ເປີດແພລດຟອມອອນລາຍ “ສະມາດອັບ SMART UP” ເສີມສ້າງທັກສະທາງດິຈິຕອນ ໃຫ້ກັບວິສາຫະກິດຂະຫນາດນ້ອຍ ແລະ ກາງ

900

ກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (ກສວ) ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະມາຄົມການຄ້າໄອຊີທີລາວ (LICA) ພາຍໃຕ້ການສະຫນັບສະຫນູນຈາກ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID Laos Business Environment) ໄດ້ຈັດງານເປີດໂຕແພລດຟອມອອນລາຍ “ສະມາດອັບ SMART UP” ຢ່າງເປັນທາງການ ເພື່ອເສີມສ້າງທັກສະ, ຄວາມຮູ້ ທາງດິຈິຕອນ ໃຫ້ກັບວິສາຫະກິດຂະຫນາດນ້ອຍ ແລະ ກາງ (ວນກ) ຂຶ້ນໃນວັນທີ 16 ກັນຍາ 2021 ຜ່ານມາທີ່ ນະຄອນຫລວງວຽງຈັນ.


ເຂົ້າຮ່ວມເປີດງານ ມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ ແລະ ທ່ານ ໄມເຄິລ ຣອນນິ້ງ ຜູ້ຕາງຫນ້າອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID)ປະຈໍາລາວ ພ້ອມດ້ວຍ ບັນດາຜູ້ຕາງຫນ້າຂະແຫນງການທີ່ກ່ຽວຂ້ອງທາງພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.


ແພລດຟອມ “ສະມາດອັບ SMART UP” ຖືກພັດທະນາຂຶ້ນ ເພື່ອໃຫ້ ວນກ ສາມາດເຂົ້າເຖິງຫຼັກສູດການຮຽນທີ່ມີ ປະໂຫຍດໃນການເສີມສ້າງທັກສະ ແລະ ຄວາມຮູ້ດ້ານດິຈິຕອນ ຊຶ່ງປະກອບມີ 8 ຫຼັກສູດ ທີ່ໄດ້ຮັບການພັດທະນາ ແລະ ອອກແບບໂດຍ ອາຈານຜູ້ຊ່ຽວຊານພາກວິຊາທີ່ກ່ຽວຂ້ອງ ຈາກ ມະຫາວິທະຍາໄລແຫ່ງຊາດ ຄື:
1) ເມົາຕິມີເດຍ ສໍາລັບ ວນກ
2) ການຫັນປ່ຽນໄປສູ່ດິຈິຕອນ
3) ການຕະຫຼາດ ແລະ ການຂາຍ ໃນຍຸກດິຈິຕອນ ສໍາລັບ ວນກ
4) ບັນຊີສໍາລັບ ວນກ


5) ການວິເຄາະຂໍ້ມູນສໍາລັບ ວນກ
6) ພື້ນຖານການພັດທະນານລະບົບໂປຣແກຣມ
7) ພື້ນຖານ ການດໍາເນີນການຄ້າທາງເອເລັກໂຕຣນິກ
8) ການນໍາໃຊ້ສື່ອອນລາຍຢ່າງປອດໄພສໍາລັບ ວນກ


ທ່ານ ສົມຈິດ ອິນທະມິດ ກ່າວວ່າ: “ພັກ ແລະ ລັດຖະບານ ໃຫ້ຄວາມສໍາຄັນແກ່ວຽກງານຊຸກຍູ້-ສົ່ງເສີມການຫັນເປັນເສດຖະກິດດິຈິຕອນທີ່ທັນສະໄຫມ ໂດຍໄດ້ມີນະໂຍບາຍສົ່ງເສີມ ແລະ ໄດ້ສ້າງນິຕິກໍາ ຫຼາຍສະບັບກ່ຽວກັບວຽກງານດັ່ງກ່າວ ເພື່ອຊຸກຍູ້ເສດຖະກິດຂອງປະເທດ ແນ່ໃສ່ ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງ ວນກ ລາວ ໄປພ້ອມກັບຄວາມກ້າວຫນ້າ ທາງດ້ານເຕັກໂນໂລຊີ. ແພລດຟອມ “ສະມາດອັບ SMART UP” ຈຶ່ງເປັນອີກເຄື່ອງມືຫນຶ່ງທີ່ສໍາຄັນ ໃນການນໍາສະເຫນີຂໍ້ມູນ ຄວາມຮູ້ພື້ນຖານເພື່ອຊ່ວຍ ວນກ ໃນການປ່ຽນແປງດ້ານຮູບແບບ ຫຼື ການຫັນການດໍາເນີນທຸລະກິດສູ່ດິຈິຕອນ.


ຂະນະທີ່ ທ່ານ ໄມເຄິລ ຣອນນິ້ງ ກ່າວວ່າ: ອົງການ USAID ເຊື່ອວ່າ ການພັດທະນາ ແລະ ນໍາໃຊ້ ລະບົບເຕັກໂນໂລຊີດິຈິຕອນ ກໍຄື ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານທາງເອເລັກໂຕນິກ ມີຄວາມສໍາຄັນ ໃນການຊຸກຍູ້ເສດຖະກິດຂອງປະເທດ, ຊ່ວຍຂະຫຍາຍໂອກາດອັນໃຫມ່, ສົ່ງເສີມການແຂ່ງຂັນດ້ານການຄ້າ ແລະ ຮັບມືກັບສິ່ງທ້າທາຍດ້ານການພັດທະນາທີ່ກໍາລັງສົ່ງຜົນກະທົບໃນທົ່ວໂລກ


ທ່ານຍັງກ່າວຕື່ມວ່າ: ອົງການ USAID ຂໍສະແດງຄວາມຂອບໃຈ ແລະ ພູມໃຈທີ່ໄດ້ຮ່ວມມືກັບ ກສວ, ກະຊວງອຸສາຫະກໍາ ແລະ ການຄ້າ, (LICA) ໃນການສ້າງແພລດຟອມ “ສະມາດອັບ SMART UP” ດັ່ງກ່າວນີ້ ແລະ ໃຫ້ຄໍາຫມັ້ນສັນຍາວ່າຈະສືບຕໍ່ສະຫນັບສະຫນູນ ລັດຖະບານຂອງ ສປປລາວ ໃນການພັດທະນາດ້ານການຄ້າ ແລະ ເສດຖະກິດ ໂດຍໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດນີ້ ມີເປົ້າຫມາຍ ເພື່ອຊ່ວຍລັດຖະບານລາວຢູ່ແລ້ວ ໃນການປັບປຸງຄວາມສາມາດດ້ານການແຂ່ງຂັນຂອງ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປລາວ ແລະ ສືບຕໍ່ປບປຸງສະພາບແວດລ້ອມ ໃນການດໍາເນີນທຸລະກິດຢູ່ ສປປລາວ ໃຫ້ດີຂຶ້ນ.


ຂ່າວ: ຈັນນະພາ