ວິທີປູກຜັກບົວລະພາ ໄວ້ເປັນສິນຄ້າ ຫຼື ໄວ້ກິນເອງ

544

ຜັກບົວລະພາ ເປັນພືດລົ້ມລຸກຊະນິດໜຶ່ງ, ເປັນພືດຜັກສວນຄົວທີ່ຄົນນິຍົມນຳມາປຸງແຕ່ງອາຫານ ຫຼື ນຳມາເປັນຜັກກັບ ເຊິ່ງນອກຈາກຈະສາມາດນຳມາປຸງແຕ່ງອາຫານໄດ້ແລ້ວ ຜັກບົວລະພາຍັງເປັນສະໝຸນໄພດີຫຼາຍຢ່າງ.

ລັກສະນະຜັກບົວລະພາ: ມີໃບຄ້າຍຄືກັບຜັກອີຕູ່ ຫຼື ນາງຕູ່, ລັກສະນະລຳຕົ້ນກໍຄືກັນ ແຕ່ມີກິ່ນຫອມແຕກຕ່າງກັນ ເຊິ່ງຜັກບົວລະພາແມ່ນສາມາດນຳໄປປະກອບອາຫານໄດ້ຫຼາຍເມນູບໍ່ວ່າຈະເປັນ, ຂົ້ວ, ແກງ ແລະ ເປັນປະເພດຜັກກັບກໍໄດ້ຂຶ້ນກັບຜູ້ມັກ.
ສຳລັບການປູກຜັກບົວລະພາ ແມ່ນປູກງ່າຍບໍ່ໄດ້ມີການບົວລະບັດຮັກສາຍາກຄືກັບປະເພດຜັກຊະນິດອື່ນ ແຕ່ຈະມັກດິນປະເພດທີ່ເກັບນໍ້າໄດ້ດີ, ສ່ວນດ້ານຜົນຜະລິດກໍສາມາດເກັບກ່ຽວຜົນໄດ້ເກືອບ 7 – 9 ເດືອນ, ດັ່ງນັ້ນຂັ້ນຕອນການກະກຽມໜານປູກ ຈຶ່ງມີຄວາມສຳຄັນ ( ໂດຍສະເພາະຜູ້ຈະປູກເປັນສິນຄ້າ ) ກ່ອນອື່ນແມ່ນຈະຕ້ອງມີການຮອງພື້ນດ້ວຍປຸ໋ຍໝັກ ຫຼື ປຸ໋ຍຄອກໃຫ້ໄດ້ທີ່ ຈະເຮັດໃຫ້ຜັກບົວລະພາໃບໃຫຍ່ງາມ ແລະ ແຕກກິ່ງງ່າຫຼາຍ ຍິ່ງປູກໃກ້ແຫຼ່ງນໍ້າ ຫຼື ເຂດດິນຊຸ່ມຍິ່ງງາມ.

ການກະກຽມໜານປູກ: ບົວລະພາເປັນພືດຊະນິດຮາກບໍ່ເລິກປານໃດ, ການກຽມດິນແມ່ນອາດຈະຂຸດ ຫຼື ໄຖເລິກປະມານ 20 – 30 ຊັງຕີແມັດ, ຈາກນັ້ນກໍປະຕາກດິນໄວ້ 7 – 9 ມື້ ແລ້ວຈຶ່ງໄຖຄາດອີກ ເພື່ອຍ່ອຍດິນໃຫ້ລະອຽດ, ເກັບເສດວັດສະພືດອອກໃຫ້ໝົດ, ຫຼັງຈາກນັ້ນຍົກໜານໃຫ້ສູງ ຫຼື ຄູໜານຂຶ້ນສູງ ປະມານ 10 – 15 ຊັງຕີແມັດ, ຮອງພື້ນດ້ວຍປຸ໋ຍໝັກ ຫຼື ປຸ໋ຍຄອກກ່ອນປູກ ອັດຕາ 800 ກິໂລກຣາມຕໍ່ໜຶ່ງໄລ່, ຈາກນັ້ນກໍຄົນໃຫ້ເຂົ້າກັນກັບດິນ.

ຂັ້ນຕອນການປູກ: ສຳລັບການປູກແມ່ນມີ 2 ວິທີ ຄື: 1. ນຳກິ່ງງ່າແກ່ຂອງຜັກບົວລະພາ ໄປປັກລົງໜານທີ່ກຽມໄວ້ ແລ້ວນຳຂີ້ແກບ ຫຼື ເຟືອງມາປົກໄວ້ ແລ້ວຫົດນໍ້າປົກກະຕິເຊົ້າ – ແລງ ຈົນອາຍຸໄດ້ 30 – 40 ມື້ ກໍສາມາດເກັບຜົນຜະລິດໄດ້ ແລະ ວິທີທີ່ 2. ແມ່ນນຳແກ່ນມາຫວ່ານລົງໜານສະເພາະກຽມເບ້ຍ, ຈາກນັ້ນກໍຫົດນໍ້າປົກກະຕິເຊົ້າ – ແລງ ປະມານ 20 – 25 ມື້ ຕົ້ນອ່ອນຂອງຜັກບົວລະພາຈະໃຫຍ່ສູງຂຶ້ນ ປະມານ 10 – 15 ຊັງຕີແມັດ ກໍກຽມຍ້າຍລົງປູກທີ່ໜານກຽມໄວ້ນັ້ນ ໂດຍປູກໃຫ້ຫ່າງກັນ 20 – 30 ຊັງຕີແມັດ, ຫຼັງຈາກນັ້ນກໍໃຫ້ຫົດນໍ້າສະໝໍ່າສະເໝີເຊົ້າ – ແລງ.

ຫຼັງຈາກປູກແລ້ວ ປະມານ 30 – 40 ມື້ ກໍຈະສາມາດເກັບກ່ຽວຜົນຜະລິດໄດ້ ເຊິ່ງວິທີເກັບໃຫ້ໃຊ້ມີດຕັດ ຫຼື ມີດຄົມໆຕັດເອົາ ໂດຍໃຫ້ເອົາຍາວຈາກຍອດລົງມາປະມານ 10 – 15 ຊັງຕີແມັດ, ຫຼັງຈາກຕັດຊຸດທີ 1 ແລ້ວ ຕົ້ນຜັກບົວລະພາກໍຍິ່ງຈະແຕກກິ່ງງ່າອອກຫຼາຍກວ່າເກົ່າ ໂດຍໃຫ້ຕື່ມປຸ໋ຍລົງ ແລະ ສືບຕໍ່ຫົດນໍ້າສະໝໍ່າສະເໝີ ຫຼັງຈາກຕັດຊຸດທີ 1 ແລ້ວ ຫາກຈະຕັດຊຸດທີ 2 ແມ່ນໃຫ້ຫ່າງກັນ 15 – 20 ມື້ ແລະ ເກັບໄປຈົນເຖິງອາຍຸ 7 – 8 ເດືອນ.
[ ຂໍ້ມູນ: Eto.ku.ac ]