ກະຊວງການເງິນ ຮ່ວມກັບຫົວເຫວີຍ ລົງນາມບົດບັນທຶກຄວາມເຂົ້າໃຈການສຳຫຼວດອອກແບບລະບົບການເງິນພາກລັດແບບດິຈີຕອລ

772

ກະຊວງການເງິນ ກຽມນໍາໃຊ້ລະບົບລະບົບຄຸ້ມຄອງການເງິນພາກລັດແບບດິຈີຕອນ ແລະ ສ້າງແຜນຍຸດທະສາດ ພັດທະນາຄຸ້ມຄອງງົບປະມານແຫ່ງລັດ(ລາຍຮັັບ – ລາຍຈ່າຍໃຫ້ເປັນດິຈີຕອນ) ໂດຍໃຫ້ບໍລິສັດຫົວເຫວີຍລາວ ເປັນຜູ້ພັດທະນາລະບົບໃຫ້ ໂດຍຈະໃຫ້ສໍາເລັດການສຳຫຼວດພາຍໃນ 3 ເດືອນ ເພື່ອໃຫ້ທົດລອງນໍາໃຊ້ໃນປີ 2022.

ພິທີເຊັນສັນຍາ ຈັດຂຶ້ນໃນວັນທີ 16 ກັນຍາ 2021 ຕາງໜ້າລົງນາມລະຫວ່າງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ເຄວິນ ຫູ ປະທານ ບໍລິສັດ ຫົວເຫວີຍ ເທັກໂນໂລຢີ(ລາວ)ຈໍາກັດຜູ້ດຽວ; ເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງ ການເງິນ, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ໄຊຊະນະ ສິດທິພອນ ປະທານຄະນະກຳມະການຮ່ວມມືລາວ-ຈີນ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ລັດຖະບານ ສປປ ລາວ ໄດ້ມີແນວທາງນະໂຍບາຍ ແລະ ມາດຕະການປະຕິຮູບແບບຮອບດ້ານ, ຊຶ່ງໃນນັ້ນ ກໍແມ່ນ ການປະຕິຮູບວຽກງານຂະແໜງການເງິນ ເປັນອັນສຳຄັນ. ຕະຫຼອດໄລຍະ 10 ຜ່ານມາ ກະຊວງການເງິນ ໃນນາມເປັນຜູ້ຈັດຕັ້ງຜັນຂະຫຍາຍ ນະໂຍບາຍ ແລະ ທິດທາງດັ່ງກ່າວ ໄດ້ຖືເອົາ ການຫັນວຽກງານຂະແໜງການເງິນເປັນທັນສະໄໝ ເປັນບຸລິມະສິດ ໂດຍໄດ້ມີ ວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ຊຶ່ງໃນຍຸດທະສາດທີ 07 ກໍຄື: ການພັດທະນາຂະແໜງການເງິນພາກລັດເປັນທັນສະໄໝ ທຽບເທົ່າພາກພື້ນ ແລະ ສາກົນ, ພ້ອມນັ້ນ ກໍໄດ້ກຳນົດເຂົ້າໃນ 7 ທິດທາງລວມ ແລະ ຄາດໝາຍສູ້ຊົນ ແຜນພັດທະນາຂະແໜງການເງິນ ໄລຍະ 5 ປີ (2021-2025); ໜຶ່ງໃນນັ້ນ, ກໍແມ່ນ ພັດທະນາລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນ-ງົບປະມານ ແລະ ການບໍລິຫານລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ, ເປັນທັນສະໄໝ ແລະ ກ້າວໄປສູ່ລະບົບດີຈີຕອນ.

ໂຄງການຈະໄດ້ລົງເລິກສຶກສາກວມເອົາ 2 ຂົງເຂດ ຄື: (1)ສໍາຫຼວດ, ອອກແບບ ລະບົບຄຸ້ມຄອງການເງິນພາກລັດເປັນດິຈິຕອນ; (2) ການສ້າງແຜນຍຸດທະສາດພັດທະນາ ການຫັນວຽກງານການເງິນເປັນດິຈິຕອນ ຊຶ່ງຈະສຸມໃສ່ ບັນດາໜ້າວຽກຕົ້ນຕໍ ດັ່ງນີ້:
1 ລະບົບພາສີອັດສະລິຍະ (Smart Customs)
2 ລະບົບ ຄຸ້ມຄອງອາກອນແບບລວມສູນ (Integrated Tax Information Systems)
3 ສູນວິເຄາະ – ວິໄຈການເງິນພາກລັດ (Public Financial Data Analytic Center for Big Data Platform)
4 ລະບົບ ຄຸ້ມຄອງຫ້ອງການແບບດິຈິຕອນ (Digital Office Automation Platform) ແລະ ລະບົບຄຸ້ມຄອງບຸກຄະລາກອນ (Personnel Management System)

5 ລະບົບ ຄຸ້ມຄອງລັດວິສາຫະກິດ (State Owned Enterprise Management Systems).
6 ລະບົບເຊື່ອມຕໍ່ຂໍ້ມູນບັນຊີຂອງ ຫົວໜ່ວຍ ທຸລະກິດ (Interfacing with Enterprises Accounting Systems).
7 ລະບົບ ການຊໍາລະສະສາງ ແບບ ດິຈິຕອນ (Digital Payment Gateway).
8 ພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພແບບຄລາວ (MOF Cloud).

ໂຄງການດັ່ງກ່າວ ແມ່ນຈະໃຫ້ສຳເລັດ ການສຶກສາ ພາຍໃນໄລຍະ 3 ເດືອນ ກ່ອນການເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ໃນປີ 2022- 2023. ພາຍຫຼັງທີ່ໄດ້ສຳເລັດການສຳຫຼວດ ແລະ ອອກແບບ ລະບົບດັ່ງກ່າວແລ້ວ ກະຊວງການເງິນ ກໍຈະໄດ້ນໍາສະເໜີ ຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງເອົາ ການຫັນວຽກງານການເງິນເປັນດິຈິຕອນ ເຂົ້າເປັນແຜນງານຂອງ ລັດຖະບານ ສປປ ລາວ.

ທ່ານ ເຄວິນ ຫູ ກ່າວວ່າ: ຫົວເຫວີຍ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເຂົ້າຮ່ວມ ແລະ ເປັນສ່ວນໜຶ່ງໃນການສໍາຫຼວດ, ອອກແບບ ແລະ ພັດທະນາລະບົບຄຸ້ມຄອງການເງິນພາກລັດ ເພື່ອຫັນເປັນດິຈີຕອນຢ່າງເຕັມຮູບແບບ ທີ່ນຳພາໂດຍກະຊວງການເງິນ, ພາຍໃນສາມເດືອນຕໍ່ຈາກນີ້ ເຮົາຈະເຮັດການສໍາຫຼວດ, ອອກແບບ ແລະ ພັດທະນາລະບົບຄຸ້ມຄອງການເງິນພາກລັດແບບດິຈີຕອນ, ກຳນົດກົນລະຍຸດການປ່ຽນແປງທາງດິຈີຕອນ ແລະ ກຽມພ້ອມສໍາລັບໂຄງການເພື່ອເຂົ້າສູ່ຂັ້ນຕອນການປະຕິບັດໃຫ້ໄວທີ່ສຸດ.