມານໃຫ້ສອດຄ່ອງກັບຈັງ ຫວະການເພີ່ມຂຶ້ນລາຍຮັບງົບປະມານ.

ຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາຂະແໜງການເງິນຮອດປີ 2025, ກະຊວງການເງິນ ໄດ້ສ້າງແຜນປະຕິຮູບຂະແໜງການເງິນບາດກ້າວທີ 1 (2018-2020) ຊຶ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກສະຫະພາບເອີລົບຜ່ານທະນາຄານໂລກຈໍານວນ 5 ລ້ານເອີໂຣພາຍໃຕ້ໂຄງການ Public Fina nce Management Reform Project (ໄລຍະໂຄງການຮອດເດືອນມີນາ 2022) ແລະ ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກຈຳນວນ 20 ລ້ານໂດລາສະຫະລັດພາຍໃຕ້ໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດ ເປັນທັນສະໄໝ E-FITS (ໄລຍະໂຄງການຮອດປີ 2025) ເພື່ອນໍາໃຊ້ເຂົ້າໃນວຽກງານການກະກຽມຈັດຕັ້ງປະຕິບັດລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນ FMIS ຊຶ່ງໃນປັດຈຸບັນແມ່ນຢູ່ໃນຂັ້ນຕອນການກະກຽມຈັດຊື້ລະບົບ FMIS.

ຜ່ານການຈັດຕັ້ງປະຕິບັດສອງໂຄງການດັ່ງກ່າວຜ່ານໜ່ວຍງານຈັດຕັ້ງປະຕິບັດໂຄງການ PIU ເຫັນວ່າບັນດາກົມວິຊາການຕ່າງໆພາຍໃນກະຊວງການເງິນໄດ້ນຳໃຊ້ທຶນດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດບັນດາວຽກງານ ທີ່ຕິດພັນກັບແຜນປະຕິຮູບຂະແໜງການເງິນບາດກ້າວທີ 1 ຊຶ່ງເຫັນວ່າໄດ້ມີຫຼາຍໆບັນດາໜ້າວຽກໄດ້ຮັບຜົນສຳເລັດໃນການຈັດຕັ້ງປະຕິບັດເຊັ່ນ: ວຽກງານການປັບປຸງການເກັບລາຍຮັບສ່ວຍສາອາກອນ ໂດຍສະເພາະແມ່ນວຽກງານການສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍອາກອນລາຍໄດ້; ສໍາເລັດວຽກງານການຝຶກອົບຮົມການນໍາໃຊ້ບາງໂມດູນຂອງລະບົບ TaxRIS ໃຫ້ແກ່ພະນັກງານກົມສ່ວຍສາອາກອນ ແລະ ພະນັກງານສ່ວຍສາອາກອນແຂວງ ແລະ ເມືອງຈໍານວນໜຶ່ງ; ວຽກງານການປະຕິບັດງົບປະມານ, ການສ້າງແຜນງົບປະມານປະຈຳປີ ແລະ ແຜນງົບປະມານໄລຍະກາງ; ວຽກງານຜັນຂະຫຍາຍກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໂດຍການສ້າງຄູຝຶກດ້ານການຈັດຊື້-ຈັດຈ້າງ ໃຫ້ແກ່ບັນດາຂະແໜງການ,ສ້າງປຶ້ມຄູ່ມືຈັດຊື້-ຈັດຈ້າງ ແລະ ສ້າງບັນດາເອກະສານຮູບແບບ ການປະມູນຈັດຊື້-ຈັດຈ້າງຕ່າງໆ.

ສຳລັບແຜນການຮ່ວມມືກັບທະນາຄານໂລກ ແລະ ບັນດາຜູ້ໃຫ້ທຶນໃນວຽກງານການພັດທະນາການຄຸ້ມຄອງການເງິນແຫ່ງລັດໃນຕໍ່ໜ້າ ແມ່ນຈະຖືເອົາແຜນປະຕິຮູບຂະແໜງການເງິນບາດກ້າວທີ 2 ຮອດປີ 2025 ໂດຍຈະໄດ້ກຳນົດເອົາບັນດາບູລິມະສິດຕ່າງໆໃນວາລະແຫ່ງຊາດເຂົ້າໃນແຜນປະຕິຮູບດັ່ງກ່າວ ເພື່ອເປັນບ່ອນອີງໃນການຜັນຂະຫຍາຍເປັນແຜນການ, ແຜນງານ ແລະ ໂຄງການລະອຽດໃນການຈັດຕັ້ງປະຕິບັດ, ສ່ວນວຽກງານການກະ ກຽມທົບທວນລາຍຈ່າຍພາກລັດ (Public Expenditure Review: PER) ໃນໄລຍະຫຼາຍປີຜ່ານມາ ສປປ ລາວ ກໍຄືກະຊວງການເງິນໄດ້ສົມທົບກັບອົງການຈັດຕັ້ງສາກົນໂດຍສະເພາະແມ່ນທະນາຄານໂລກໄດ້ໃຫ້ການຊ່ວຍ ເຫຼືອໃນວຽກງານການທົບທວນລາຍຈ່າຍພາກລັດ PER.