ໜັກຂຶ້ນເລື້ອຍໆການລະບາດຂອງພະຍາດໂຄວິດ19 ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ 219 ຄົນ ແລະ ສະຖານທີ່ສ່ຽງ

659

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 4.690 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 288 ຄົນ ກໍລະນີນໍາເຂົ້າ ມີ 69 ຄົນ
ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 219 ຄົນ ລາຍລະອຽດ ດັ່ງຕໍ່ໄປ

.

ສະຫວັນນະເຂດ 139 ຄົນ ໃນນັ້ນ 135 ຄົນ ແມ່ນຕິດເຊື້ອຢູ່ໃນສະຖານທີ່ຄຸມຂັງ ແລະ ອີກ 4 ຄົນ ແມ່ນ
ເພດຍິງ, ອາຍຸ 35 ປີ, ອາຊີບ ພະນັກງານຄູ, ບ້ານນາເລົ່າ, ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານບໍລິສັດ mizuzu ສາຍເຄເບິນ)
ເພດຊາຍ, ອາຍຸ 39 ປີ, ອາຊີບ ພະນັກງານການຄ້າແຂວງ, ບ້ານນາເລົ່າ, ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານບໍລິສັດ mizuzu ສາຍເຄເບິນ)
ເພດຍິງ, ອາຍຸ 69 ປີ, ອາຊີບ ຂາຍຢາ, ບ້ານອຸດົມວິໄລ, ນະຄອນໄກສອນ (ສຳຜັດໃກ້ຊິດກັບພະນັກງານແພດຕຶກເດັກ)
ເພດຊາຍ, ອາຍຸ 48 ປີ, ອາຊີບ ຊາວນາ, ບ້ານຫົວເມືອງເໜືອ, ນະຄອນໄກສອນ (ກຸ່ມສ່ຽງ)

ຈໍາປາສັກ 44 ຄົນ ໜອງປັກແຮດ, ເມືອງປະທຸມພອນ 07 ຄົນ, ກຸ່ມນະຄອນ ປາກເຊ ຈຳນວນ 36 ຄົນ, ເມືອງ ໂຂງ 01 ຄົນ
ຄຳມ່ວນ 26 ຄົນ ເຊິ່ງກໍລະນີຕິດເຊື້ອທັງໝັດນີ້ ມີ 13 ບ້ານ ຈາກ 3 ເມືອງ ຄື ເມືອງ ທ່າແຂກ 10 ບ້ານ, ເມືອງ ເຊບັ້ງໄຟ 01 ບ້ານ, ເມືອງ ໜອງບົກ 02 ບ້ານ

ນະຄອນຫຼວງ 9 ຄົນ ຈາກ ໂຮງໝໍກະເສມຮາດ 01 ຄົນ ເປັນເພດຍິງ, ອາຍຸ 73 ປີ, ບ້ານ ທົ່ງນ້ອຍ, ເມືອງ ປາກກະດີງ, ແຂວງບໍລິຄຳໄຊ, ເຂົ້າໂຮງໝໍ ກະເສີມລາດ ວັນທີ 15 ເດືອນກັນຍາ, ເຂົ້າມາດ້ວຍອາການອິດເມື່ອຍ, ອ່ອນແຮງ ປວດຕົນໂຕ, ຫາຍໃຈຍາກ, ເບື່ອອາຫານ, ບໍ່ໄຂ້. ໂຮງໝໍໄດ້ກວດຫາເຊື້ອ ໂຄວິດ-19 ໃຫ້ຜົນບວກ ໃນວັນດຽວກັນ ໂຮງໝໍຈຶ່ງສົ່ງຕົວຢ່າງມາກວດຢັ້ງຢືນ ຢູ່ ສູນວິເຄາະລະບາດວິທະຍາ ແລະ ໃນວັນທີ 16 ກັນຍາ ສວລ ໄດ້ກວດຄືນຕົວຢ່າງ ຜົນອອກມາບວກເຊັ່ນດຽວກັນ. ກຸ່ມຕະຫລາດດົງໝາກຄາຍ ມີ 03 ຄົນ
ເພດຊາຍ, ອາຍຸ 29 ປີ, ອາຊີບ ທະຫານ, ບ້ານດົງໝາກຄາຍ, ເມືອງໄຊທານີ ແລະ ສໍາຜັດໃກ້ຊິດກັບຜູ້ເປັນເມຍທີ່ຕິດເຊື້ອ
ເພດຊາຍ, ອາຍຸ 33 ປີ, ອາຊີບ ຄ້າຂາຍ, ບ້ານໂນນແສງຈັນ, ເມືອງໄຊທານີ ແລະ ສໍາຜັດໃກ້ຊິດກັບຜູ້ເປັນເມຍທີ່ຕິດເຊື້ອ

ເພດຍິງ, ອາຍຸ 47 ປີ, ອາຊີບ ຄ້າຂາຍ (ຜັກ) ຕະຫລາດດົງໝາກຄາຍ, ບ້ານໂນນແຕ້, ເມືອງໄຊທານີ ກຸ່ມໂຮງງານອານພີລາວ ມີ 02 ຄົນ, ເພດຊາຍ, ອາຍຸ 23 ປີ, ອາຊີບ: ກໍາມະກອນ ພະແນກຊ່າງຈັກ, ບ້ານ ໜອງທາເໜຶອ (ຢູ່ຫໍພັກ), ສໍາພັດໃກ້ຊິດກັບເພື່ອນຮ່ວມງານທີ່ຕິດເຊື້ອ, ເພດຊາຍ, ອາຍຸ 36 ປີ, ອາຊີບ ກໍາມະກອນ ພະແນກຊ່າງຈັກ, ບ້ານຜາງແຫ້ງ, ເມືອງນາຊາຍທອງ ແລະ ສໍາພັດໃກ້ຊິດກັບເພື່ອນຮ່ວມງານທີ່ຕິດເຊື້ອ
ກຸ່ມຕະຫລາດອົດຊີ ມີ 01 ຄົນ ເປັນເພດຊາຍ, ອາຍຸ 19 ປີ, ອາຊີບ: ຄ້າຂາຍ (ເຂົ້າຈີ່), ບ້ານດອນໜູນ, ເມືອງໄຊທານີ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

ໂຮງໝໍ 103 ມີ 01 ຄົນ, ອາຍຸ 30 ປີ, ອາຊີບ: ຊ່າງພາບທົ່ວໄປ, ບ້ານຊຽງຍືນ, ເມືອງຈັນທະບູລີ, ຜູ້ກ່ຽວໄດ້ເຂົ້າໂຮງໝໍ 103 ແຕ່ວັນທີ 10 ກັນຍາ 2021 ດ້ວຍອາການໄຂ້, ອັກເສບຖົງບີ ແລະ ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.
ອີກ 1 ຄົນ ແມ່ນເຈົ້າໜ້າທີ່ ປກສ ນະຄອນຫຼວງ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ເປັນກຸ່ມສ່ຽງ ຊື່ງສຳຜັດກັບຜູ້ຕິດເຊື້ອທີ່ໄດ້ລາຍງານໃນວັນທີ 15 ກັນຍາ 2021.

ສາລະວັນ 1 ຄົນ ເຈົ້າໜ້າທີ່ຕໍາຫລວດ (ປກສ ແຂວງສາລະວັນ), ບ້ານໂພນແກ້ວ, ເມືອງສາລະວັນ