ອະນຸຍາດໃຫ້ບໍລິສັດ ພົງຊັບທະວີສຶກສາສຳຫຼວດ 4 ໂຄງການເຂື່ອນໄຟຟ້າຢູ່ພາກກາງ ແລະ ພາກໃຕ້ຂອງລາວ

1232

ຕອນແລງຂອງວັນທີ 16 ກັນຍາ 2021 ນີ້, ຢູ່ກະຊວງ ແຜນການ ແລະ ການລົງທຶນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ-ສຳຫຼວດ ໂຄງການເຂື່ອນໄຟຟ້າເຊຂະໝານ 2 A, 2B ແລະ ນ້ຳເທີນ 4 ຕອນເທິງ ພ້ອມກັນນີ້ກໍ່ເຊັນສັນຍາພັດທະນາໂຄງການ (PDA) ເຂື່ອນໄຟຟ້ານ້ຳເທີນ (ແກ້ງເສືອເຕັ້ນ) ຂຶ້ນຢ່າງເປັນທາງການ.

ຕາງໜ້າ ລັດຖະບານ ລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ພົງສະຫວັດ ເສນາພວນ ປະທານບໍລິສັດ ພົງຊັບທະວີກໍ່ສ້າງຂົວ-ທາງ, ເຄຫາສະຖານ ແລະ ຊົນລະປະທານ ຈຳກັດ ຕາງໜ້າໃຫ້ບໍລິສັດ ແລະ ເຊັນເປັນພະຍານຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍຊ່ອງໜ້າການເຂົ້າຮ່ວມ ແລະ ເປັນສັກຂີພິຍານຂອງ ທ່ານ ໄຊນະຄອນວຽງ ອິນທະວົງ ຮອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະອຳນວຍການບໍລິສັດ ແລະ ພະນັກງານ-ລັດຖະກອນຂອງທັງສອງຝ່າຍເຂົ້າຮ່ວມ.

ໂຄງການເຂື່ອນໄຟຟ້າເຊຂະໝານ 2A ແລະ 2B ຕັ້ງຢູ່ເມືອງ ດາກຈຶງ ແຂວງ ເຊກອງ, ນອນຢູ່ໃນອ່າງໂຕ່ງສາຍນ້ຳເຊຂະໝານ, ຄາດຄະເນໂຄງການຈະມີກຳລັງຕິດຕັ້ງ 80 ເມກາວັດ ແລະ 185 ເມກາວັດ ຕາມລຳດັບ; ສ່ວນໂຄງການເຂື່ອນໄຟຟ້າ ນ້ຳເທີນແກ້ງເສືອ ຕັ້ງຢູ່ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ, ມີກຳລັງຕິດຕັ້ງ 60 ເມກາວັດ ແລະ ໂຄງການເຂື່ອນໄຟຟ້າ ນ້ຳເທີນ 4 ຕອນເທິງ ຕັ້ງຢູ່ເມືອງ ໄຊຈຳພອນ ແຂວງ ບໍລິຄຳໄຊ ມີກຳລັງຕິດຕັ້ງ 30 ເມກາວັດ.
ຂ່າວຈາກ: ສູນຂ່າວພະລັງງານ ແລະ ບໍ່ແຮ່