ສະໝຸນໄພ 5 ຊະນິດ ສັບພະຄຸນບຳລຸງປອດ ສ້າງເກາະປ້ອງກັນໃຫ້ປອດແຂງແຮງ

927

ໃນໄລຍະທີ່ປອດຂອງຄົນເຮົາຕ້ອງປະເຊີນກັບສະພາບອາກາດທີ່ບໍ່ດີໃນທຸກມື້ ບວກກັບປະເຊີນກັບການຕິດເຊື້ອພະຍາດໂຄວິດ – 19 ທີ່ເບິ່ງແລ້ວສະຖານະການຍິ່ງບໍ່ດີ ການເບິ່ງແຍງປອດໃຫ້ແຂງແຮງຈຶ່ງເປັນສິ່ງຈຳເປັນທີ່ຕ້ອງໃຫ້ຄວາມສຳຄັນຫຼາຍ ເຊິ່ງໜຶ່ງໃນວິທີທີ່ຊ່ວຍບຳລຸງປອດກໍຄືການກິນສະໝຸນໄພທີ່ມີສ່ວນໃນການສ້າງເກາະປ້ອງກັນໃຫ້ປອດແຂງແຮງ ມາເບິ່ງກັນດີກວ່າວ່າມີສະໝຸນໄພຊະນິດໃດແດ່.

1 ກະທຽມ

ກະທຽມມີລິດໃນການຕ້ານອັກເສບ ມີສັບພະຄຸນທີ່ຊ່ວຍໃນການຮັກສາປອດ, ປ້ອງກັນປອດພິການ, ປິ່ນປົວວັນນະໂລກ, ຊ່ວຍບຳບັດພະຍາດໃນເອິກ, ແກ້ໄຂ້, ແກ້ຫວັດຄັດດັງ, ຂັບເສມຫະ ແລະ ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະສູງຫຼາຍ ໂດຍສະເພາະສານອັນລິຊິນ ເຊິ່ງຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດມະເຮັງເກືອບທຸກຊະນິດ.

May be an image of food and indoor

2 ໝາກເຜັດ

ໝາກເຜັດເປັນສະໝຸນໄພທີ່ເໝາະສຳລັບຜູ້ທີ່ມີບັນຫາກ່ຽວກັບລະບົບທາງເດີນຫາຍໃຈ ເຊັ່ນ: ຫອບຫືດ, ພູມແພ້, ໄຊນັສ, ຫຼອດລົມອັກເສບ ຫຼື ຕ້ອງການຂັບເສມຫະອອກຈາກປອດ ເນື່ອງຈາກຄວາມເຜັດຮ້ອນຂອງໝາກເຜັດຊ່ວຍກຳຈັດສິ່ງກີດຂວາງໃນລະບົບທາງເດີນຫາຍໃຈໄດ້.

May be an image of food and text

3 ຂີງ

ຂີງເປັນສະໝຸນໄພທີ່ບໍ່ມີພຽງແຕ່ຊ່ວຍຕ້ານການອັກເສບໃນຮ່າງກາຍເທົ່ານັ້ນ ແຕ່ຍັງເປັນສະໝຸນໄພທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະສູງ ແລະ ຍັງສົ່ງຜົນດີຕໍ່ລະບົບທາງເດີນຫາຍໃຈ ອີກທັງຍັງຊ່ວຍຂັບເສມຫະໃນກຸ່ມຄົນເຈັບທີ່ມີເສມຫະຕະຫຼອດ ໄດ້ເປັນຢ່າງດີ.

4 ຂີ້ໝິ້ນ

ຂີ້ໝິ້ນມີສານຕ້ານອະນຸມູນອິດສະຫຼະທີ່ມີຊື່ວ່າເຄີຕິວມິນ ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະທີ່ສຳຄັນ ແລະ ມີລິດຕ້ານການອັກເສບ. ນອກຈາກນີ້, ຍັງເປັນສະໝຸນໄພທີ່ຊ່ວຍປິ່ນປົວລະບົບທາງເດີນຫາຍໃຈທີ່ຜິດປົກກະຕິ, ປິ່ນປົວອາການຫືດ, ໄອ ແລະ ຫຼຸດການອັກເສບໃນປອດໄດ້ເປັນຢ່າງດີ ທີ່ສຳຄັນຂີ້ໝິ້ນຍັງຊ່ວຍປັບພູມຄຸ້ມກັນບໍ່ໃຫ້ທຳລາຍປອດຈົນເກີດຄວາມເສຍຫາຍໃນກຸ່ມຄົນເຈັບທີ່ມີການຕິດເຊື້ອພະຍາດໄຂ້ຫວັດໃຫຍ່ອີກ.

May be an image of fruit

5 ໝາກຂາມປ້ອມ

ໝາກຂາມປ້ອມເປັນສະໝຸນໄພທີ່ສົ່ງຜົນດີຕໍ່ປອດບໍ່ແພ້ສະໝຸນໄພຊະນິດອື່ນໆເລີຍ ເນື່ອງຈາກສະໝຸນໄພຊະນິດນີ້ຊ່ວຍແກ້ອາການຫວັດ, ແກ້ໄອ, ຊ່ວຍລະລາຍເສມຫະ, ບັນເທົາອາການຫອບຫືດ, ຮັກສາພະຍາດຫຼອດລົມອັກເສບ ແຖມຍັງອຸດົມໄປດ້ວຍວິຕາມິນຊີ ແລະ ຍັງມີສານກູ່ມແທນນິນທີ່ຊ່ວຍຕ້ານອະນຸມູນອິດສະຫຼະພ້ອມທັງຊ່ວຍເສີມພູມຄຸ້ມກັນໃນຮ່າງກາຍ.

ນອກຈາກສະໝຸນໄພທັງ 5 ຊະນິດທີ່ເຮົາໄດ້ກ່າວໄປເບື້ອງຕົ້ນແລ້ວນັ້ນ ຍັງມີສະໝຸນໄພຊະນິດອື່ນໆທີ່ຊ່ວຍບຳລຸງປອດໃຫ້ແຂງແຮງອີກຫຼາກຫຼາຍ ບໍ່ວ່າຈະເປັນດອກປີບ, ໃບຫູເສືອ ຫຼື ຫຍ້າດອກຂາວ ເຊິ່ງສະໝຸນໄພເຫຼົ່ານີ້ລ້ວນມີສັບພະຄຸນຊ່ວຍບຳລຸງປອດ ແລະ ຫຼຸດອາການອັກເສບຂອງປອດໄດ້ດີທັງໝົດ.

ທີ່ມາ: https://www.sanook.com/women/181261/?utm_source=fb-