ຜູ້ຮັກສາປະຕູ ຄລັບບຣູຊ ຊີ້ ເມສຊີ ແລະ ເກມບຸກຂອງ ປາຣີສ ບໍ່ມີຄວາມໜ້າຢ້ານເລີຍ ນັດທໍາອິດຢູຟາ

303

ຊິມົງ ມິນໂຢເລ ຜູ້ຮັກສາປະຕູຂອງ ຄລັບ ບຣູຊ ສະໂມສອນຊັ້ນນໍາໃນລີກສູງສຸດຂອງປະເທດແບນຊິກ ຍອມຮັບວ່າເກືອບບໍ່ຕ້ອງອອກແຮງປ້ອງກັນ ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບແບ່ງກຸ່ມໆ A ນັດທໍາອິດ ທີ່ຄລັບ ບຣູຊ ເປີດບ້ານສະເໝີ ປາຣີສ ແຊງແຊກແມງ ສະໂມສອນຍັກໃຫຍ່ໃນລີກເອິງຝຣັ່ງ 1-1 ເມື່ອວັນທີ 15 ກັນຍາ 2021.

ນັດດັ່ງກ່າວ ປາຣີສ ແຊງແຊກແມງ ສົ່ງ 3 ກອງໜ້າທີ່ແພງທີ່ສຸດໃນໂລກນໍາໂດຍ ເນມາ, ຄີລຽນ ເອັມບັບເປ ແລະ ລິໂອເນລ ເມສຊີ ເຊິ່ງເປັນ ປາຣີສ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ຈາກການຍິງຂອງ ອັນເດ ເອເຣຣາ ນາທີໆ 15, ແຕ່ຫຼັງຈາກນັ້ນບໍ່ດົນ ຄລັບ ບຣູຊ ໄດ້ປະຕູຕີສະເໝີເປັນ 1-1 ນາທີໆ 27 ຈາກ ຮານສ໌ ວານາເກນ ເຮັດໃຫ້ແບ່ງກັນໄປທີມລະ 1 ຄະແນນແບບພິກຄວາມຄາດໝາຍ.

ສະຖິຕິຫຼັງການແຂ່ງຂັນເປັນ ປາຣີສ ທີ່ຄອງເກມໄດ້ເຖິງ 61% ແຕ່ຫາໂອກາດຍິງໄດ້ໜ້ອຍກວ່າພຽງ 8 ຄັ້ງ ( ຍິງເຂົ້າເປົ້າພຽງ 4 ຄັ້ງ ) ແລະ ເປັນປະຕູ 1 ໜ່ວຍ, ສ່ວນ ຄລັບ ບຣູຊ ເຖິງຈະຄອງເກມໜ້ອຍກວ່າ ແຕ່ອາໄສຈັງຫວະສວນກັບໄດ້ຍິງເຖິງ 13 ຄັ້ງ ( ຍິງເຂົ້າເປົ້າ 6 ຄັ້ງ ) ແລະ ເປັນປະຕູ 1 ໜ່ວຍ.

ຫຼັງຈົບການແຂ່ງຂັນ ມິນໂຢເລ ອະດີດຜູ້ຮັກສາປະຕູຂອງ ລິເວີພູລ ທີ່ປັດຈຸບັນຫຼິ້ນໃຫ້ກັບ ຄລັບ ບຣູຊ ໃຫ້ສໍາພາດວ່າ: “ ຂ້ອຍເກືອບບໍ່ມີງານທີ່ຕ້ອງເຮັດ, ພວກເຮົາຫຼິ້ນໄດ້ດີຫຼາຍ, ພວກເຮົາບໍ່ໄດ້ເປີດໂອກາດໃຫ້ກັບເກມບຸກອັນໜ້າເຫຼືອເຊື່ອຂອງພວກເຮົາ, ພວກເຮົາບໍ່ສາມາດປະກົບພວກເຂົາແບບຕົວຕໍ່ຕົວໄດ້ ເພາະພວກເຂົາມີຄຸນນະພາບທີ່ຈະເອົາຊະນະໄດ້, ແຕ່ພວກເຮົາພະຍາຍາມຊ່ວຍກັນຫຼິ້ນຮັບມື ເພື່ອບໍ່ໃຫ້ພວກເຂົາມີພື້ນທີ່ໃນການຫຼິ້ນ ແລະ ສ່ວນຕົວຂ້ອຍກໍປ້ອງກັນໄດ້ 2-3 ຄັ້ງ ນັ້ນບໍ່ແມ່ນເລື່ອງຍາກເລີຍ ”.
ຮູບຈາກ: AP