ຫຼາຍວັນຜ່ານມານີ້ ແຂວງຈຳປາສັກມີຜູ້ຕິດເຊື້ອໃນຊຸມຊົນຂ້ອນຂ້າງຈະສູງຫຼາຍ ແລະ ສາມາດເວົ້າໄດ້ວ່າສະຖານະການຕົກໃນສະພາວະທີ່ຮ້າຍແຮງ ເນື່ອງຈາກມີການແຜ່ເຊື້ອອກໄປວົງກວ້າງ ແຂວງຈິ່ງອອກກົດເຫຼັກເດັດຂາດ ຖ້າຫາກບຸກຄົນໃດ ຫຼື ໜ່ວຍບໍລິການໃດທຸກຮູບແບບ ຫາກບໍ່ປະຕິບັດຕາມມາດຕະການທີ່ວາງອອກ ແມ່ນຈະໄດ້ໃຊ້ລະບຽບການ ຫຼື ເຖິງຂັ້ນໃຊ້ກົດໝາຍໃນການປະຕິບັດ.

ເພື່ອເປັນທີ່ຮູ້ກັນໃນທົ່ວແຂວງ ຈຳປາສັກໄດ້ອອກແຈ້ງການ ເລກທີ 35/ສພຂ.ຈສ ລົງວັນທີ 16 ກັນຍາ 2021 ກ່ຽວກັບການຈັດຕັ້ງປະຕິບັດມາດຕະການ ຕໍ່ຜູ້ລະເມີດຄໍາສັ່ງຂອງທ່ານເຈົ້າແຂວງຈໍາປາສັກ

ໂດຍແຈ້ງການລະບຸຢ່າງເດັດຂາດວ່າ: ເພື່ອຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານເຈົ້າແຂວງ ໃຫ້ມີ ຄວາມເຂັ້ມງວດ, ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂດວິດ-19 ຂັ້ນແຂວງ ຈຶ່ງແຈ້ງ ມາດຕະການຕໍ່ຜູ້ລະເມັດດັ່ງນີ້:
1. ກໍລະນີມີການລະເມີດມາດຕະການ ທີ່ໄດ້ກໍານົດໄວ້ໃນຄໍາສັ່ງຂອງທ່ານເຈົ້າແຂວງ ເຊັ່ນ: ການຈັດກິດຈະກໍາໂຮມຊຸມນຸມຕ່າງໆ, ງານບຸນປະເພນີ, ກິດຈະກໍາທາງສາສະຫນາ, ງານດອງ, ງານເຮືອນກໍາ, ງານວັນເກີດ, ງານລ້ຽງສັງສັນ, ການຊຸມແຊວ, ການພະນັນທຸກຮູບແບບໃນທຸກ ສະຖານທີ່ ຈະຖືກກ່າວເຕືອນ ແລະ ປັບໄຫມ 200.000 ກີບ ( ສອງແສນກິບ/ຄົນ, ເຈົ້າຂອງສະຖານທີ່ຈະຖືກປັບໃຫມ 500.000 ກີບ (ຫ້າແສນກີບ). ສໍາລັບການພະນັນຈະຖືກປັບໃຫມ ແລະ ດໍາເນີນຄະດີຕາມກົດຫມາຍ.

2. ຖ້າມີການເປີດບໍລິການຫ້າງຮ້ານ ແລະ ກິດຈະການຕ່າງໆ ເປັນຕົ້ນ: ຫ້ອງກວດພະຍາດເອກະຊົນ, ຮ້ານກິນດື່ມບັນເທີງ, ຮ້ານຄາຣາໂອເກະ, ຮ້ານການເຟ, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານບໍລິການນວດ ແລະ ສະປາທຸກ ປະເພດ, ສະຖານທີ່ອອກກໍາລັງກາຍ ແລະ ຫຼິ້ນກິລາທຸກປະເພດ, ສັງວຽນໄກ່, ຮ້ານສະນຸກເກີ້, ຮ້ານເກມອອນລາຍ, ຕະຫຼາດກາງຄືນ, ສະຖານທີ່ທ່ອງທ່ຽວ ຈະຖືກກ່າວເຕືອນ ແລະ ປັບໃຫມ 500.000 ກີບ (ຫ້າແສນກີບ).

3. ຖ້າມີການເປີດຮ້ານອາຫານເຊັ່ນ: ຮ້ານຊີ້ນດາດ, ຮ້ານຂາຍເຝີ, ເຂົ້າປຽກ, ຫມີ່ຮ້ານຕໍາສົ້ມ, ຮ້ານປິ້ງປະເພດຕ່າງໆ, ຮ້ານຂາຍຫມາກໄມ້ (ຕາມແຄມທາງ) ຈະຖືກປັບໃຫມ 500.000 ກີບ (ຫ້າແສນກີບ).
4. ຖ້າມີການສວຍໂອກາດກັກຕູນ-ຂຶ້ນລາຄາສິນຄ້າ ເປັນຕົ້ນ: ເຄື່ອງອຸປະໂພກ-ບໍລິໂພກ ທຸກປະເພດ ຈະຖືກສຶກສາອົບຮົມ ແລະ ປັບໃຫມ 1.000.000 ກີບ (ຫນຶ່ງລ້ານກີບ) ຫຼື ຫາກມີກໍລະນີເສຍຫາຍຫຼວງຫຼາຍ ຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ.
5. ຖ້າມີການອອກຈາກເຮືອນ ຫຼື ທີ່ພັກພາອາໄສ, ເຄື່ອນໄຫວອອກຂ້າງນອກ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກກ່າວເຕືອນພ້ອມປັບໃຫມ 500.000 ກີບ (ຫ້າແສນກີບ)/ຄົນ/ຕັ້ງ (ຍົກເວັ້ນກໍລະນີຈໍາເປັນທີ່ສຸດ)

6. ຖ້າມີການລະເມິດໂມງເວລາການສັນຈອນ (ແຕ່ເວລາ 20:00 ໂມງ-05:00 ໂມງ) ແລະ ບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງຕາມທີ່ໄດ້ກໍານົດໄວ້ຈະຖຶກປະຕິບັດ ດັ່ງນີ້:
– ຄັ້ງທີ 1: ປັບໃຫມ 200.000 ກີບ (ສອງແສນກີບ/ຕໍ່ຄັ້ງ, ຖ້າເປັນເດັກແມ່ນໃຫ້ຜູ້ປົກຄອງມາຄໍ້າປະກັນ ພ້ອມເສຍຄ່າປັບໃຫມ);
– ຄັ້ງທີ 2: ປັບໃຫມ 500.000 ກີບ (ຫ້າແສນກີບ) ແລະ ກັກພາຫະນະທີ່ຜູ້ກ່ຽວນໍາໃຊ້ຕະຫຼອດໄລຍະການປະຕິບັດຄໍາສັ່ງ.
7. ຖ້າບຸກຄົນໃດທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອໂດວິດ-19 ແລະ ຮູ້ວ່າຕົນເອງມີການສໍາຜັດ ຫາກມີການອອກຈາກເຮືອນ ໄປເຄື່ອນໄຫວຕາມສະຖານທີ່ຕ່າງໆ ຈະຖືກກ່າວເຕືອນ ແລະ ປັບ$ຫມ 500.000 ກີບ (ຫ້າແສນກີບ).ຖ້າການລະເມິດເປັນສາເຫດພາໃຫ້ມີການແຜ່ເຊື້ອຈະຖືກດໍາເນີນຄະດີຕາມກົດຫມາຍ.
8. ຖ້າມີການລະເມີດການບໍລິການຂາຍຫວຍ ເປັນຕົ້ນ: ນັ່ງຂາຍຕາມແຄມທາງ ຈະຖືກກ່າວເຕືອນ ແລະ ປັບໃຫມ 500.000 ກີບ (ຫ້າແສນກືບ).
9. ໃຫ້ຄະນະສະເພາະກິດຂັ້ນແຂວງ, ນະຄອນ, 9 ເມືອງ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ໃຫ້ປະຊາຊົນທຸກຊັ້ນຄົນ, ການຈັດຕັ້ງທຸກພາກສ່ວນຕິດຕາມ ໃນກໍລະນີພົບເຫັນການລະເມີດຄໍາສັ່ງ ຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂດວິດ-19 ຂັ້ນແຂວງ ໃຫ້ລາຍງານຕໍ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວວິດ-10 ຂັ້ນແຂວງ, ນະຄອນ ຫຼື ເມືອງ.