ໄຟຟ້າລາວແຈ້ງເຖິງ 3 ບ້ານ ຫ້າມຊຳລະຄ່າໄຟຟ້ານຳພະນັກງານສົ່ງບິນ

1382

ລັດວິຫາຫະກິດໄຟຟ້າລາວ ແຈ້ງເຖິງຜູ້ທີ່ຊົມໃຊ້ໄຟຟ້າໃນ ບ້ານ ອ່າງໃຫຍ່, ບ້ານ ຫ້ວຍຫ້ອມ, ບ້ານ ໃຫມ່ ເມືອງ ສີໂຄດຕະບອງ ບໍ່ໃຫ້ຊໍາລະເງິນຄ່າກະແສໄຟຟ້າ ນໍາພະນັກງານສົ່ງໃບບິນໂດຍກົງແຕ່ໃຫ້ຈ່າຍຜ່ານຊ່ອງທາງອື່ນແທນ.

ທາງສາຂາໄຟຟ້ານະຄອນຫຼວງ 1 ໄດ້ອອກແຈ້ງການ ເຖິງພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ໄຟຟ້າຂອງລັດວິສາຫະກິດໄຟຟ້າລາວ ທີ່ບ້ານ ອ່າງໃຫຍ່, ບ້ານ ຫ້ວຍຫ້ອມ ແລະ ບ້ານ ໃຫມ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອຊາບສົ່ງເຖິງກັນດັ່ງລຸ່ມນີ້:

ນັບແຕ່ວັນທີ 01 ເດືອນ ກັນຍາ ປີ 202I ເປັນຕົ້ນໄປ, ຫ້າມບໍ່ໃຫ້ຊໍາລະເງິນຄ່າກະແສໄຟຟ້າ ນໍາພະນັກງານສົ່ງໃບບິນໂດຍກົງ.
ການຊໍາລະເງິນຄໍາໄຟຟ້າຢູ່ເຂດດັ່ງກ່າວ ແມ່ນໃຫ້ໄປຊໍາລະຢູ່ ສູນບໍລິການຈຸດຕ່າງໆ ຂອງລັດວິສາຫະກິດໄຟຟ້າລາວ, ຢູ່ນໍາທະນາຄານທີ່ຮັບບໍລິການ, ຜ່ານທາງຕູ້ ATM ຜ່ານທາງມືຖືດ້ວຍ BCEL One ຂອງທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ ແລະ LDB trust ຂອງທະນາຄານພັດທະນາລາວ .


ຖ້າຫາກທ່ານມີຂໍ້ສົງໄສ, ມີຄໍາຖາມ, ສອບຖາມຂໍ້ມູນ ແລະ ແຈ້ງເບາະແສບັນຫາຕ່າງໆທີ່ກ່ຽວຂ້ອງກັບໄຟຟ້າລາວທ່ານມາດແຈ້ງໄປທາງສາຍດ່ວນຂອງລັດວິສາຫະກິດໄຟຟ້າລາວ ໂທ: 1199