ສະເຕົາຈ໌ ຖືກ ເອັຟເອ ລົງໂທດຫ້າມລົງແຂ່ງ 3 ນັດຈາກກໍລະນີຢຽບຂໍ້ຕີນຂອງ ເອລລຽດ ຈົນຫັກ

379
Leeds United's Pascal Struijk leaves the pitch after seeing a red card for a foul on Liverpool's Harvey Elliott during the English Premier League soccer match between Leeds United and Liverpool at Elland Road, Leeds, England, Sunday, Sept. 12, 2021. (AP Photo/Rui Vieira)

ປາສກາລ ສະເຕົາຈ໌ ກອງຫຼັງຂອງສະໂມສອນ ລີດສ໌ ຢູໄນເຕັດ ຈະຖືກບົດລົງໂທດຫ້າມລົງສະໜາມ 3 ນັດ ຫຼັງສະມາຄົມບານເຕະອັງກິດ ( FA ) ປະຕິເສດຄໍາອຸທອນຂອງສະໂມສອນດັ່ງກ່າວ.

ສະເຕຣາຈ໌ ໄດ້ຮັບບັດແດງຈາກ ເຄຣັກ ພໍສັນ ກໍາມະການຕັດສິນໃນນັດທີ່ ລິເວີພູລ ເອົາຊະນະ ລີດສ໌ ຢູໄນເຕັດ 3-0 ເມື່ອວັນທີ 12 ກັນຍາ 2021 ຈາກຈັງຫວະທີ່ເຂົ້າປະທະ ແລະ ຢຽບໃສ່ຂໍ້ຕີນຊ້າຍຂອງ ຮາວີ ເອລລຽດ ນັກເຕະດາວເດັ່ນຂອງລິເວີພູລ ຈົນຫັກ.

ສໍາລັບ ລີດສ໌ ຢູໄນເຕັດ ໃນລະດູການນີ້ຍັງບໍ່ຊະນະທີມໃດໄດ້ເລີຍໃນ 4 ນັດທໍາອິດປະກອບດ້ວຍ ສະເໝີ 2 ນັດ ແລະ ເສຍ 2 ນັດ ໂດຍນັດຕໍ່ໄປຈະພົບກັບ ນິວຄາສເຊິລ ຢູໄນເຕັດ, ເວສແຮມ ຢູໄນເຕັດ ແລະ ວັດຟອດ.
ຮູບຈາກ: AP