ສຳມະນາທາງໄກ ໃນຫົວຂໍ້ສິດທິພິເສດຍົກເວັ້ນອັດຕາພາສີໃຫ້ແກ່ ສປປ ລາວ ສໍາລັບທຸກໆສິນຄ້າ

994

ກະຊວງອຸດສາຫະກຳ ແລະ ການຄ້າ​ (ອຄ)​ ໄດ້ຈັດກອງປະຊຸມສຳມະນາທາງໄກລະຫວ່າງວັນທີ 16 -17 ກັນຍາ 2021 ທີ່ ໃນຫົວຂໍ້: ສິດທິພິເສດຍົກເວັ້ນອັດຕາພາສີໃຫ້ແກ່ ສປປ ລາວ ສໍາລັບທຸກໆສິນຄ້າ ຍົກເວັ້ນອາວຸດ “Engagement Workshop on EU’s Everything But Arms (EBA) scheme in Lao PDR” ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ  ຄຳເເພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແລະ​ ທ່ານ ນາງ ອີນນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ​ ມີຜູ້ເຈົ້າຮ່ວມຈາກພາກລັດ, ທຸລະກິດ,​ບັນດາສະມາຄົມພາຍໃຕ້​ ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ​ ເຂົ້າຮ່ວມ 230 ທ່ານ.​

ຈການຈັດສຳມະນາໃນຄັ້ງນີ້ ເເມ່ນເພື່ອສ້າງຄວາມຮັບຮູ້ ເເລະ ຄວາມເຂົ້າໃຈຕໍ່ກັບລະບຽບການນຳໃຊ້ສິດທິພິເສດທາງດ້ານການຄ້າຈາກໂຄງການ ສິດທິພິເສດຍົກເວັ້ນອັດຕາພາສີ ສໍາລັບທຸກໆສິນຄ້າຍົກເວັ້ນອາວຸດ(GSP-EBA) ແລະ ໂຄງການສິດທິພິເສດເພີ່ມເຕີມ (GSP+) ໃຫ້ບັນດາຜູ້ເຂົ້າຮ່ວມຈາກຂະເເໜງການຕ່າງໆ ໂດຍສະເພາະພາກທຸລະກິດ ເເລະ ຜູ້ປະກອບການຂອງ ສປປ ລາວ ຊາບຢ່າງທົ່ວເຖິງ. ແນໃສ່ເພື່ອຊຸກຍູ້ການນຳໃຊ້ GSP ໃຫ້ຫລາຍຂຶ້ນ, ສົ່ງເສີມການສົ່ງອອກສິນຄ້າຂອງ ສປປ ລາວ ໄປສູ່ຕະຫຼາດສະຫະພາບເອີຣົບໃນອານາຄົດໃຫ້ນັບມື້ນັບຫຼາຍຂຶ້ນ​ ແລະ​ ກອງປະຊຸມຄັ້ງນີ້​ ໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອຣົບ ປະຈຳ ສປປ ລາວ.

ໃນກອງປະຊຸມສຳມະນາຄັ້ງນີ້​ ຈະໄດ້ຮັບຟັງການບັນຍາຍຈາກຊ່ຽວຊານຂອງ ອີຢູ​ ໃນຫົວຂໍ້ຕ່າງໆ ເຊັ່ນ:
1). ການນຳໃຊ້ໂອກາດທາງດ້ານການຄ້າພາຍໃຕ້ສິດທິພິເສດຂອງ ສະຫະພາບເອີຣົບ ສໍາລັບທຸກໆສິນຄ້າຍົກເວັ້ນອາວຸດ (EU’s EBA), ລວມທັງ: ທ່າແຮງການສົ່ງອອກສິນຄ້າຂອງລາວຢູ່ໃນຕະຫຼາດ EU, ໂອກາດຂອງສິນຄ້າກະສິກໍາແບບຍືນຍົງ, ການນໍາໃຊ້ຜົນປະໂຫຍດ ຈາກສິດທິພິເສດ GSP-EBA.
2).​ການຄ້າກັບ ສະຫະພາບເອີຣົບ ພາຍຫຼັງການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ໂອກາດພາຍໃຕ້ຜົນປະໂຫຍດຂອງ GSP+ ລວມທັງ: EU GSP+ ແມ່ນຫຍັງ, ໂອກາດ ແລະ ເງື່ອນໄຂແມ່ນຫຍັງ?, ຈຸດສຸມທາງທຸລະກິດ GSP+: ຜົນກະທົບ ແລະ ໂອກາດສໍາລັບຜູ້ສົ່ງອອກຂອງລາວ, GSP+ ແລະ ຄຸນຄ່າທາງສາກົນ- ມາດຖານເງື່ອນໄຂຂອງການນຳໃຊ້ GSP+.

ໂອກາດດັ່ງກ່າວ, ທ່ານ ຄຳເເພງ ໄຊສົມແພງ​ ໄດ້ກ່າວຕໍ່ກອງປະຊຸມວ່າ: ພາຍຫຼັງປີ 2029 ຄາດວ່າ​ ສປປ​ ລາວ​ຈະສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.​ ສະນັ້ນ,​ ພວກເຮົາອາດຈະບໍ່ໄດ້ຮັບສິດທິພິເສດທາງດ້ານການຄ້າຄືດັ່ງທີ່ເຄີຍໄດ້ຮັບຜ່ານມາ ຫຼື ຈະໄດ້ຮັບສິດທິພິເສດທາງດ້ານການຄ້າໃນເງື່ອນໄຂໃໝ່ທີ່ມີຄວາມຫຍຸ້ງຍາກກວ່າເກົ່າ ຊຶ່ງບັນຫາດັ່ງກ່າວກໍເປັນສິ່ງທ້າທາຍຫຼາຍສົມຄວນສຳລັບ ສປປ ລາວ ໃນຊຸມປີຕໍ່ໜ້າ. ດັ່ງນັ້ນ, ຈຶ່ງຮຽກຮ້ອງແກ່ສະຫະພາບເອີຣົບ ສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ສາມາດຜ່ານພົ້ນໄລຍະຫຍຸ້ງຍາກສັບສົນດັ່ງກ່າວນີ້ໄປໄດ້ຢ່າງມີຜົນສໍາເລັດ”.

ນອກຈາກນັ້ນ, ກອງປະຊຸມສໍາມະນາດັ່ງກ່າວ ຍັງໄດ້ມີການສົນທະນາແລກປ່ຽນບົດຮຽນ ແລະ ປະສົບການນຳຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ລະບົບ ແລະ ຂັ້ນຕອນການນໍາໃຊ້ສິດທິພິເສດດັ່ງກ່າວ, ເພື່ອຮັບປະກັນການນໍາໃຊ້ສິດທິພິເສດດັ່ງກ່າວ ໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ-ພາບ: ສັນຕິ