ກຸ່ມບໍລິສັດ ໂຄລາວ ຮ່ວມກັບພະນັກງານ ມອບເງິນຊ່ວຍເຫຼືອໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານພະຍາດໂຄວິດ-19

510

ກຸ່ມບໍລິສັດໂຄລາວ ມອບເງິນ ຊ່ວຍເຫຼືອໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານພະຍາດໂຄວິດ-19 ຈໍານວນ 20ລ້ານ ກີບ ໃນວັນທີ 17 ກັນຍ 2021 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍການມອບຂອງ ທ່ານ ປອ ຄໍາຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ ແລະ ກ່າວຮັບຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.

ທ່ານ ປອ ຄໍາຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ ກ່າວວ່າ: ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ອາດເປັນຈໍານວນບໍ່ຫຼາຍ ແຕ່ກໍເປັນການແບ່ງປັນນໍ້າໃຈຊ່ວຍເຫຼືອໃນຍາມວິກິດ, ເປັນການລະດົມທຶນກັນຂອງອ້າຍເອື້ອຍນ້ອງໃນກຸ່ມບໍລິສັດໂຄລາວຄົນລະເລັກລະນ້ອຍ ຊ່ວຍຊຸກຍູ້ບຸກຄະລາກອນຜູ້ປະຕິບັດໜ້າທີ່ອັນສໍາຄັນເພື່ອປະເທດຊາດ ແລະ ຈະສືບຕໍ່ຊ່ວຍເຫຼືອເທົ່າທີ່ຈະຊ່ວຍໄດ້ຈົນກວ່າສະພາບໂຄວິດ-19 ຈະດີຂຶ້ນ.

ໂອກາດດັ່ງກ່າວ ທ່ານ ປອ ອາດສະພັງທອງ ສີພັນດອນ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທາງກຸ່ມບໍລິສັດ ໂຄລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອເງິນຈໍານວນດັ່ງກ່າວ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ ນະຄອນຫຼວງວຽງຈັນ ໃນການຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19.

ໃນໄລະຜ່ານມາ ທາງບໍລິສັດກໍໄດ້ປະກອບສ່ວນໃຫ້ການຊ່ວຍເຫຼືອມາແລ້ວບໍ່ວ່າຈະເປັນການໃຫ້ຢືມພາຫະ, ຫຼື ສົມທົບທຶນຊ່ວຍເຫຼືອດ້ານຕ່າງໆ ແລະ ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນຈະນໍາໄປມອບໃຫ້ໂຄງການເພື່ອຜູ້ປະຈັນບານຕ້ານພະຍາດໂຄວິດ-19 ໂດຍສະເພາະກໍແມ່ນບັນດາເຈົ້າໜ້າທີ່, ຜູ້ປະຕິບັດວຽກງານພາກສະໜາມ ປະກອບສ່ວນໃນການຊຸກຍູ້ອ້າຍນ້ອງດ້ານສະບຽງອາຫານ, ການເປັນຢູ່ ຢູ່ບັນດາສູນ ແລະ ໜ່ວຍງານຕ່າງໆເຊັ່ນ ໜ່ວຍງານສັກວັກແຊັງເຄື່ອນທີ່, ໜ່ວຍງານຄວບຄຸມພະຍາດຕິດຕໍ່ (ເກັບຕົວຢ່າງ), ໂຮງໝໍພາກສະໜາມ ແລະ ສູນຈໍາກັດບໍລິເວນ ເຊິ່ງບຸກຄະລາກອນດັ່ງກ່າວເປັນບຸກຄົນທີ່ສໍາຄັນທີ່ສຸດ ທີ່ສູ້, ອົດທົນ ທີ່ຕ້ອງໄດ້ເຫັນອົກເຫັນໃຈ ແລະ ຊ່ວຍເຫຼືອອີກແຮງ ເພື່ອເປັນຂວັນ ແລະ ກໍາລັງໃຈໃນການປະຕິບັດໜ້າທີ່ຊ່ວຍເຫຼືອ ແລະ ປິ່ນປົວຄົນເຈັບ ຈົນກວ່າສະພາບການຈະກັບມາເປັນປົກກະຕິ.

ສະນັ້ນ, ການຊ່ວຍເຫຼືອໃນຄັ້ງນີ້ກໍຈະເປັນອີກໜຶ່ງກໍາລັງແຮງ ທີ່ຊ່ວຍເຫຼືອພວກເຂົາໃຫ້ມີກໍາລັງໃຈ ແລະ ແຮງສູ້ອົດທົນໃນການທີ່ຈະກ້າວຜ່ານຈົນກວ່າວິກິດນີ້ຈະໝົດໄປ.