ດ່ວນ! ຈໍາປາສັກສັ່ງລັອກດາວຂັ້ນສູງສຸດຕັດບັນຫາໂຄວິດ-19 ນີ້ ຄື 5 ຂໍ້ຫ້າມທີ່ຕ້ອງຮ່ວມມືກັນ

787

ພາຍຫຼັງທີ່ກວດພົບມີການລະບາດພະຍາດໂຄວິດ 19 ໃນຊຸມຊົນຢູ່ເມືອງປະທຸມພອນ,ນະຄອນປາກເຊ,ບາຈຽງຈະເລີນສຸກ ແລະເມືອງອື່ນໆ ມີຈຳນວນເພີ່ມຂຶ້ນເລື້ອຍໆ ແຂວງຈໍາປາສັກ ຈຶ່ງມີຄໍາສັ່ງດ່ວນເລກທີ 14/ຈຂ,ຈສ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີການປະຕິບັດມາດຕະການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຫຼື (ລັອກດາວ) ແຂວງຈໍາປາສັກ ໄລຍະແຕ່ວັນທີ 16-30 ກັນຍາ 2021ນີ້.

ເນື່ອງຈາກຜ່ານການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄໍາສັ່ງຂອງນາຍົກ ລັດຖະມົນຕີ ສະບັບເລກທີ 15/ນຍ; ຄໍາສັ່ງ ເຈົ້າແຂວງ ສະບັບເລກທີ 13/ ຈຂ.ຈສ, ແລະ ມາດຕະການຕ່າງໆ ທີ່ວາງອອກ ຂອງຄະນະສະເພາະກົດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງພະຍາດ ໂຄວິດ-19 ແຂວງຈໍາປາສັກ ເຫັນວ່າຈໍານວນກໍລະນີການຕິດເຊື້ອ ຈາກແຮງງານນໍາເຂົ້າຫຼຸດລົງ ແຕ່ການຕິດເຊື້ອພາຍໃນຊຸມຊົນຢູ່ແຂວງຈໍາປາສັກ ເພີ່ມຂື້ນຫຼາຍ, ສະນັ້ນຄະນະສະເພາະກິດແຂວງຈໍາປາສັກ ຈໍາເປັນໄດ້ເພີ່ມ ທະວີຄວາມເຂັ້ມງວດ ການປະຕິບັດມາດຕະການຕ່າງໆເພີ່ມຕໍ່ໄປອີກ 15 ວັນ ໂດຍເລີ້ມແຕ່ 20:00 ໂມງ ຂອງວັນທີ 16 ກັນຍາ 2021 ຈົນເຖິງເວລາ 06:00 ໂມງ ຂອງວັນທີ 30 ກັນຍາ 2021.

ການແຜ່ລະບາດ ພາຍໃນແຂວງຈໍາປາສັກມີທ່າອ່ຽງເພີ່ມຂຶ້ນເລື່ອຍໆ ສະນັ້ນ ເພື່ອບໍ່ໃຫ້ການແຜ່ລະບາດຂະຫຍາຍຕົວເປັນວົງກວ້າງຂຶ້ນ ແຂວງຈໍາປາສັກ ຈຶ່ງໄດ້ມີຄໍາສັ່ງສືຕໍ່ປິດເມືອງ ເຊິ່ງແອັດຈະຍົກເອົາ 5 ຂໍ້ຫ້າມມາໃຫ້ຮູ້ກ່ອນ.

  1. ໃຫ້ອົງກາານຈັດຕັ້ງທຸກຂັ້ນ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ດໍາລົງ ຊີວິດຢູ່ແຂວງຈໍາປາສັກ ສືບຕໍ່ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ2021 ເລະ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ 2011 ຢ່າງເຂັ້ມງວດ.
  2. ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ, ວິຊາຫະກິດລັດ – ເອກະຊົນແລະ ບັນດາບໍລິສັດ ໃນທົ່ວແຂວງຈໍາປາສັກ ຈັດຕັ້ງ ຜັດປ່ຽນກັນມາປະຈໍາການໃນສໍານັກງານຕົນໃນແຕ່ລະວັນ (ກໍານົດໃຫ້ມີຫນັງສືຢັ້ງຢືນ, ເວລາການປະຈໍາການຈາກພາກສ່ວນຂອງຕົນ); ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າຫນ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ໍາປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງ, ສາທາລະນະສຸກ, ອາສາສະຫມັກ, ຜູ້ທີ່ໄດ້ຮັບມອບຫມາຍໃຫ້ປະຈໍາການ ແລະ ເຮັດວຽກກະກັດກັ້ນ, ຄວບຄຸມ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດ; ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ.
  3. ຫ້າມທຸກພາສ່ວນໃນສັງຄົມ ດໍາລົງຊີວິດຢູ່ ນະຄອນປາກເຊ, ເມືອງປະທຸມພອນ, ເມືອງບາຈຽງຈະເລີນສຸກ ແລະ ບັນດາບ້ານ ທີ່ກໍານົດເປັນບ້ານສີແດງ ໃນເມືອງທີ່ມີການແຜ່ລະບາດໃນຊຸມຊົນ ອອກຈາກເຮືອນ ຍົກເວັ້ນກໍລະນີທີ່ ຈໍາເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ (ອະນຸຍາດຄອບຄົວລະ 01 ຄົນ ແລະ ຜູ້ທີ່ໄດ້ຮັບວັກຊີນກັນ ພະຍາດໂຄວິດ-19 ຄົບໂດຣ),; ສ່ວນຜູ້ທີ່ຈໍາເປັນຕ້ອງໄປເຮັດ ການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ, ຜູ້ໄປຄ້າຂາຍ ເຄື່ອງອຸປະໂພກ-ບໍລິໂພກ ກໍ່ສາມາດປະຕິບັດໄດ້ ແຕ່ມອບໃຫ້ອົງການປົກຄອງບ້ານເປັນຜູ້ກວດກາ, ໃຫ້ຢຸດຕິການສັນຈອນ ໄປ-ມາ ນັບແຕ່ເວລາ 20:00 ໂມງ ເຖິງ 05:00 ໂມງເຊົ້າ, ຍົກເວັ້ນການເຄື່ອນໄຫວຂອງເຈົ້າຫນ້າທີ່ ແລະຄະນະສະເພາະກິດ.
  4. ຫ້າມບຸກຄົນໃນຄອບຄົວ, ຍາດພີ່ນ້ອງ, ຫມູ່ເພື່ອນ ທີ່ໄດ້ໃກ້ສິດກັບຜູ້ຕິດເຊື້ອໂຄວິດ-19 (C1) ແລະ ຜູ້ທີ່ຮູ້ວ່າຕົນເອງມີການສໍາຜັດຫ່າງ (C2, C3) ອອກຈາກເຮືອນຂອງຕົນເອງ, ໄປມາຊື້-ຂາຍ ແລະໄປສະຖານທີ່ຕ່າງໆຢ່າງ ເດັດຂາດ ເພາະຍັງມີຄວາມສ່ຽງສູງທີ່ຈະມີການເເຜ່ເຊື້ອພະຍາດໄປສູ່ຄົນອົນ; ໃນກໍລະນີຕົນເອງມີອາການໃກ້ຄຽງການຕິດເຊື້ອພະຍາດໂຄວິດ-19 ໃຫ້ແຈ້ງຕໍ່ອົງການປົກຄອງບ້ານໂດຍດ່ວນ ເພື່ອເກັບຕົວຢ່າງ ພ້ອມກັບຈໍາກັດບໍລິເວນຕົນເອງໃນເຮືອນຄົບ 14 ວັນ
  5. ຫ້າມຈັດກິດຈະກໍາ, ປະຊຸມ ຫຼື ໂຮມຊຸມນຸມຕ່າງໆ, ງານບຸນປະເພນີ, ກິດຈະກໍາທາງສາສະຫນາ ຫລື ຊຸມແຊວທຸກຮູບແບບ ຢູທຸກສະຖານທີ່. ສໍາລັບງານສົບ-ງານສົ່ງສະການ-ແຈກເຂົ້າ ອະນຸຍາດໃຫ້ຈັດສະເພາະໃນຄອບຄົວ ແລະຍາດພີ່ນ້ອງໃກ້ຊິດ (ຜູ້ເຂົ້າຮ່ວມງານບໍ່ໃຫ້ເກີນ 20 ຄົນ ແລະ ຫ້າມບໍ່ໃຫ້ຄົບງັນເກີນ 03 ວັນ.