ສະພາບການລະບາດພະຍາດໂຄວິດ-19 ມື້ນີ້ ຕິດເຊື້ອໃນຊຸມຊົນທັງໝົດ 219 ຄົນ, ສະຫວັນນະເຂດ 139 ຄົນ

611

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ 288 ຄົນ, ນໍາເຂົ້າ 69 ຄົນ, ຊຸມຊົນ 219 ຄົນ ໃນນັ້ນແຂວງ ສະຫວນັນະເຂດຫຼາຍກ່ອນໜູ່ ມີ 139 ຄົນ, ຮອງລົງມາແມ່ນແຂວງ ຈໍາປາສັກ 44 ຄົນ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈຳວັນທີ 17 ກັນຍາ 2021 ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ ວ່າ
ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ກັນຍາ 2021

ໄດ້ກວດວິເຄາະທັງໝົດ 4.690 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 288 ຄົນ
ກໍລະນີນໍາເຂົ້າ ມີ 69 ຄົນ ຈາກ ແຂວງ ສາລະວັນ 44 ຄົນ, ສະຫວັນນະເຂດ 14 ຄົນ, ນະຄອນຫຼວງ 7 ຄົນ, ຈໍາປາສັກ 2 ຄົນ ແລະ ຄຳມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 219 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້ ສະຫວັນນະເຂດ 139 ຄົນ(ໃນນີ້ 135 ຄົນຈາກຄ້າຍຄຸມຂັງ), ຈໍາປາສັກ 44 ຄົນ, ຄໍາມ່ວນ 22 ຄົນ, ນະຄອນຫຼວງ 9 ຄົນ, ສາລະວັນ 1 ຄົນ.ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.


ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18.347 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 3.938 ຄົນ.