ບາເຢິນ ມິວນິກ ຈັບ ໂກເຣດກາ ຕໍ່ສັນຍາຈົນເຖິງປີ 2026

307

ລີອອນ ໂກເຣດກາ ກອງກາງສີຕີນດີ ຖືກ ບາເຢິນ ມິວນິກ ສະໂມສອນຍັກໃຫຍ່ໃນບຸນເດສ ລີກາ ເຢຍລະມັນ ຈັບຕໍ່ສັນຍາເຖິງປີ 2026 ຢ່າງເປັນທາງການ ເມື່ອວັນທີ 16 ກັນຍາ 2021 ເຊິ່ງການເຊັນສັນຍາຄັ້ງນີ້ຍັງເປັນການຢຸດຕິຂ່າວລືທີ່ ຣີລ ມາດຣິດ ສົນໃຈດຶງໄປຮ່ວມທີມ ລວມເຖິງ ແມນເຊັສເຕີ ຢູໄນເຕັດ ກໍມີຂ່າວຕ້ອງການກອງກາງ ແລະ ໂກເຣດກາ ກໍເປັນອີກໜຶ່ງເປົ້າໝາຍ.

ຈົນຫຼ້າສຸດ ບາເຢິນ ມິວນິກ ປະກາດຕໍ່ສັນຍາກັບນັກເຕະຕົວຫຼັກເຊັ່ນ ໂທມັສ ມຸລເລີ, ມານູເອລ ນອຍເອີ, ອັລຟອນໂຊ ເດວິສ, ຈາລ ມູເຊຍລາ, ໂຈຊົວ ຄິມມິຊ ແລະ ໂກເຣດກາ ເປັນຄົນຫຼ້າສຸດ.

ສໍາລັບ ໂກເຣດກາ ຈະຢູ່ກັບ ບາເຢິນ ມິວນິກ ໄປອີກ 4 ປີຫຼັງຈາກທີ່ຮັບໃຊ້ສະໂມສອນໄປແລ້ວ 118 ນັດ ນັບຕັ້ງແຕ່ຍ້າຍອອກຈາກ ຊາເກ 04 ເມື່ອປີ 2018 ກ່ອນຈະເປັນສ່ວນສໍາຄັນຊ່ວຍໃຫ້ ບາເຢິນ ມິວນິກ ຄວ້າແຊັມບຸນເດສລີກາ ເຢຍລະມັນ 3 ສະໄໝ ແລະ ຢູຟາ ແຊັມປ້ຽນລີກ 1 ສະໄໝ.