ຢູນີເຊັບ ຮຽກຮ້ອງໃຫ້ຫຼາຍປະເທດເປີດການຮຽນ – ການສອນ

356

ອົງການຢູນີເຊັບ ແຫ່ງສະຫະປະຊາຊາດ ໄດ້ອອກບົດລາຍງານ ພ້ອມທັງຮຽກຮ້ອງໃຫ້ຂະແໜງການສຶກສາໃນ 17 ປະເທດທົ່ວໂລກ ເລັ່ງເປີດການ ຮຽນ – ການສອນອີກຄັ້ງ ເນື່ອງຈາກປະເທດເຫຼົ່ານີ້ໄດ້ປິດການຮຽນ – ການສອນມາເປັນເວລາ 18 ເດືອນແລ້ວ ນັບແຕ່ເກີດການລະບາດຂອງພະຍາດໂຄວິດ – 19. ນອກຈາກນີ້, ຍັງມີໂຮງຮຽນຢູ່ໃນ 39 ປະເທດ ທີ່ປິດບາງສ່ວນ ເຊິ່ງສົ່ງຜົນກະທົບຕໍ່ເດັກນ້ອຍນັກຮຽນປະມານ 77 ລ້ານຄົນ ເກີນເຄິ່ງໜຶ່ງຂອງຈຳນວນນັກຮຽນທົ່ວໂລກທັງໝົດທີ່ມີປະມານ 131 ລ້ານ ເຊິ່ງເດັກນ້ອຍກຸ່ມນີ້ສ່ວນຫຼາຍຢູ່ຟີລິບປິນ, ບັງກລາເທດ, ຊາອຸດິດອາຣັບບີ, ເວເນຊູເອລາ, ປານາມາ ແລະ ກູເວດ.

ນອກຈາກນີ້, ຢູນີເຊັບ ຍັງຮຽກຮ້ອງໃຫ້ບັນດາປະເທດເລັ່ງສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ຄູຢ່າງທົ່ວເຖິງ ຕໍ່ຈາກບຸກຄະລາກອນທາງການແພດ ແລະ ກຸ່ມສ່ຽງ.

ລາຍງານຍັງລະບຸວ່າ: ການຮຽນແບບອອນລາຍເຮັດໃຫ້ເດັກນ້ອຍຕ້ອງປະເຊີນກັບບັນຫາຫຼາຍຢ່າງ ເນື່ອງຈາກເດັກນ້ອຍບາງກຸ່ມບໍ່ມີອຸປະກອນພື້ນຖານ ເຊັ່ນ: ສະມາດໂຟນ, ຄອມພິວເຕີ ແລະ ອິນເຕີເນັດເປັນຕົ້ນ.