ພະນັກງານຄາດຫວັງຫຍັງໃນຊີວິດການເຮັດວຽກ

582

ນັກສຶກສາທີ່ຮຽນຈົບມາ 80% ກໍຫວັງທີ່ຈະໄດ້ວຽກເຮັດງານທຳນຳອົງກອນຕ່າງໆ ສ່ວນວ່າແຕ່ລະຄົນຈະໄດ້ເຂົ້າເຮັດວຽກຢູ່ອົງກອນໃດນັ້ນແມ່ນຂຶ້ນກັບເງື່ອນໄຂ, ຄວາມຮູ້, ຄວາມສາມາດ ຫຼື ໂຊກຊ່ວຍ. ຂະນະດຽວກັນອົງກອນກໍຕ້ອງການບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດມາພັດທະນາອົງກອນເຊັ່ນດຽວກັນ ໂດຍອາໄສລະບົບການວາງແຜນທີ່ດີ, ມີພະນັກງານທີ່ພ້ອມໃນການເຮັດວຽກ ແຕ່ສິ່ງທີ່ເປັນບັນຫາສຳລັບຫຼາຍຄົນນັ້ນກໍຄືພະນັກງານເຮັດວຽກບໍ່ດົນກໍລາອອກໄປຊອກວຽກໃໝ່.


ຈາກການສຳຫຼວດການເຮັດວຽກຂອງພະນັກງານໃນບັນດາອົງກອນຕ່າງໆ ທີ່ພະນັກງານເຮັດວຽກໃນອົງກອນໃດໜຶ່ງໄດ້ດົນ ປັດໄຈສຳຄັນແມ່ນພະນັກງານເຮັດວຽກແລ້ວມີຄວາມສຸກ ຫຼື ມີຄວາມສຸກໃນການເຮັດວຽກນັ້ນເອງ, ດັ່ງນັ້ນອົງກອນຕ້ອງຮູ້ກ່ອນວ່າພະນັກງານຄາດຫວັງຫຍັງຈາກຊີວິດການເຮັດວຽກ? ແມ່ນຫຍັງເປັນປັດໄຈກຳນົດຄຸນນະພາບຊີວິດທີ່ດີຂອງພະນັກງານ.
ສິ່ງທີ່ພະນັກງານຄາດຫວັງຈາກອົງກອນ ຄື: ການໄດ້ເຮັດວຽກໃນອົງກອນທີ່ໝັ້ນຄົງ, ການໄດ້ຮັບຄ່າຕອບແທນທີ່ຍຸຕິທຳ, ການໄດ້ຮັບການຍອມຮັບຈາກຄົນໃນອົງກອນ, ການມີເພື່ອນຮ່ວມງານທີ່ດີ, ການມີຜູ້ບັງຄັບບັນຊາ ຫຼື ຫົວໜ້າທີ່ ດີ, ການມີປະລິມານງານທີ່ເໝາະສົມ ແລະ ການໄດ້ຮັບມອບໝາຍງານທີ່ມີຄຸນຄ່າ.

ບັນດາສິ່ງເຫຼົ່ານີ້ ຄືສິ່ງທີ່ພະນັກງານຕ້ອງການ ແລະ ເຊື່ອວ່າເປັນປັດໄຈສຳຄັນຕໍ່ຄຸນນະພາບຊີວິດການເຮັດວຽກຂອງພວກເຂົາ, ດັ່ງນັ້ນຈຶ່ງເປັນບົດບາດໜ້າທີ່ຂອງ HR ໃນການສ້າງອົງກອນແຫ່ງຄວາມສຸກໃຫ້ກັບພະນັກງານ ໂດຍອົງກອນຄວນຈະມີລະບົບຄ່າຕອບແທນທີ່ຍຸຕິທຳ ແລະ ຈູງໃຈ, ມີລະບົບການປະເມີນຜົນການປະຕິບັດວຽກຂອງພະນັກງານທີ່ໂປ່ງໃສ ແລະ ຍຸຕິທຳ, ມີລະບົບຄວາມກ້າວໜ້າໃນອາຊີບທີ່ຊັດເຈນ, ໜ້າທີ່ ຄວາມຮັບຜິດຊອບໜ້າສົນໃຈ ແລະ ມີຄຸນຄ່າ, ສະພາບແວດລ້ອມເຮັດວຽກຖືກດ້ານສຸຂະນາໄມ ແລະ ປອດໄພ, ສົ່ງເສີມກິດຈະກຳ ຫຼື ໂຄງການເສີມສ້າງ ຄວາມສຳພັນໃນອົງກອນ, ມີລະບົບໃຫ້ຄຳປຶກສາໃນການແກ້ໄຂບັນຫາຕ່າງໆຂອງພະນັກງານ, ສົ່ງເສີມພາບຫຼັກຂອງອົງກອນດ້ວຍກິດຈະກຳສັງຄົມຕ່າງໆເປັນຕົ້ນ.

ໃນຂະນະທີ່ຜູ້ປະກອບການເອງກໍມີຄວາມຄາດຫວັງ ມີເປົ້າໝາຍໃນການດຳເນີນທຸລະກິດເຊັ່ນດຽວກັນ ອົງກອນຄາດຫວັງຈະໄດ້ຜົນຜະລິດສູງ, ມີຄຸນນະພາບ, ລູກຄ້າພໍໃຈ, ມີກຳໄລເຕີບໂຕ ຍືນຍົງ, ລູກຄ້ານັບມື້ນັບຫຼາຍຂຶ້ນ, ຜູ້ຖືຫຸ້ນ, ສັງຄົມຍອມຮັບ. ດ້ານພະນັກງານຕ້ອງສະໜັບສະໜູນອົງກອນ, ພະນັກງານຈະມີຄວາມຮັກຄວາມຜູກພັນ ແລະ ພ້ອມຈະທຸ່ມເທ ແລະ ເປັນພາບຫຼັກຂອງອົງກອນທີ່ດີ.

ຢ່າງໃດກໍຕາມ, ການຈະບັນລຸເປົ້າໝາຍທີ່ອົງກອນຕັ້ງຄວາມຫວັງໄວ້ຈະຕ້ອງເລີ່ມທີ່ການບໍລິຫານບຸກຄະລາກອນດັ່ງກ່າວມາ ເມື່ອບຸກຄະລາກອນມີຄຸນນະພາບຊີວິດທີ່ດີ ຄວາມສຸກຈະກໍຕາມຈະມາ, ຄົນທີ່ເຮັດວຽກດ້ວຍຄວາມສຸກ ຍ່ອມເຮັດວຽກດ້ວຍ ຄວາມຮັກ ແລະ ທຸ່ມເທເພື່ອອົງກອນ ຜົນງານກໍມີຄຸນນະພາບ, ສ້າງພາບຫຼັກທີ່ດີໃຫ້ລູກຄ້າປະທັບໃຈ ສົ່ງຜົນໃຫ້ຜົນປະກອບການບໍລິສັດດີຂຶ້ນໄປພ້ອມກັນ, ອົງກອນມີຜົນກຳໄລ ແລະ ມີການເຕີບໂຕຢ່າງຍືນຍົງຕາມທີ່ຄາດຫວັງ.
[ ຂໍ້ມູນຈາກ: th.jobsdb ]