ອົງການພະລັງງານສາກົນ ຄາດຄະເນ ຄວາມຕ້ອງການນ້ຳມັນໃນທົ່ວໂລກຈະເພີ່ມຂຶ້ນ

168

ຄວາມຕ້ອງການນ້ຳມັນທົ່ວໂລກໄດ້ຫຼຸດລົງ 3 ເດືອນຢ່າງລຽນຕິດ ແຕ່ຄວາມຕ້ອງການດັ່ງກ່າວອາດຈະເພີ່ມຂຶ້ນຄືເກົ່າ ໂດຍຂຶ້ນເຖິງ 1,6 ລ້ານບາເຣລ ຕໍ່ວັນ ໃນເດືອນຕຸລາ ແລະ ສືບຕໍ່ເພີ່ມຂຶ້ນຈົນຮອດທ້າຍປີ 2021.

ຄວາມຕ້ອງການນ້ຳມັນທົ່ວໂລກ ໄດ້ຫຼຸດລົງໃນ 3 ເດືອນຢ່າງລຽນຕິດ ໃນສະພາບການຈຳນວນຜູ້ຕິດເຊື້ອໂຄວິດ – 19 ໄດ້ເພີ່ມຂຶ້ນໃນອາຊີ ດ້ວຍລະດັບຫຼຸດລົງສະເລ່ຍປະມານ 310.000 ບາເຣລຕໍ່ວັນ ແຕ່ ຄວາມຕ້ອງການດັ່ງກ່າວອາດຈະເພີ່ມຂຶ້ນຄືເກົ່າ ໂດຍຂຶ້ນເຖິງ 1,6 ລ້ານບາເຣລຕໍ່ວັນ ໃນເດືອນຕຸລາ ແລະ ສືບຕໍ່ເພີ່ມຂຶ້ນຈົນຮອດທ້າຍປີ 2021, ນີ້ແມ່ນຂໍ້ສັງເກດຂອງອົງການພະລັງງານສາກົນ ( IEA ) ຍົກອອກມາໃນວັນທີ 14 ກັນຍາ.

ອົງການ IEA ຄາດຄະເນວ່າ: ຄວາມຕ້ອງການທົ່ວໂລກ ອາດຈະເພີ່ມຂຶ້ນ 5,2 ລ້ານບາເຣລຕໍ່ວັນໃນປີນີ້ ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ, ແຕ່ການເຕີບໂຕໃນປີ 2022 ຈະເພີ່ມຂຶ້ນໜ້ອຍໜຶ່ງ ປະມານ 3,2 ລ້ານບາເຣລຕໍ່ວັນ.