ຈັດຂື້ນຢ່າງສົມກຽດ ງານຊາປານະກິດສົບ ຮ້ອຍເອກ ບຸນລັນ ລັດທະພົມ ວິລະຊົນແຫ່ງຊາດ

6040

ໃນຕອນບ່າຍຂອງວັນທີ 14 ກັນຍາ 2021ນີ້ ຢູ່ທີ່ປ່າຊ້າ ໂຄ້ງນາງແກ້ວ ບ້ານ ໂພນໄຊ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໂດຍການເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສິດທິວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາສະຫາຍຄະນະພັກ, ຄະນະບັນຊາກອງພົນທີ 2 ພ້ອມດ້ວຍຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອມິດສະຫາຍເຂົ້າຮ່ວມ.

ໃນທາມກາງບັນຍາກາດທີ່ໂສກເສົ້າເສຍດາຍ ອາໄລອາວອນຂອງຄອບຄົວ ລັດທະພົມ ແລະ ຍາດຕິພີ່ນ້ອງ.ສະຫາຍ ພັນເອກ ທະນູກອນ ສຸລິຍະແສງ ຮອງຫົວໜ້າຫ້ອງການເມືອງກອງພົນທີ 2 ຄະນະຮັບຜິດຊອບງານຊາປານະກິດສົບໄດ້ກ່າວສະດຸດີ ເຖິງການເຄື່ອນໄຫວ ເເລະ ຜົນງານຂອງ ສະຫາຍ ຮ້ອຍເອກ ບຸນລັນ ລັດທະພົມ ເປັນຄັ້ງ ສຸດທ້າຍວ່າ:

ສະຫາຍ ຮ້ອຍເອກ ບຸນລັນ ລັດທະພົມ ເກີດເມື່ອວັນທີ 01 ມັງກອນ 1955 ທີ່ບ້ານ ນາໂພນເລັນ, ເມືອງສາລະວັນ, ແຂວງສາລະວັນ ໄດ້ສ້າງຄອບຄົວກັບ ນາງ ທອງພັນ ລັດທະພົມ ມີລູກນໍາກັນ 3 ຄົນ, ຍິງ 1 ຄົນ, ໂດຍເຫັນແຈ້ງເຖິງຄວາມ ໂຫດຮ້າຍຂອງສົງຄາມຮຸກຮານ ຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືທີ່ມີຕໍ່ປະຊາຊົນບັນດາເຜົ່າ
ດັ່ງນັ້ນ, ສະຫາຍ ຈຶ່ງໄດ້ຕັດສິນໃຈ ເຂົ້າຮ່ວມການປະຕິວັດໃນວັນທີ 01/01/1975 ຜົນງານ ແລະການເຄື່ອນໄຫວປະຕິວັດທີ່ສໍາຄັນຂອງສະຫາຍມີຄື

ປີ 1975–1976 ເຂົ້າເປັນທະຫານຢູ່ເມືອງບາຈຽງແຂວງຈໍາປາສັກ. ປີ 1976-1977 ປະຈໍາການຢູ່ກອງພັນນ້ອຍທີ 2 ກອງພົນທີ 2. ປີ 1977-1990 ປະຈໍາການຢູ່ກອງພັນນ້ອຍ 613 ກອງພົນທີ 2 ແລະ ຖືກບາດເຈັບ. ປີ 1990-2021 ປະຈໍາຢູ່ສູນເສຍອົງຄະ 598 ເມືອງນານ , ແຂວງ ຫຼວງພະບາງ.

ຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ ແລະ ການດໍາລົງຕໍາແໜ່ງຕ່າງໆ ຂອງສະຫາຍ ລ້ວນແຕ່ໄດ້ອຸທິດເຫື່ອແຮງ, ໄຫວພິກ ແລະ ສະຕິປັນຍາ ຂອງຕົນປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃຫມ່ຮອບດ້ານຂອງພັກ, ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ເຊິ່ງເປັນການສະແດງເຖິງຄວາມຮັບຜິດຊອບ, ຄວາມເປັນຫ່ວງເປັນໃຍ ຕໍ່ກັບພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ທັງເປັນຜູ້ເສຍສະຫຼະສູງສົ່ງ ເພື່ອຜົນປະໂຫຍດລວມຂອງຊາດ.

ຈາກຜົນງານ ແລະ ຄຸນງາມຄວາມດີດັ່ງກ່າວ ສະຫາຍ ຈຶ່ງໄດ້ຮັບຄວມໄວ້ເນື້ອເຊື່ອໃຈ ຈາກການຈັດຕັ້ງ, ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ສະຫາຍ ຍັງເປັນບຸກຄົນໜຶ່ງ ທີ່ມີຄວາມພະຍາຍາມຊອກຮູ້ຮໍ່າຮຽນ, ປັບປຸງກໍ່ສ້າງຕົນເອງຢູ່ສະເໝີ ນັບແຕ່ເຂົ້າເປັນທະຫານ ຈົນກາຍເປັນພະນັກງານນາຍທະຫານທີ່ເປັນແບບຢ່າງອັນດີ. ຈາກຜົນງານ ແລະຄຸນງາມຄວາມດີຂອງສະຫາຍທີ່ໄດ້ປະກອບສ່ວນໃນພາລະກິດປະຕິວັດ. ພັກ-ລັດຖະບານ ຈຶ່ງໄດ້ຍ້ອງຍໍ ສັນລະເສີນ ສະຫາຍດ້ວຍຮູບການປະເພດຍ້ອງຍໍຕ່າງດັ່ງນີ້
1 ຫຼຽນນາມມະຍົດວິລະຊົນແຫ່ງຊາດ1 ຫມ່ວຍ, 2 ຫຼຽນໄຊອິດສະຫຼະຊັ້ນ 2 ຈໍານວນ1 ຫນ່ວຍ. 3 ຫຼຽນໄຊພິລະອາດຫານຊັ້ນ 2 ຈໍານວນ1 ຫນ່ວຍ, ຊັ້ນ 3 ຈໍານວນ 1 ໜ່ວຍ. 4 ຫຼຽນກາແຮງງານ1 ຫນ່ວຍ. 5. ຫຼຽນກາກອງທັບ 50 ປີ; 60 ປີ, 70 ປີ ແລະໃບຍ້ອງຍໍຂັ້ນຕ່າງຈໍານວນຫນຶ່ງ.

ມາຮອດວັນທີ 12/9/2021 ສະຫາຍ ຮ້ອຍເອກ ບຸນລັນ ລັດທະພົມ ໄດ້ເຈັບປ່ວຍ ແລະ ເຂົ້າປິ່ນປົວຢູ່ໂຮງຫມໍ, ເຖິງວ່າການຈັດຕັ້ງ, ຄອບຄົວ ແລະ ແພດໝໍ ໄດ້ເອົາໃຈໃສ່ ປິ່ນປົວສຸດຄວາມສາມາດ ແຕ່ກໍບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້. ສະຫາຍ ຮ້ອຍເອກ ບຸນລັນ ລັດທະພົມ ໄດ້ສິ້ນລົມຫາຍໃຈໄປດ້ວຍພະຍາດຂອງຜູ້ກ່ຽວໃນເວລາ 18 ໂມງ 15 ນາທີ ຂອງວັນທີ 12/09/2021 ລວມອາຍຸໄດ້ 66 ປີ.

ການຈາກໄປຂອງສະຫານ ແມ່ນການສູນເສຍ ພະນັກງານປະຕິວັດ ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ປະຊາຊົນ ບັນດາເຜົ່າ, ເປັນການສູນເສຍຜູ້ເປັນຜົວທີ່ແສນແພງ, ພໍ່ທີ່ແສນດີຂອງລູກ ເຖິງຢ່າງໃດກໍ່ຕາມ ພະນັກງານ-ສະມາຊິກພັກ,ນັກຮົບ, ຄອບຄົວຍາດຕິພີ່ນ້ອງ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈະຈົດຈໍາຜົນງານຄຸນງາມຄວາມດີອັນໃຫຍ່ຫຼວງຂອງສະຫາຍຢ່າງບໍມີວັນລືມ ຊື່ສຽງຮຽງນາມ ແລະ ຜົນງານຂອງສະຫາຍຈະຕິດພັນກັບໄລຍະປະຫວັດສາດຂອງການປະຕິວັດຕະຫຼອດໄປ.

ຈາກ: Lao people’s Army News