ຕົ້ນຄຳ ເມືອງມະນີ ຫວັງແຈ້ງເກີດການແຂ່ງຂັນຍິງປືນ ໄອພີເອັສຊີ ຊີງແຊັມໂລກ ທີ່ປະເທດໄທ

542

ທ້າວ ຕົ້ນຄຳ ເມືອງມະນີ ນັກກີລາຍິງປືນ ໄອພີເອັສຊີ ເຈົ້າຂອງຂັນຊະນະເລີດ ແລະ ຫຼຽນຄຳ ລາຍການ ສະແຕນດາດ ຮຸ່ນເຍົາວະຊົນ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ປີ 2018 ແລະ ທັງເປັນນັກກີລາຍິງປືນໄອພີເອັສຊີທີມຊາດລາວ ຫວັງສ້າງຜົນງານດີເດັ່ນໃນການເປັນຕົວແທນຂອງລາວ ເຂົ້າຮ່ວມແຂ່ງຂັນກີລາຍິງປືນ ໄອພີເອັສຊີ ຊີງແຊັມໂລກ ທີ່ເມືອງພັດທະນາ ແຂວງຊົນບູລີ ປະເທດໄທ ເຊິ່ງແມ່ນເລື່ອນແຂ່ງຂັນມາແຕ່ປີ 2020 ແລະ ປີນີ້ກໍເລື່ອນເຊັ່ນກັນ ໂດຍຈະໄປຈັດໃນປີ 2022.

ຕາມການໃຫ້ສຳພາດຂອງ ທ້າວ ຕົ້ນຄຳ ເມືອງມະນີ ຫຼື ນ້ອງບອນ ໃນຕອນເຊົ້າວານນີ້ (14 ກັນຍາ) ໃຫ້ຮູ້ວ່າ: ປັດຈຸບັນນ້ອງເອງມີອາຍຸຈະເຂົ້າ 18 ປີແລ້ວ ແລະ ໄດ້ເລີ່ມຝຶກຊ້ອມກີລາຍິງປືນ ປະເພດປືນສະແຕນດາດ ໄອພີເອັສຊີ ມາແຕ່ປີ 2018 ໂດຍແມ່ພໍ່ ອາໂນໄທ ເມືອງມະນີ ເປັນຜູ້ໃຫ້ກຳລັງໃຈ ແລະ ຖ່າຍທອດສ້າງຕົນ ບວກກັບໄດ້ຮັບການສະໜັບສະໜູນຈາກທ່ານ ພຸດທະສັກ ສຸກອາລຸນ ປະທານສະຫະພັນຍິງປືນ ນະຄອນຫຼວງວຽງຈັນ ທັງເປັນປະທານສະໂມສອນຍິງປືນ ໄອພີເອັສຊີລາວ ຊຶ່ງປີ 2018 ເປັນປີເລີ່ມຕົ້ນ ຂອງການຮຽນເປັນນັກກີລາຍິງປືນ ຫຼັງຈາກຝຶກຊ້ອມໄດ້ 3 ເດືອນ ກໍໄດ້ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຮ່ວມແຂ່ງຂັນລະດັບປະເທດຕໍ່ປະເທດ ລາຍການ ເອັກຕີມ ທີ່ປະເທດໄທ ປີ 2018 ແລະ ກໍເດີນສາຍຄຽງຂ້າງພໍ່ຕະຫຼອດມາ ສາມາດເກັບກ່ຽວປະສົບການຢ່າງຫຼວງຫຼາຍ ຈົນສາມາດສ້າງຜົນງານໂດດເດັ່ນ ສະເພາະນອກປະເທດ ຄວ້າຫຼຽນທອງ ລາຍການ ເອັກຕີມ ທີ່ປະເທດໄທ.

“ ສ່ວນພາຍໃນປະເທດ ຄອງແຊັມແຂ່ງຂັນຍິງປືນໄອພີເອັສຊີ ຮຸ່ນທົ່ວໄປ ປະເພດປືນສະແຕນດາດ ພ້ອມທັງແຈ້ງເກີດ ຄອງແຊ້ມ ແລະ ຫຼຽນຄຳ ຮຸ່ນເຍົາວະຊົນ ລະດັບ ເອວ 3 ຊີງຂັນນາຍົກລັດຖະມົນຕີ ປີ 2019 ຊຶ່ງມີນັກກີລາຈາກປະເທດໄທ, ສປ ຈີນ ແລະ ຈາກເອີຣົບ ມາແຂ່ງຂັນໃນຄັ້ງນັ້ນອີກດ້ວຍ, ຫຼ້າສຸດ ກໍສາມາດຍາດໄດ້ອັບດັບທີ 5 ການແຂ່ງຂັນສະເພາະພາຍໃນ ຜ່ານການຄັດເລືອກຄວ້າເອົາໂຄຕ້າຕິດ 1 ໃນ 8 ຕາງໜ້ານັກກີລາຍິງປືນໄອພີເອັສຊີລາວ ກຽມເຂົ້າຮ່ວມແຂ່ງຂັນຊີງແຊັມໂລກ ທີ່ປະເທດໄທ ເປັນເຈົ້າພາບ ຈະຈັດຂຶ້ນໃນປີ 2022 ເຊິ່ງລາຍການດັ່ງກ່າວແມ່ນໄດ້ເລື່ອນແຂ່ງຂັນມາແຕ່ປີ 2020 ແລະ ປີນີ້ ຍ້ອນມີສະພາບການແຜ່ລະບາດຂອງເຊື້ອ ໂຄວິດ-19 ” ຕົ້ນຄໍາ ກ່າວ.

ຕົ້ນຄໍາ ກ່າວອີກວ່າ: ຢ່າງໃດກໍດີ, ເພື່ອເປັນການຮັບປະກັນໃນການສ້າງຜົນງານໃຫ້ອອກມາດີທີ່ສຸດ ປັດຈຸບັນໄດ້ເກັບຕົວຝຶກຊ້ອມກັບພໍ່ ແລະ ໄດ້ຮັບກຳລັງໃຈດີໆຈາກຄອບຄົວ ເພື່ອໃຫ້ແທດເໝາະກັບການປະຕິບັດມາດຕະການຕ່າງໆ ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອ ໂຄວິດ-19 ຢ່າງປອດໄພ ຫຼັງຈາກພະຍາດນີ້ຫາຍເຊົາ ກໍຈະປືກສາກັບພໍ່ເພື່ອວາງແຜນຝຶກຊ້ອມຢ່າງຈິງຈັງ ກ່ອນຮ່ວມແຂ່ງຂັນ ລາຍການ ເວີດຊູດ ທີ່ປະເທດໄທ.

ນອກຈາກການເປັນນັກກີລາຍິງປືນແລ້ວ ຕົ້ນຄຳ ເມືອງມະນີ ກໍຍັງເຄີຍເປັນນັກກີລາອະດິດເດັກສ້າງຂອງອາຈານ ບຸນລັບ ເຄນກິຕິສັກ ອະດິດຊຸບເປີສະຕາທີມຊາດລາວ ເລີ່ມຝຶກຊ້ອມມາແຕ່ອາຍຸ 9 ປີ ໃນຕຳແໜ່ງຜູ້ຮັກສາປະຕູ ພ້ອມທັງໄດ້ຄື່ອນໄຫວຮ່ວມແຂ່ງຂັນສ້າງຜົນງານໃນລາຍການຕ່າງໆ ຈັດຂຶ້ນໂດຍ ສະຫະພັນບານເຕະ ນະຄອນຫຼວງ ແລະ ຂອງສະຫະພັນບານເຕະແຫ່ງຊາດ ໂດຍສະເພາະແມ່ນເຄີຍເຂົ້າຮ່ວມທີມຈາກຕົວແທນປະເທດລາວ ຄວ້າແຊັມແຂ່ງຂັນລາຍການຊີງແຊັມນາໆຊາດ ຫຼື ລາຍການ ຊູຊີງລິງ ຄັບ ເມື່ອປີ 2016 (Soong Ching Ling Cup 2016) ທີ່ ສປ ຈີນ ອີກດ້ວຍ ກ່ອນຈະຢຸດການເປັນນັກກິລາເຕະບານ ໂດຍຫັນມາຫຼິ້ນກິລາຍິງປືນ ສ້າງຜົນງານໂດດເດັ່ນໃນປັດຈຸບັນ. ກ່ອນຈະຍ້າຍຮ່ວມສູນຝຶກກີລາຈຳປີ ແລະ ຈຳປາຂອງສະຫະພັນບານເຕະແຫ່ງຊາດລາວ ໂດຍແມ່ນທ່ານ ກັນລະຍາ ສີສົມຫວັງ ອະດິດນັກກີລາກອງກາງທີມຊາດລາວ ກ່ອນຈະຢຸດການເປັນນັກກີລາເຕະບານ ເປັນອາຈານສອນ ໂດຍຫັນມາຫຼິ້ນກີລາຍິງປືນຕາມຮອຍພໍ່ ແລະ ສ້າງຜົນງານໂດດເດັ່ນໃນປັດຈຸບັນ.