ມສ ວຽງຈັນກຽມຈັດການຮຽນ-ສອນແບບອອນລາຍ ເລີ່ມເຝິກອົບຮົມໃຫ້ຄູອາຈານ

613

ດັ່ງທີ່ໄດ້ຮູ້ກັນແລ້ວວ່າ ທຸກວັນນີ້ມີຄວາມສ່ຽງສູງໃນການຕິດເຊື້ອໂຄວິດ-19 ເຊື້ອພະຍາດຕິດຕໍ່ທີ່ໃຜໆກໍ່ບໍເພິ່ງປາຖະໜາ ແຕ່ສຳລັບການຮຽນເຊິ່ງເປັນການຖ່າຍທອດຄວາມຮູ້ໃຫ້ແກ່ລູກຫຼານຕ້ອງເດີນຕໍ່ຈະຢຸດນີ້ງບໍໄດ້ຫາກເຮົາຈະຮຽນຮູ້ດ້ວຍວິທີໃດເປັນໂຈດສຳຄັນສຸດ ທີ່ແນ່ນອນການຮຽນອອນລາຍແມ່ນມີຄວາມຈຳເປັນ ເຊິ່ງ ມສ ວຽງຈັນ ແມ່ນໂຮງຮຽນທີ່ມີຊື່ສຽງແຖວໜ້າຂອງນະຄອນຫຼວງ ທັງມີນັກຮຽນເປັນຈຳນວນຫຼາຍ ສະນັ້ນໃນໄລຍະທີ່ບໍ່ທັນໄດ້ເປີດການຮຽນນີ້ ທາງໂຮງຮຽນໃຊ້ເວລາທີ່ມີ ຈັດເຝິກອົບຮົມໃຫ້ກັບຄູອາຈານ ເພື່ອກຽມຄວາມພ້ອມກັບການສອນອອນລາຍໃຫ້ສາມາດດຳເນີນການຮຽນ-ການສອນໄປຕາມຫຼັກສູດ.

ຫ້ຮູ້ວ່າ: ນັບແຕ່ເລີ່ມລົງທະບຽນຮັບເອົານັກຮຽນໃນຮອບໃໝ່ ເຊິ່ງເລີ່ມແຕ່ ວັນທີ 15 ກັນຍາ 2021 ນີ້ກໍ່ໄດ້ມີການເຮັດຕາມມາດຕະການຕ່າງໆທາງຄະນະສະເພາະກິດວາງອອກ ໂດຍແບ່ງອອກເປັນ 3 ຈຸດເພື່ອບໍ່ໃຫ້ເກີດຄວາມແອອັດ ເຊິ່ງມາເຖິງປັດຈຸບັນແມ່ນ ມີນັກຮຽນສະໝັກເຂົ້າຮຽນທັງໝົດປະມານ 3 ພັນກວ່າຄົນ.

ທ່ານ ທອງພັນ ອຸໄລທອນ ກ່າວວ່າ: ໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ທາງໂຮງຮຽນ ມສ ວຽງຈັນແມ່ນໄດ້ກຽມຄວາມພ້ອມໃນທຸກດ້ານເປັນຕົ້ນແມ່ນຮູບແບບໃນການຮຽນ-ການສອນ ໃນຮູບແບບອອນລາຍ ຕາມແຜນແມ່່ນວັນທີ 20 ກັນຍາ 2021 ແມ່ນໃຫ້ໄດ້ເລີ່ມ ແລະ ເປັນມື້ທຳອິດສຳລັບການຮຽນ-ການສອນ ແລະ ສຳລັບການຈັດເຝິກອົບຮົມໃຫ້ແກ່ຄູອາຈານ ແມ່ນໃຊ້ເວລາ 2 ອາທິດ ແລະ ໄດ້ສຳເລັດໄປແລ້ວ ໃນການຮຽນຮູ້ການນຳໃຊ້ໄອທີ ທີ່ຈະນຳໃຊ້ເຂົ້າໃນການຮຽນ-ສອນ ແບບອອນລາຍ ເພື່ອໃຫ້ໄດ້ປະສິດທິພາບ.

ສຳລັບຜູ້ທີ່ເປັນຄູເຝິກ ຫຼື ນັກວິທະກອນທີ່ໃຫ້ຄວາມຮູ້ແມ່ນເປັນຄູອາຈານຜູ້ທີ່ມີທັກສະ, ຄວາມຮູ້ດ້ານໄອທີພາຍໃນໂຮງຮຽນຂອງ ມສ ວຽງຈັນເອງເປັນຄົນສອນໃຫ້ກັບຄູອາຈານ ອັນສຳຄັນແມ່ນເສີມທັກສະໃນການນຳໃຊ້ ອຸປະກອນ ຫຼື ເທັກໂນໂລຊີ ຕ່າງໆເຮັດໃຫ້ຄູອາຈານຂອງ ມສ ວຽງຈັນ ໄດ້ຮູ້ຈັກການນຳໃຊ້ເຄື່ອງມືອຸປະກອນໃນລະດັບທີ່ຊຳນານງານຂຶ້ນ ແລະສາມາດສື່ສານການຮຽນ-ການສອນໃຫ້ນ້ອງນັກຮຽນຢ່າງມີປະສິດທິພາບ ແລະປະສິດທິຜົນ.