ສາລະວັນເຮັດແທ້ ຈະປັບໃໝສູງສຸດ 10 ລ້ານກີບຫາກໃຜລະເມີດຂໍ້ຫ້າມເຫຼົ່ານີ້

434

ໂຄວິດ-19 ແມ່ນວ່າເປັນພະຍາດຕິດຕໍ່ຮ້າຍແຮງ ແລະອັນຕະລາຍເຖິງຊີວິດ ແຕ່ຄົນຈຳນວນຫຼາຍຍັງບໍ່ຍອມຮັບຟັງຄຳແນະນຳຂອງເຈົ້າໜ້າທີ່ ແຖມຍັງຝ່າຝືນກັນອຶກກະທິກ ອັນສຳຄັນແມ່ນການຮັກສາໄລຍະຫ່າງທາງສັງຄົມ ເປັນສິ່ງທີ່ປະຊາຊົນຊາວຈຳນວນບໍ່ໜ້ອຍເຮັດບໍ່ໄດ້ເພາະແຕ່ໃດໆມາແມ່ນມີການໄປມາຫາສູ່ເປັນປົກກະຕິບໍເຄີຍຂາດ ແຕ່ໃນໄລຍະໂຄວິດລະບາດແບບນີ້ແມ່ນບໍ່ຄວນທີ່ສຸດໃນການຢູ່ຮ່ວມກັນຫຼາຍໆຄົນ ຮັບຮູ້ລະບຽບຫຼັກການແລ້ວຍັງບໍປະຕິບັດຕາມແມ່ນຕ້ອງປັບໃໝໃສ່ໂທດເປັນການບັງຄັບ.


ສຳລັບແຂວງສາລະວັນແລ້ວ ຂໍ້ຫ້າມຕ່າງໆທີ່ເປັນເອກະສານກໍຕ້ອງເຜີຍແຜ່ ແຕ່ມາດຕະການປັບໃໝເປັນເງິນກໍ່ຕ້ອງມີ ເພື່ອໃຫ້ປະຊາຊົນທຸກຄົນຕື່ນຕົວເປັນເຈົ້ການນຳກັນ ປະຕິບັດຂໍ້ຫ້າມຕ່າງໆໃຫ້ໄດ້ຮັບຜົນດີ ທາງແຂວງຈິ່ງກຳນົດ 6 ຂໍ້ຍ່ອຍໆດັ່ງນີ້:
ກໍລະນີອອກຈາກເຮືອນໄປນອກບໍ່ໃສ່ຜ້າອັດປາກ-ດັງ ປັບໃໝ 50.000 ກີບ ພ້ອມທັງອາຍັດພາຫະນະທີ່ໃຊ້ໄວ້.


ກໍລະນີລະເມີດມາດຕະການແລ້ວຈັດການຊຸມແຊວຂຶ້ນ ແລະດື່ມສິ່ງມືນເມົາຄັ້ງທີ 1 ແມ່ນປັບໃໝ 1 ລ້ານກີບຕໍ່ຄົນ, ຖ້າຍັງມີຄັ້ງທີ2 ປັບຂຶ້້ນເປັນ 1 ລ້ານກີບຕໍ່ຄົນ ພ້ອມໃໝເຈົ້າຂອງສະຖານທີ່ 2 ລ້ານກີບບໍ່ມີຍົກເວັ້ນ.
ຫາກເປີດການຫຼິ້ນໄພ້, ຕີໄກ່ ແລະຫຼິ້ນການພະນັນອື່ນໆຄັ້ງທີ1 ກ່າວເຕືອນ ພ້ອມປັບໃໝ 2 ລ້ານກີບ, ຄັ້ງທີ2 ປັບໃໝ 5 ລ້ານກີບຕໍ່ຄົນ ແລະໃໝເຈົ້າຂອງສະຖານທີ່ 10 ລ້ານກີບ.


ຖ້າເປີດຮ້ານກິນດື່ມ, ຮ້ານບັນເທິງ ແລະຮ້ານອື່ນໆທີ່ໄດ້ມີແຈ້ງການຫ້າມໄວ້ແລ້ວຄັ້ງທີ1 ຈະປັບໃໝ 5 ແສນກີບ ພ້ອມກ່າວເຕືອນ, ຄັ້ງທີ2 ປັບໃໝ 3-5 ລ້ານກີບພ້ອມໃຫ້ໂຈະການດຳເນີນທຸລະກິດເປັນການຊົ່ວຄາວ.
ລະເມີດເວລາເປີດ-ປິດຕະຫຼາດຄັ້ງທີ1 ແມ່ນກ່າວເຕືອນ ພ້ອມປັບໃໝ 1 ລ້ານກີບ, ຄັ້ງທີ2 ປັບໃໝ 10 ລ້ານກີບ ແລະເອົາຕົວເຈົ້າຂອງຕະຫຼາດມາສຶກສາອົບຮົມ.


ສຳລັບມາດຕະການຕໍຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ບໍ່ຍອມຈຳກັດບໍລິເວນຕົນເອງ, ບໍ່ເປີດເຜີຍຂໍ້ມູນການເຄື່ອນໄຫວ ຖ້າກວດພົບຈະຖືກປັບໃໝ 1 ລ້ານກີບ ແລະດຳເນີນຄະດີຕາມກົດໝາຍວ່າດ້ວຍພະຍາດຕິດຕໍ່.