ສາວລາວ ຊຸດໃຫຍ່ ພົບບັນຫາທີ່ຕ້ອງແກ້ ຫຼັງກອງຫຼັງຕົວສໍາຄັນເຈັບ ກ່ອນລຸຍຄັດບານຊີງແຊັມອາຊີ ເດືອນໜ້າ

423

ທີມຊາດຍິງລາວ ຊຸດໃຫຍ່ ພົບກັບຫາອີກຄັ້ງເມື່ອມີນັກເຕະຕົວສໍາຄັນໄດ້ຮັບບາດເຈັບໃນຂະນະຝຶກຊ້ອມ ກຽມເຂົ້າຮ່ວມໃນການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮອບຄັດເລືອກ ( AFC Women’s Asian Cup 2022 Qualifiers ) ໃນເດືອນຕຸລາ 2021 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ A ຮ່ວມກັບ ໄຕ້ຫວັນ ແລະ ບາເຣນ ເຈົ້າພາບ. ນອກນັ້ນ, ກໍຍັງມີນັກເຕະ 2-3 ຕົວເດັ່ນໆບໍ່ສາມາດຮ່ວມທີມໄດ້.

ທ່ານ ວົງມີໄຊ ສຸບົວຄໍາ ຫົວໜ້າຄູຝືກທີມຊາດລາວ ໃຫ້ສໍາພາດວ່າ: ດັ່ງທີ່ຮູ້ກ່ອນໜ້ານີ້ພວກເຮົາສາມາດຄັດໄດ້ແລ້ວ 23 ຈາກ 26 ນັກເຕະ ແລະ ພ້ອມອອກເດີນທາງໄປແຂ່ງຂັນໃນກາງເດືອນກັນຍາ 2021, ແຕ່ ໄຕ້ຫວັນ ຂໍຖອນຕົວຈາກການເປັນເຈົ້າພາບ ເຮັດໃຫ້ ສະຫະພັນບານເຕະອາຊີ ຕ້ອງເລື່ອນການແຂ່ງຂັນໄປໃນເດືອນຕຸລາ ແລະ ມອບໃຫ້ກັບປະເທດບາເຣນ ເປັນເຈົ້າພາບ ເຮັດໃຫ້ ທີມຊາດລາວ ຊຸດໃຫຍ່ ຕ້ອງສືບຕໍ່ຝຶກຊ້ອມ ຕໍ່ໄປ.

“ ແຕ່ຫຼ້າສຸດພວກເຮົາຕ້ອງພົບບັນຫາ ເພາະມີນັກເຕະ 2-3 ຄົນຕົວເດັ່ນ ( ບໍ່ຂໍລະບຸຊື່ ) ບໍ່ສາມາດເຂົ້າຮ່ວມການແຂ່ງຂັນໄດ້ ເນື່ອງຈາກມີຄວາມຈໍາເປັນ, ສ່ວນອີກ 1 ຄົນແມ່ນໄດ້ຮັບບາດເຈັບໃນລະຫວ່າງການຝຶກຊ້ອມກໍຄື ຫຼ້ານ້ອຍ ວົງສິງຄໍາ ກອງຫຼັງຄົນສໍາຄັນ ເຈັບບໍລິເວນຂໍ້ຕີນ ເຊິ່ງຕ້ອງລໍຖ້າເບິ່ງອາການ 1-2 ອາທິດວ່າຈະກັບມາຊ້ອມໄດ້ປົກກະຕິ ຫຼື ບໍ. ຢ່າງໃດກໍຕາມ ພວກເຮົາແມ່ນໄດ້ເອີ້ນນັກເຕະທີ່ຖືກຄັດອອກມາກ່ອນໜ້ານີ້ກັບເຂົ້າມາຊ້ອມ ແລະ ພະຍາຍາມໃຫ້ທົດແທນກັນໄດ້ ເພື່ອກະກຽມໄວ້ ” ທ່ານ ວົງມີໄຊ ສຸບົວຄໍາ ກ່າວ.

ທ່ານ ກ່າວອີກວ່າ: ສໍາລັບ ທີມຊາດຍິງລາວ ຊຸດໃຫຍ່ ຄັ້ງນີ້ເປັນຄັ້ງທໍາອິິດທີ່ຂ້າພະເຈົ້າເຂົ້າມາຄຸມ ແລະ ເປັນຄັ້ງທໍາອິດໃນຮອບ 5 ປີທີ່ທີມຊາດຍິງລາວ ຊຸດໃຫຍ່ ຈະໄດ້ໄປແຂ່ງຂັນໃນລາຍການລະດັບນາໆຊາດ ເພາະ 5 ປີທີ່ຜ່ານມາແມ່ນບໍ່ໄດ້ສົ່ງທີມເຂົ້າຮວມການແຂ່ງຂັນ ແລະ ຄັ້ງນີ້ສະເລ່ຍແລ້ວນັກກີລາຊຸດນີ້ອາຍຸພຽງ 20-21 ປີ ໂດຍມີພຽງ 2 ນັກເຕະທີ່ອາຍຸ 28 ປີຢູ່ນໍາ ເຊິ່ງມາເບິ່ງໃນສາຍແລ້ວ ຍອມຮັບວ່າທີມພວກເຮົາເປັນຮອງຄູ່ແຂ່ງ ໂດຍສະເພາະແມ່ນ ໄຕ້ຫວັນ ແມ່ນຢູ່ອັນດັບ 8 ຂອງອາຊີ ແລະ ທີມບາເຣນ ກໍເປັນທີມທີ່ມີປະສົບການໃນລາຍການນີ້ດ້ວຍການສົ່ງເຂົ້າຮ່ວມເຖິງ 3 ປີຊ້ອນແລ້ວ, ແຕ່ພວກເຮົາກໍຈະພະຍາຍາມເຕັມທີ່ ແລະ ເຮັດຜົນງານທຸກໆນັດໃຫ້ດີ ” ຫົວໜ້າທີມຄູຝຶກ ທີມຊາດລາວ ຊຸດໃຫຍ່ ກ່າວ.

ສ່ວນຕາຕະລາງໃໝ່ຂອງທີມຊາດຍິງລາວ ຈະລົງແຂ່ງຂັນມີດັ່ງນີ້:
-ວັນທີ 18 ຕຸລາ 2021 ລາວພົບ ໄຕ້ຫວັນ
-ວັນທີ 21 ຕຸລາ 2021 ລາວພົບ ບາເຣນ ( ສ່ວນເວລາ ແລະ ສະໜາມແຂ່ງຂັນຈະມີການແຈ້ງອີກຄັ້ງໜຶ່ງ ).
ຂ່າວ-ຮູບ: ຫຼ້າ MKP