ຮສສ ແຕ່ງຕັ້ງຫົວໜ້າຫ້ອງການກະຊວງ ແລະ ຫົວໜ້າກົມຄຸ້ມຄອງແຮງງານຄົນໃໝ່

272

ເພື່ອຊຸກຍູ້ ແລະ ຜັນປ່ຽນ ພ້ອມສືບຕໍ່ໆຍອດໃນວຽກງານຄຸ້ມຄອງແຮງງານໃນຍຸກປັດຈຸບັນ ໃຫ້ມີຄວາມຈະເລີນກ້າວໜ້າໃນອະນາຄົດ ໃນວັນທີ 15 ກັນຍາ 2021, ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ແຕ່ງຕັ້ງ ຫົວໜ້າຫ້ອງການກະຊວງ ແລະ ຫົວໜ້າກົມຄຸ້ມຄອງແຮງງານ ຄົນໃໝ່, ໂດຍຕົກລົງແຕ່ງຕັ້ງ ທ່ານ ບຸນຍອດ ຈັນທະວອນຂື້ນເປັນ ເລຂາໜ່ວຍພັກຫ້ອງການ ແລະ ທັງເປັນຫົວໜ້າຫ້ອງການກະຊວງ ແລະ ທ່ານ ພົງສະຫວັນ ໄຊໂກສີ ຂື້ນເປັນເລຂາໜ່ວຍພັກ, ທັງເປັນຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ.


ໂດຍການເຂົ້າຮ່ວມ ຂອງ ທ່ານ ນາງ ໃບຄຳ ຂັດທິຍະ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍຄະນະປະຈຳພັກ, ພະນັກງານຫຼັກແຫລ່ງທີ່ກ່ຽວຂ້ອງ ເຂົ້າຮວ່ມ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມ ຊົມເຊີຍຕໍ່ ທັງສອງທ່ານທີ່ໄດ້ການແຕ່ງຕັ້ງຂື້ນໃ ໝ່ວ່າ: ເພື່ອແນໃສ່ຮັບປະກັນໃນຫນ້າທີ່ວຽກງານສຳຄັນໄດ້ສຳເລັດ ທີ່ພັກ ແລະ ລັດໄດ້ມອບໝາຍນັ້ນ, ຕ້ອງໄດ້ສືບຕໍ່ປັບປ່ຽນທັດສະນະຄະຕິໃໝ່, ປັບປ່ຽນຫລັກການ ແລະ ລະບອບແບບແຜນວິທີນຳພາ ແລະ ປ່ຽນວິທີເຮັດວຽກແບບໃໝ່ຫັນເປັນທັນສະໄໝໃນຍຸກ 4.0 ໃຫ້ສົມຄູ່ກັບໜ້າທີ່ໃໝ່ ໃຫ້ກາຍເປັນແບບຢ່າງການນຳທີ່ດີຂອງພັກ ແລະ ລັດເຮົາ.

ເປັນຕົ້ນ ສືບຕໍ່ຍົກສູງທາງດ້ານການເມືອງ-ແນວຄິດ ຕ້ອງໜັກແໜ້ນເຂັ້ມແຂງ, ມີຫລັກໝັ້ນ, ສາມາດແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢ່າງພາວະວິໄສ, ຕ້ອງໄດ້ເພີ່ມທະວີໃຫ້ມີຄວາມສະຫງົບ ແລະ ມີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ໃຫ້ຢຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ, ນຳພາ, ເຮັດວຽກເປັນໝູ່ຄະນະ, ປຶກສາຫາລື ແລະ ຕົກລົງເປັນໝູ່ຄະນະ, ເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ, ສະຫລຸບ, ຕີລາຄາ, ປະເມີນຜົນ, ຖອດຖອນບົດຮຽນນໍາກັນເລື້ອຍໆ ແລະ ບັນຫາອື່ນໆ.

ທ່ານ ຍັງໄດ້ເນັ້ນຕື່ມວ່າ: ໃຫ້ທັງສອງທ່ານເປັນເສນາທິການໃຫ້ກັບຄະນະພັກ-ຄະນະນຳກະຊວງ, ກໍຄືບັນດາກົມກ່ຽວຂ້ອງໃນຂອດບໍລິການຕ່າງໆ ບົນຫຼັກການ ເພື່ອເຮັດສຳເລັດໜ້າທີ່ການເມືອງ, ທັງວຽກວິຊາສະເພາະ ອັນສູງສົ່ງ ທີ່ໄດ້ຮັບມອບໝາຍຈາກພັກ ແລະ ລັດ ທີ່ໄວ້ເນື້ອເຊື່ອໃຈ, ກົມຄຸ້ມຄອງແຮງງານກໍ່ເຊັ່ນກັນ ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງແຮງງານ ພາຍໃນ ແລະ ຕ່າງປະເທດ ດ້ວຍການປະສານສົມທົບກັບຂະແໜງການທີ່ກຽ່ວຂ້ອງ ບົນຫຼັກການໃຫ້ມີຜົນສຳເລັດ.

ສຸດທ້າຍ ທ່ານລັດຖະມົນຕີໄດ້ຮຽກຮ້ອງໃຫ້ທັງສອງທ່ານ ຈົ່ງຕັ້ງໜ້າເອົາໃຈໃສ່ນຳພາ ແລະ ຊີ້ນຳວຽກງານທີ່ພັກ ແລະ ລັດມອບໝາຍໃຫ້ ໃຫ້ໄດ້ຮັບສຳເລັດຜົນເປັນຢ່າງດີ ແລະ ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກທັງໝົດ ຈົ່ງໄດ້ເອົາໃຈໃສ່ໃຫ້ການຮ່ວມມືສະໝັບສະໜູນ ຊ່ວຍເຫລືອ ຜູ້ທີ່ມາຮັບໜ້າທີ່ໃໝ່ເພື່ອເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກພັດ-ລັດຖະບານ ໃຫ້ມີຜົນສຳເລັດເປັນຢ່າງດີ.